ເມືອງບາຈຽງຈະເລີນສຸກ ໜັກແໜ້ນເຂັ້ມແຂງ ທາງດ້ານປ້ອງກັນຊາດ

ເມືອງບາຈຽງຈະເລີນສຸກ ໜັກແໜ້ນເຂັ້ມແຂງ ທາງດ້ານປ້ອງກັນຊາດ-ປ້ອງກັນຄວາຍສະຫງົບ.

ເມືອງບາຈຽງຈະເລີນສຸກ ໜັກແໜ້ນເຂັ້ມແຂງ ທາງດ້ານປ້ອງກັນຊາດ-ປ້ອງກັນຄວາຍສະຫງົບ.
5 ປີຜ່ານມາ (2019 - 2024), ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຍັງຄົງໜັກແໜ້ນເຂັ້ມແຂງທາງດ້ານວຽກງານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ທັງນີ້ກໍຍ້ອນອົງຄະນະພັກເມືອງ,ຄະນະພັກຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ

 ແລະ ເມືອງ ໄດ້ເອົາໃຈໃສ່ນຳພາປັບປຸງກໍ່ສ້າງກຳລັງກໍປກຊ - ປກສ ຢ່າງຕໍ່ເນື່ອງແລະ ຫັນວຽກງານນີ້ເປັນຂອງທົ່ວປວງຊົນຮອບດ້ານ.

ທ່ານ ພັນໂທ ສີພູມ ທອງສະໝຸດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງບາຈຽງຈະເລີນສຸກ ໃຫ້ສໍາພາດຕໍ່ສື່ມວນຊົນທ້ອງຖິນເມື່ອບໍ່ດົນມານີ້ວ່າ: ຜົນງານພົ້ນເດັນ ໄດ້ສຸມໃສ່ການປັບປຸງກໍ່ສ້າງບ້ານຕົວແບບເຮັດວຽກງານປ້ອງກັນຊາດ - ປອ້ງກັນຄວາມສະຫງົບດີໃຫ້ໄປຕາມມາດຖານເງື່ອນໄຂ,ຮັບປະກັນໄດ້ທາງດ້ານຄຸນະພາບ ແລະປະລິມານ ໂດຍເລັງໃສ່ແມ່ນການປັບປຸງກໍ່ສ້າງ ແລະ ນຳພາກຳລັງ ປກຊ - ປກສ ບ້ານ ໃຫ້ມີຄວາມຮັບຮູ້ - ເຂົ້າໃຈໃນການເຄື່ອນໄຫວໜ້າທີ່ຕາມພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບ ເຮັດໃຫ້ກຳລັງກາຍເປັນກຳລັງຫຼັກແຫຼ່ງເຮັດວຽກງານປອ້ງກັນຄວາມສະຫງົບຢູ່ຂັ້ນບ້ານໄດ້ເປັນຢ່າງດີ. ວຽກງານຮາກຖານ, ໃນທີ່ຜ່ານມາສາມາດປະກາດ ແລະ ຮັບຮອງເປັນບ້ານຕົວແບບດ້ານວຽກງານ ປກຊ - ປກສ ໄດ້ທັງໝົດ 47 ບ້ານ ເທົ່າກັບ 100% ຂອງຈໍານວນບ້ານ ທົ່ວເມືອງ. ຈາກນັ້ນ, ໃນແຕ່ລະປີ ກໍໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ປະເມິນຜົນຄືນໃນແຕ່ລະໄລຍະ ເພື່ອຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນະພາບ, ມີບ້ານໄດ້ຮັບໃບຢັ້ງຢືນປ້ອງກັນຄາມສະຫງົບດີ 3 ປີຊ້ອນມີ 46 ບ້ານ, ມີ 11,678 ຄອບຄົວ.

ສໍາລັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍປະຕິບັດຕາມຄໍາສັ່ງຂອງກົມການເມືອງສູນກາງພັກສະບັບທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ - ຊີ້ນໍາຂອງຄະນະພັກ, ຄະນະນຳແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຄະນະພັກ - ຄະນະນໍາ ປກສ ເມືອງ ໄດ້ສ້າງແຜນ ແລະ ປັບປຸງນິຕີກໍາຈໍານວນໜຶ່ງ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ການແກ້ໄຂບັນຫາຢາເສບຕິດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ການຄ້າມະນຸດ, ປະມວນກົດໝາຍອາຍາ,ລະບຽບການສັນຈອນຕາມທ້ອງຖະໜົນແລະ ນິຕິກຳອື່ນໆ ໄດ້ 65 ຄັ້ງ, ມີຜູ້ເຂົ້າຮ່ວມ 9,580 ຄົນຍິງ 3,779 ຄົນຕິດພັນກັບການຕິດຕັ້ງປ້າຍໂຄສະນາ ຢູ່ຕາມພື້ນທີ່ຈຸດສຸມທີ່ມີຄວາມສ່ຽງຕ່າງໆ.

ທ່ານ ພັນໂທ ສີພູມ ທອງສະໝຸດ ກ່າວຕື່ມວ່າ: ສໍາລັບແຜນການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານໃນຕໍ່ຫນ້ານີ້, ຄະນະພັກ - ຄະນະນໍາ ປກຊ - ປກສ ເມືອງບາຈຽງຈະເລີນສຸກ ຈະສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະມະຕິກອງປະຊຸມໃຫຍ່ຂອງຄະນະພັກແຕ່ລະຂັ້ນ ໃຫ້ເຂົ້າສູ່ລວງເລິກ ແລະ ສ້າງການຫັນປ່ຽນໃໝ່ທີ່ແທ້ຈິງ.ໃນນັ້ນ, ບັນດາໜ້າວຽກທີ່ເປັນຈຸດສຸມໃນການນໍາພາ ກໍຄືວຽກກໍ່ສ້າງພັກ - ພະນັກງານ ໃນກໍາລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ປະຊາຊົນ, ສ້າງກໍາລັງໃຫ້ຮັບປະກັນທັງ 3 ຮຸ່ນ ໄປພ້ອມກັບການປັບປຸງກົງຈັກການຈັດຕັ້ງ ໃຫ້ໜັກແໜ້ນເຂັ້ມແຂງ.

(ຂ່າວ: ເກເສະໜາ ແກ້ວສຸວັນນະແສງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ທ່ານ ນາງ ວຽງທອງ ສີພັນດອນ ຮ່ວມໃສ່ບາດບຸນອອກພັນສາປະວໍຣະນາປີ 2026 ທີ່ຄໍາມ່ວນ

ໃນຕອນເຊົ້າວັນທີ 26 ຕຸລາ 2026, ທີ່ວັດນາໂບສີພັດທະນາຣາມ ເມືອງທ່າແຂກ ແຂວງຄຳມ່ວນ ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳສູນກາງ, ການນຳແຂວງ ແລະ ປະຊາຊົນຊາວພຸດ ໄດ້ຮ່ວມໃສ່ບາດ ແລະ ຖວາຍປັດໄຈໄຊຍະທານ ເນື່ອງໃນໂອກາດບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງ ເຮືອ ປະຈຳປີ 2026 ຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍສັດທາ.
ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວຽກງານຈຸດສຸມ ໄຕມາດ IV

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສ່ອງແສງວຽກງານພົ້ນເດັ່ນປະຈໍາໄຕມາດ III ແລະ ວາງທິດທາງແຜນການຈຸດສຸມປະຈໍາໄຕມາດ IV ປີ 2026 ຂອງບັນດາອົງການພາຄີ ຂຶ້ນໃນວັນທີ 23 ຕຸລາຜ່ານມາ ທີ່ ສນຊ ໃຫ້ກຽດເປັນປະທານໂດຍທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານ ສນຊ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ມີບັນດາທ່ານຜູ້ຕາງໜ້າຈາກອົງການພາຄີ, ຄະນະປະຈໍາ, ຄະນະກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ຄົນລາວກັບເຂົ້າຫຼາມ ຍັງຄົງຄູ່ກັນມາໂດຍຕະຫຼອດ

ເຂົ້າຫຼາມ ແມ່ນອາຫານພື້ນບ້ານຂອງຄົນລາວທີ່ນິຍົມກິນ ຊຶ່ງໄດ້ສືບທອດກັນມາຈົນກາຍເປັນປະເພນີ ສືບສານວັດທະນະທໍາ ການກິນຈົນເຖິງປັດຈຸບັນ ຊຶ່ງສະແດງອອກພາຍໃນງານບຸນປະເພນີຕ່າງໆ ປວງຊົນລາວໄດ້ນໍາເອົາເຂົ້າຫຼາມມາວາງຂາຍຕະຫຼອດມາ.
ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ທ່ຽວບຸນຊ່ວງເຮືອ ທີ່ທ່າວັດຈັນ ຢ່າງມີສະຕິປອດໄພ ຮັກສາໄດ້ຮີດຄອງປະເພນີລາວ

ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນງານບຸນໃຫຍ່ປະຈໍາຊາດຂອງລາວເຮົາ ທີ່ເຄີຍສືບທອດປະຕິບັດກັນມາຈາກອະດີດເຖິງປັດຈຸບັນ. ທັງເປັນງານບຸນໃນຮີດ 12 ຄອງ 14 ປະເພນີລາວ ທີ່ຈັດຂຶ້ນໃນທຸກໆປີ ປີນີ້ແມ່ນຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລານີ້. ງານບຸນດັ່ງກ່າວໃນແຕ່ລະວັນ ເຫັນວ່າມີມວນຊົນທັງພາຍໃນ ແລະ ຕ່າງປະເທດຫຼັ່ງໄຫຼເຂົ້າໄປທ່ຽວຢ່າງຫຼວງຫຼາຍ. ສະນັ້ນ, ຂໍໃຫ້ທຸກທ່ານທ່ຽວດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວ, ເປັນເຈົ້າການ ໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ພ້ອມຮັກສາໄດ້ຮີດ ຄອງປະເພນີລາວ.
ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ການນໍາ ນວ ຮ່ວມໃສ່ບາດໃນງານບຸນອອກພັນສາປະວໍລະນາ ທີ່ວັດອົງຕື້ວໍຣະມະຫາວິຫານ

ໃນວັນທີ 26 ຕຸລານີ້, ການນໍານະຄອນຫຼວງວຽງຈັນ (ນວ), ໂດຍມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງຈັນທະບູລີ ພ້ອມດ້ວຍຊາວພຸດທະສາສະນິກະຊົນ ໄດ້ພ້ອມໃຈກັນໃສ່ບາດ ໃນງານບຸນອອກພັນສາປະວໍລະນາ ປະຈໍາປີ 2026 ທີ່ວັດອົງຕື້ວໍຣະມະຫາວິຫານ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຄະນະປະຈໍາພັກ ນວ ຮອງປະທານຄະນະກໍາມະການປົກຄອງ ນວ, ມີທ່ານ ແສງອາທິດ ພິມເມືອງ ຮອງເລຂາຄະນະພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຈັນທະບູລີ, ພະອາຈານ ພວງປະເສີດ ພູມມາວົງ ຮອງປະທານ ຫົວໜ້າກໍາມາທິການສຶກສາສົງສູນກາງ ອພສ, ພໍ່, ແມ່, ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ຊາວພຸດຮ່ວມກັນໃສ່ບາດ ໃນມື້ບຸນອອກພັນສາປະວໍຣະນາ ຮັກສາໄດ້ຮີດຄອງປະເພນີລາວ

ໃນຕອນເຊົ້າວັນທີ 26 ຕຸລາ ນີ້ ກົງກັບ (ມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວ ພ.ສ 2569) ເປັນມື້ອອກພັນສາປະວໍຣະນາ ກໍຄືເມື່ອຮອດເດືອນ 11 ເພັງຂອງທຸກໆປີ ເປັນມື້ບຸນອອກພັນສາປະວໍຣະນາ ຊາວພຸດ ທະສາສະນິກະຊົນລາວບັນດາເຜົ່າ ໄດ້ຮ່ວມກັນໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນຢູ່ຕາມວັດວາອາຮາມຕ່າງໆ ຢ່າງຫຼວງຫຼາຍ ຕາມຮີດຄອງປະເພນີທີ່ໄດ້ສືບທອດກັນມາແຕ່ບູຮານຈົນເຖິງປັດຈຸບັນ ພ້ອມຮັກສາໄດ້ຮີດຄອງປະເພນີອັນດີງາມຂອງລາວເຮົາ.
ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ພະອາຈານໃຫຍ່ ອິນຊູນ ຢ້ຽມຂໍ່ານັບປະທານ ສນຊ

ວັນທີ 25 ຕຸລານີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ນະຄອນຫຼວງວຽງຈັນ (ນວ) ສປປ ລາວ ພະອາຈານໃຫຍ່ ອິນຊູນ (Yin Shun) ຮອງປະທານຄະນະປະຈໍາສະມາຄົມພຸດທະສາສະໜາແຂວງກວາງຕຸ້ງປະທານສະມາຄົມພຸດທະສາສະໜາເມືອງເສີນເຈິນ ແລະ ປະທານຜູ້ກໍຕັ້ງກອງປະຊຸມພຸດສາສະໜາໜານໄຫທັງເປັນເຈົ້າອາທິການວັດຫົງຟ້າ ສປ ຈີນ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໂຕະມົນພຸດທະສາສະໜາໜານໄຫຄັ້ງທີ XI ທີ່ ນວ ສປປ ລາວ ຮັບກຽດເປັນເຈົ້າພາບຮ່ວມຈັດກອງປະຊຸມ ຈັດຂຶ້ນໃນລະຫວ່າງວັນທີ 25-30 ຕຸລາ 2026 ນີ້.
ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເພີ່ມເຕີມ