![]() |
ໃນກອງປະຊຸມ, ສະຫາຍ ປະດິດ ວັນນະລັດສະໝີ ໄດ້ຜ່ານບາງເນື້ອໃນທີ່ສຳຄັນ, ຄຳສັ່ງຂອງຄະນະເລຂາສູນກາງພັກເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍສະເພາະແມ່ນການສ້າງຂະບວນການ, ດ້ານເນື້ອໃນ ແລະ ດ້ານບຸກຄະລາກອນ. ຈາກນັ້ນ, ຄະນະຮັບຜິດຊອບຂັ້ນແຂວງຍັງໄດ້ຜັດປ່ຽນກັນຜ່ານເອກະສານກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຮັບຟັງການຜ່ານມາດຖານເງື່ອນໄຂຜູ້ສະໝັກເຂົ້າໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX, ຮັບຟັງການຜ່ານລະບຽບການທາບທາມ ແລະ ຄວບຄຸມການດຳເນີນປ່ອນບັດທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບຄະນະບໍລິຫານງານພັກ ແຂວງຈຳປາສັກ ສະໄໝທີ lX ຮອບທີ 1.
![]() |
(ຂ່າວ-ພາບ: ນາງ ວຽງອຳໄພ ນັກຂ່າວເມືອງ)


ຄໍາເຫັນ