ເມືອງແກ່ນທ້າວ ເຜີຍແຜ່ພາລະບົດບາດ, ສິດ, ໜ້າທີ່ ຢູ່ບ້ານທ້າວແກ່ນ.

ເມືອງແກ່ນທ້າວ ເຜີຍແຜ່ພາລະບົດບາດ, ສິດ, ໜ້າທີ່ ຢູ່ບ້ານທ້າວແກ່ນ.

ເມືອງແກ່ນທ້າວ ເຜີຍແຜ່ພາລະບົດບາດ, ສິດ, ໜ້າທີ່ ຢູ່ບ້ານທ້າວແກ່ນ.
ໃນວັນທີ 1 ຕຸລາຜ່ານມານີ້ ຢູ່ທີ່ຫໍປະຊຸມບ້ານທ້າວແກ່ນ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຜີຍແຜ່ພາລະບົດບາດ, ສິດ, ໜ້າທີ່ ແລະ ນິຕິກໍາ ຈໍານວນໜຶ່ງຂອງຄະນະຈັດຕັ້ງ, ຄະນະກວດກາພັກ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫານຊົນເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງ.
ເມອງແກນທາວ ເຜຍແຜພາລະບດບາດ, ສດ, ໜາທ ຢບານທາວແກນ. - image 1
 

ໃນກອງປະຊຸມ, ໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ສະບັບເລກທີ 75/ສພຊ, ຜ່ານຂໍ້ຕົກລົງຂອງກະຊວງພາຍໃນ ສະບັບເລກທີ 49 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການປົກຄອງບ້ານ, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າໜ່ວຍງານຂອງບ້ານທ້າວແກ່ນ, ຜ່ານພາລະບົດບາດ, ສິດ, ໜ້າທີ່ຂອງຄະນະກໍາມະການແນວລາວສ້າງຊາດ, ຄໍາແນະນໍາຂອງເຈົ້າໄຊຍະບູລີ ສະບັບເລກທີ 82 ກ່ຽວກັບການເຊື່ອຖືຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ສະບັບເລກທີ 246 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ບົດແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດຂະບວນການ 4 ບຸກຂອງຊາວໜຸ່ມ, ບົດແນະນໍາ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນແມ່ຍິງຂັ້ນບ້ານ, ຜ່ານເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ, ບົດແນະນໍາ ກ່ຽວກັບຂອບເຂດ, ສິດ, ໜ້າທີ່ ຂອງຜູ້ກວດກາປະຈໍາໜ່ວຍພັກ, ເຜີຍແຜ່ກົດໝາຍ ວ່າດ້ວຍການແກ້ໄຂຄໍາຮ້ອງທຸກ (ສະບັບປັບປຸງ), ຜ່ານບົດແນະນໍາ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະພັກ, ວຽກງານກໍ່ສ້າງ-ຂະຫຍາຍພັກ, ຜ່ານມະຕິຂອງຄະນະບໍລິຫານງານສູນກາງພັກ 03 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ຍັງໄດ້ແນະນໍາການຂຶ້ນແຜນຄາດຄະເນກໍານົດພະນັກງານນໍາພາຄຸ້ມຄອງຢູ່ພາຍໃນບ້ານ ຕື່ມອີກ.

(ຂ່າວ: ແກ່ນທ້າວ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນຳຂັ້ນສູນກາງ ແລະ ຂັ້ນແຂວງ ລົງຕິດຕາມແກ້ໄຂໄພພິບັດນ້ຳຖ້ວມ ຢູ່ເມືອງເຟືອງ

ການນຳຂັ້ນສູນກາງ ແລະ ຂັ້ນແຂວງ ລົງຕິດຕາມແກ້ໄຂໄພພິບັດນ້ຳຖ້ວມ ຢູ່ເມືອງເຟືອງ

ໃນວັນທີ 2 ຕຸລານີ້, ທ່ານ ບົວຄົງ ນາມມະວົງລັດຖະມົນຕີຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ນາງ ແກ້ວ ຈັນທະວີໄຊຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບ ທ່ານ ພູທະນູເພັດ ໄຊສົມບັດຮອງເຈົ້າວຽງຈັນ, ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ຂອງແຂວງວຽງຈັນ, ການນຳຂອງເມືອງເຟືອງ ໄດ້ເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມ, ການປ່ອຍນ້ຳອອກຈາກເຂື່ອນໄຟຟ້ານ້ຳລີກ 1-2 ພ້ອມທັງ ຊຸກຍູ້ການແກ້ໄພພິບັດນໍ້າຖ້ວມ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມຢູ່ເມືອງເຟືອງແຂວງວຽງຈັນ.
ບັນດາບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1ໄດ້ຮັບຜົນກະທົບໜັກຈາກໄພນ້ຳຖ້ວມໜັກ 4 ບ້ານ

ບັນດາບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1ໄດ້ຮັບຜົນກະທົບໜັກຈາກໄພນ້ຳຖ້ວມໜັກ 4 ບ້ານ

ທ່ານ ເພັງ ເພີນຈິດ ຄະນະປະຈຳພັກເມືອງ ປະທານກວດກາ ພັກ-ລັດ ເມືອງປາກກະດິງ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນ ໃນວັນທີ 3 ຕຸລານີ້ວ່າ: ສະພາບນ້ຳຖ້ວມຢູ່ບັນດາ 8 ບ້ານລຸ່ມເຂື່ອນໄຟຟ້ານ້ຳເທີນ 1ແມ່ນເກີດຂຶ້ນໃນລະຫວ່າງວັນທີ 29 ກັນຍາ ຫາ 1 ຕຸລາ 2025. ເນື່ອງຈາກໄດ້ຮັບຜົນກະທົບຈາກ ພະຍຸບົວລອຍ ເລີ່ມແຕ່ວັນທີ່ 28 ກັນຍາ, ບວກໃສ່ກັບການເປີດປະຕູລະບາຍນ້ຳ ອອກຈາກເຂື່ອນໄຟຟ້ານ້ຳເທີນ1. ເຮັດໃຫ້ນ້ຳກະດິງໄດ້ຍື່ງຂຶ້ນຖ້ວມເຮືອນຊານບ້ານຊ່ອງຂອງປະຊາຊົນ ເຖີງຂັ້ນໄດ້ຍົກຍ້າຍເຄື່ອງເຮືອນ ແລະ ທີ່ຢູ່ອາໃສ, ເນື້ອທີ່ທຳການຜະລິດ ແລະ ສັດລ້ຽງຖືກນ້ຳຖ້ວມຕາຍ ແລະ ເສຍຫາຍຫຼາຍ, ເສັ້ນທາງບາງຈຸດບໍ່ສາມາດສັນຈອນໄປມາໄດ້. ຜ່ານການສຳຫຼວດຕົວຈິງເຫັນວ່າ ບ້ານທີ່ໄດ້ຮັບຜົນກະທົບຫຼາຍ ມີ 4ບ້ານຄື: ບ້ານໂພນຈະເລີນ ຖືກນ້ຳຖ້ວມ 419 ຫຼັງຄາເຮືອນ, ບ້ານຫາດຊາຍຄຳ ຖືກນ້ຳຖ້ວມ 42 ຫຼັງຄາເຮືອນ, ບ້ານດອນໄຊ ຖືກນ້ຳຖ້ວມ 4 ຫຼັງຄາເຮືອນ ແລະ ບ້ານປາກປາງ ຖືກນ້ຳຖ້ວມ 35 ຫຼັງຄາເຮືອນ, ປະຊາຊົນໄດ້ຮັບຜົນກະທົບ ມີ 2,595 ຄົນ;ບ້ານທີ່ໄດ້ຮັບຜົນກະທົບໜັກກ່ວາໝູ່ແມ່ນ: ບ້ານໂພນຈະເລີນ.
ລັດຖະມົນຕີຫົວໜ້າ ຫສນຍ ຕິດຕາມຊຸກຍູ້ການແກ້ໄຂໄພພິບັດນ້ຳຖ້ວມ  ຢູ່ແຂວງວຽງຈັນ

ລັດຖະມົນຕີຫົວໜ້າ ຫສນຍ ຕິດຕາມຊຸກຍູ້ການແກ້ໄຂໄພພິບັດນ້ຳຖ້ວມ ຢູ່ແຂວງວຽງຈັນ

ໃນວັນທີ 2 ຕຸລາຜ່ານມານີ້, ທ່ານ ບົວຄົງ ນາມມະວົງລັດຖະມົນຕີຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍທ່ານ ນາງ ແກ້ວ ຈັນທະວີໄຊຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະຄະນະ(ໂດຍປະຕິບັດຕາມການມອບໝາຍຂອງທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ)ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ເມືອງເຟືອງ ແຂວງວຽງຈັນ, ພ້ອມທັງ ມອບເຄື່ອງຊ່ວຍເຫຼືອ ໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ໂດຍມີທ່ານ ພູທະນູເພັດ ໄຊສົມບັດຮອງເຈົ້າແຂວງວຽງຈັນພ້ອມດ້ວຍພະແນກການ, ຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຕິດຕາມຊຸກຍູ້ການແກ້ໄຂໄພພິບັດນໍ້າຖ້ວມໃນຄັ້ງນີ້.
ໄຊຍະບູລີ ປຶກສາຫາລືຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈໍາປີ2025

ໄຊຍະບູລີ ປຶກສາຫາລືຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈໍາປີ2025

ວັນທີ 2 ຕຸລານີ້, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈໍາປີ 2025 ຢູ່ເມືອງ ໄຊຍະບູລີ, ເຂົ້າຮ່ວມມີທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ, ມີຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງ ໄຊຍະບູລີ.
ຄະນະພັກແຂວງຫຼວງພະບາງຊຸດໃໝ່ ຕ້ອງສຸມໃສ່ຍົກສູງຄຸນນະພາບໃນການນໍາພາ ຂອງຄະນະພັກແຕ່ລະຂັ້ນ

ຄະນະພັກແຂວງຫຼວງພະບາງຊຸດໃໝ່ ຕ້ອງສຸມໃສ່ຍົກສູງຄຸນນະພາບໃນການນໍາພາ ຂອງຄະນະພັກແຕ່ລະຂັ້ນ

ໃນໂອກາດໂອ້ລົມຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX,ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ກ່າວວ່າ: ຄະນະບໍລິຫານງານພັກແຂວງຫຼວງພະບາງຊຸດໃໝ່ ຕ້ອງຖືເອົາການຈັດຕັ້ງ, ສັບຊ້ອນພະນັກງານຄືນໃໝ່ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງໜ້າທີ່ວຽກງານຕົວຈິງ ແລະບໍາລຸງຍົກລະດັບຕໍ່ເນື່ອງ ເປັນໄມ້ງັດສໍາຄັນ ຮັບປະກັນແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ,
ທ່ານເຈົ້າແຂວງສະຫວັນນະເຂດ ລົງຕິດຕາມ ແລະມອບການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ນະຄອນໄກສອນ ພົມວິຫານ.

ທ່ານເຈົ້າແຂວງສະຫວັນນະເຂດ ລົງຕິດຕາມ ແລະມອບການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ນະຄອນໄກສອນ ພົມວິຫານ.

ໃນວັນທີ 1 ຕຸລາ 2025 ທ່ານບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍ ພ້ອມດ້ວຍພະແນກການຂອງແຂວງ ແລະຫ້ອງການກ່ຽວຂ້ອງຂອງນະຄອນໄກສອນ ພົມວິຫານ ໄດ້ລົງຕິດຕາມສະພາບ ແລະໃຫ້ກຳລັງໃຈແກ່ພໍ່ແມ່ປະຊາຊົນທີ່ ໄດ້ຮັບຜົນກະທົບ ຈາກສະພາບນໍ້າຖ້ວມໃນເຂດນະຄອນໄກສອນພົມວິຫານ.
ສຳມະນາວິທະຍາສາດ "ຈັນຍາບັນວິຊາຊີບຂອງຜູ້ປະກອບອາຊີບສຳເນົາເອກະສານ"

ສຳມະນາວິທະຍາສາດ "ຈັນຍາບັນວິຊາຊີບຂອງຜູ້ປະກອບອາຊີບສຳເນົາເອກະສານ"

ກອງປະຊຸມສຳມະນາວິທະຍາສາດ ໃນຫົວຂໍ້: "ຈັນຍາບັນວິຊາຊີບຂອງຜູ້ທີ່ປະກອບອາຊີບສຳເນົາເອກະສານ" ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ຕຸ​ລານີ້ ທີ່ ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ (ຫ​ສນຍ) ໂດຍການເປັນປະທານຂອງ ທ່ານ ບຸນຍົງ ສີສຸພັນ ຫົວໜ້າກົມເອກະສານແຫ່ງຊາດ; ມີທ່ານ ຈ້ຽວ ວັນ ເກື່ອງ ປະທານສະມາຄົມເອກະສານ-ສໍາເນົາຫວຽດນາມ ອະດີດຮອງລັດຖະມົນຕີ ກະຊວງພາຍໃນ ສສ ຫວຽດນາມ, ພ້ອມດ້ວຍຄະນະຊ່ຽວຊານ ຈາກສະມາຄົມສຳເນົາເອກະສານຫວຽດນາມ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
80 ປີ ວຽກງານການຕ່າງປະເທດ ແລະການທູດ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່​ຢຸດ​ຢັ້ງ

80 ປີ ວຽກງານການຕ່າງປະເທດ ແລະການທູດ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່​ຢຸດ​ຢັ້ງ

ຕະຫຼອດໄລຍະ 80 ປີ ຂອງການເຄື່ອນໄຫວວຽກງານການຕ່າງປະເທດ ແລະ ການທູດ ພາຍໃຕ້ການນຳພາຂອງພັກ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສາມາດຍາດໄດ້ຜົນສຳເລັດເປັນກ້າວໆ ເປັນຕົ້ນ ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີຢ່າງເລິກເຊິ່ງ ແລະ ແໜ້ນແຟ້ນກວ່າເກົ່າ ກັບບັນດາປະເທດເພື່ອນມິດຍຸດທະສາດ, ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ແລະ ມີໝາກຜົນຕົວຈິງກັບປະເທດເພື່ອນມິດຕ່າງໆໃນທົ່ວໂລກ, ບົດບາດຂອງປະເທດລາວ ໄດ້ຖືກຮັບຮູ້ຫຼາຍຂຶ້ນໃນເວທີພາກພື້ນ ແລະ ສາກົນ, ການນຳພັກ-ລັດ ແລະ ຖັນແຖວພະນັກງານທີ່ເຮັດໜ້າທີ່ການທູດ ໄດ້ມີການເຄື່ອນໄຫວຢ່າງກວ້າງຂວາງ ຍ້ອນການເຄື່ອນໄຫວຕ່າງປະເທດມີການຄົ້ນຄວ້າຢ່າງເລິກເຊິ່ງ ເພື່ອຍົກລະດັບສາຍພົວພັນການທູດ ກັບບັນດາປະເທດເພື່ອນມິດຕ່າງໆທີ່ມີທ່າແຮງ ເປັນການເພີ່ມທະວີບົດບາດ ຢູ່ບັນດາເວທີຫຼາຍຝ່າຍ ໂດຍສະເພາະ ສປຊ, ອາຊຽນ ແລະ ຂອບການຮ່ວມມືອະນຸພາກພື້ນຕ່າງໆ.
ບົດຕອບສໍາພາດ ຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດ ວັນການທູດລາວ ຄົບຮອບ 80 ປີ

ບົດຕອບສໍາພາດ ຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດ ວັນການທູດລາວ ຄົບຮອບ 80 ປີ

ເມື່ອບໍ່ດົນມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕອບສຳພາດເນື່ອງໃນໂອກາດຄົບຮອບ 80 ປີ ວັນການທູດລາວ (12ຕຸລາ) ຊຶ່ງມີເນື້ອໃນດັ່ງລຸ່ມນີ້: 1. ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ ວັນທີ 12 ຕຸລາ ທີ່ຈະມາເຖິງນີ້ ຂໍໃຫ້ທ່ານອະທິບາຍ ແລະ ເນັ້ນໜັກໃຫ້ເຫັນເຖິງ ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ? ພ້ອມທັງຍົກໃຫ້ເຫັນເຖິງບັນດາຜົນສໍາເລັດອັນພົ້ນເດັ່ນ ທີ່ຂະແໜງການຕ່າງປະເທດ ຍາດມາໄດ້, ໂດຍສະເພາະການຍົກສູງບົດບາດຂອງ ສປປ ລາວ ກໍຄື ການປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ແລະ ສາກົນ?
ທ່ານ ບຸນໂຈມ ອຸບົນປະເສີດ ລົງຕິດຕາມສະພາບນໍ້າຖ້ວມຢູ່ເມືອງຊົນນະບູລີ ແລະເມືອງຈຳພອນ

ທ່ານ ບຸນໂຈມ ອຸບົນປະເສີດ ລົງຕິດຕາມສະພາບນໍ້າຖ້ວມຢູ່ເມືອງຊົນນະບູລີ ແລະເມືອງຈຳພອນ

ໄລຍະ 5-6 ວັນຜ່ານມາ, ໄດ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ບາງເມືອງຂອງແຂວງສະຫວັນນະເຂດ ເກີດມີນໍ້າຖ້ວມໃນບາງຈຸດ ເປັນຕົ້ນແມ່ນພື້ນທີ່ບາງສ່ວນຂອງເມືອງຊົນນະບູລິ ແລະເມືອງຈຳພອນ. ດັ່ງນັ້ນ, ມາໃນວັນທີ 30 ກັນຍານີ້, ການນໍາຂອງແຂວງ ນໍາໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ຈິ່ງໄດ້ລົງຕິດຕາມສະພາບນໍ້າຖ້ວມໃນບາງຈຸດທີ່ເກີດສະພາບນໍ້າຖ້ວມຂອງສອງເມືອງດັ່ງກ່າວ.
ເພີ່ມເຕີມ