ເມືອງລະມາມ ຈະສູ້ຊົນຂະຫຍາຍປູກໄມ້ໃຫ້ໄດ້86 ເຮັກຕາ ໃນປີ 2025

ເມືອງລະມາມ ຈະສູ້ຊົນຂະຫຍາຍປູກໄມ້ໃຫ້ໄດ້86 ເຮັກຕາ ໃນປີ 2025

ເມືອງລະມາມ ຈະສູ້ຊົນຂະຫຍາຍປູກໄມ້ໃຫ້ໄດ້86 ເຮັກຕາ ໃນປີ 2025
ເພື່ອເປັນການສ້າງຂະບວນການ ແລະ ປູກຈິດສໍານຶກ ໃຫ້ທຸກຊັ້ນຄົນກໍຄືທົ່ວສັງຄົມໃຫ້ເຫັນໄດ້ຄວາມໝາຍ, ຄວາມສໍາ ຄັນຂອງປ່າໄມ້, ການປົກປັກຮັກສາຊັບພະຍາກອນທຳມະຊາດ ເພື່ອແນໃສ່ເຮັດໃຫ້ປ່າໄມ້ມີລັກສະນະ ຍືນຍົງຕະຫຼອດໄປ. ສະນັ້ນ, ໃນວັນທີ 2 ມິຖຸນານີ້, ເມືອງລະມາມ ແຂວງເຊກອງ ໄດ້ເປີດຂະບວນການປູກຕົ້ນໄມ້ຢູ່ທີ່ວັດບ້ານໂພນໄຊ ໂດຍມີພະເຖຣະນຸເທຣະ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີຄະນະນໍາຂັ້ນແຂວງ, ຂັ້ນເມືອງ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

ທ່ານ ສະໜອງ ສິມມະວັດ ຫົວໜ້າຫ້ອງການກະສິກຳ ແລະປ່າໄມ້ເມືອງລະມາມ ໄດ້ໃຫ້ຮູ້ວ່າ: 1995-2025 ໃນທົ່ວເມືອງລະມາມ ປູກໄມ້ໄດ້ທັງໝົດ 2,125 ເຮັກຕາ. ໃນນີ້, ພາກສ່ວນລັດປູກທັງໝົດໄດ້ 138 ເຮັກຕາ, ມີເບ້ຍໄມ້ 103,827 ຕົ້ນ, ໂຄງການປູກໄດ້ທັງໝົດ ຈໍານວນ 1,672 ເຮັກຕາມີເບ້ຍໄມ້ 709,742 ຕົ້ນ ແລະ ປະຊາຊົນປູກໄດ້ທັງໝົດ ຈໍານວນ 315 ເຮັກຕາມີເບ້ຍໄມ້ 239,752 ຕົ້ນ.

ໃນຊຸມປີຜ່ານມາສາມາດ ສະຫຼຸບ ແລະ ປະເມີນຕີລາຄາໄດ້ຕົ້ນໄມ້ທີ່ລອດຕາຍ ທັງໝົດ 631,992 ຕົ້ນ ເທົ່າກັບ 60% ຂອງຈໍານວນຕົ້ນໄມ້ທີ່ປູກທັງໝົດ. ສະເພາະໃນປີ 2025 ແມ່ນມີແຜນສຶບຕໍ່ສູ້ຊົນຊຸກຍູ້ປູກຕົ້ນໄມ້ຈຳນວນ 86 ເຮັກຕາ ມີ96,200 ຕົ້ນ ມີຢູ່ 3 ພາກສວ່ນປູກຄື: ລັດປູກ 9 ເຮັກຕາ ມີເບ້ຍໄມ້4,500 ເບ້ຍ.ໃນນັ້ນ, ປູກຢູ່ເຂດປ່າປ້ອງກັນ ຍອດນໍ້າ 5 ເຮັກຕາ ມີເບ້ຍໄມ້ 3,500 ເບ້ຍ, ຊຶ່ງປະກອບມີໄມ້ດູ່ທຳມະຊາດ, ໄມ້ແຄນ, ໄມ້ຍາງ, ໄມ້ແຕ້ຄ່າ, ໄມ້ແຕ້ຮໍ.ນອກນັ້ນ, ປູກໃນຂອບເຂດເທດສະບານແຂວງ 4 ເຮັກຕາມີເບ້ຍໄມ້ 1,000 ເບ້ຍ, ປະຊາຊົນປູກ 32 ເຮັກຕາ ມີເບ້ຍໄມ້ 36.500 ເບ້ຍ,ບໍລິສັດປູກ 45 ເຮັກຕາ ມີເບ້ຍໄມ້ 55,200 ເບ້ຍ. ສະເພາະປູກມື້ນີ້ໃນວັນທີ 2 ມິຖຸນາ ມີ1 ເຮັກຕາ ມີເບ້ຍໄມ1,000ເບ້ຍ.

ໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ຮຽກຮ້ອງໃຫ້ການນໍາຂອງແຂວງ-ເມືອງ, ບັນດາບ້ານ ແລະ ປະຊາຊົນແຕ່ລະຄອບຄົວ ໃຫ້ມີການປະກອບສ່ວນໃນການປູກໄມ້ ແລະ ປົກປັກຮັກສາຟື້ນຟູປ່າໄມ້ທໍາມະຊາດໃຫ້ຍືນຍົງ ແລະ ເພີ່ມຂຶ້ນເລື້ອຍໆ ພ້ອມທັງວາງກົນໄກ, ມາດຕະການຈັດຕັ້ງປະຕິບັດ ແລະ ການປົກປັກຮັກສາ ໃຫ້ມີອັດຕາການລອດຕາຍສູງຂຶ້ນ ພ້ອມນີ້ຕ້ອງເປັນເຈົ້າການໂຄສະນາເຜີຍແຜ່ບັນດານະໂຍບາຍ, ກົດໝາຍ ແລະລະບຽບການກ່ຽວກັບການປູກໄມ້, ການຟື້ນຟູປ່າທໍາມະຊາດ ເພື່ອໃຫ້ທຸກຊັ້ນຄົນໃນທົ່ວສັງຄົມຮັບຮູ້, ເຊື່ອມຊຶມ ແລະເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານປ່າໄມ້.

(ຂ່າວ: ດາວສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ຍົກລະດັບຄວາມຮູ້ວຽກງານໂຄສະນາຜ່ານສື່ ໃຫ້ຕາໜ່າງຂ່າວເມືອງໄຊເສດຖາ

ຍົກລະດັບຄວາມຮູ້ວຽກງານໂຄສະນາຜ່ານສື່ ໃຫ້ຕາໜ່າງຂ່າວເມືອງໄຊເສດຖາ

ຊຸດອົບຮົມວຽກງານໂຄສະນາຜ່ານສື່ ໃຫ້ແກ່ຕາໜ່າງຂ່າວເມືອງໄຊເສດຖາ, ແຂວງອັດຕະປື ໄດ້ຈັດຂຶ້ນໃນວັນທີ 1 ຕຸລາຜ່ານ​ມາທີ່ ເມືອງ​ໄຊ​ເສດ​ຖາ ໂດຍການ​ເປັນ​ປະ​ທານ​ຂອງທ່ານ ສຸລິກາ ຈັນທະຄໍາເມີ ຄະນະປະຈຳພັກເມືອງປະທານກວດກາພັກ-ລັດເມືອງ,ມີ ທ່ານ ກົງຈັກ ສີສະຫວາດ ກຳມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍສຳມະນາກອນຈາກຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ວັນທີ 2 ຕຸລາ 2026 ນີ້ທີ່ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ)ຢູ່ແຂວງ ຈຳປາສັກ.
ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ແລະ ວັນຜູ້ອາຍຸສູງສາກົນ

ພິທີສະເຫຼີມສະຫຼອງວັນຜູ້ອາຍຸສູງແຫ່ງຊາດ ຄົບຮອບ 5 ປີ ແລະ ວັນຜູ້ອາຍຸສູງສາກົນ ຄົບຮອບ 36 ປີ ປະຈຳປີ 2026 ຈັດຂຶ້ນໃນວັນທີ 1 ຕຸລາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຂອງທ່ານ ສົມພົງ ມົງຄົນວິໄລ ປະທານສະມາຄົມຜູ້ອາຍຸສູງ ນະຄອນຫຼວງວຽງຈັນ (ສອວ), ມີທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍແຂກຖືກເຊີນ ແລະ ບັນດາສະມາຊິກສະມາຄົມຜູ້ອາຍຸສູງ ເຂົ້າຮ່ວມ.
9 ເດືອນ ອັດຕະປື ມີຜູ້ເສຍຊີວິດ 16 ຄົນຈາກອຸບັດເຫດຕາມທ້ອງຖະໜົນ

9 ເດືອນ ອັດຕະປື ມີຜູ້ເສຍຊີວິດ 16 ຄົນຈາກອຸບັດເຫດຕາມທ້ອງຖະໜົນ

ໄລຍະ 9 ເດືອນຜ່ານມາ, ຢູ່ແຂວງອັດຕະປື ມີອຸບັດເຫດຕາມທາງຖະໜົນເກີດຂຶ້ນ 375 ລາຍ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 64 ຄັ້ງ ແລະ ມີຜູ້ເສຍຊີວິດຍ້ອນອຸບັດຕິເຫດດັ່ງກ່າວ 16 ຄົນ, ຍິງ 2 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຜູ້ເສຍຊີວິດຫຼຸດລົງ 3 ຄົນ, ຈາກອຸບັດເຫດດັ່ງກ່າວ ມີພາຫະນະເປ່ເພ 522 ຄັນ ໃນນີ້, ເປ່ເພເລັກນ້ອຍ 313 ຄັນ, ເປ່ເພສົມຄວນ 198 ຄັນ ແລະ ໃຊ້ການບໍ່ໄດ້ 11 ຄັນ, ມີຜູ້ໄດ້ຮັບບາດເຈັບ 503 ຄົນ, ບາດເຈັບເລັກນ້ອຍ 326 ຄົນ, ບາດເຈັບສົມຄວນ 142 ຄົນ, ບາດເຈັບສາຫັດ 19 ຄົນ, ລວມມູນຄ່າເສຍຫາຍຈາກການເກີດອຸບັດເຫດ 2,4 ຕື້ກວ່າກີບ.
ພະແນກການເງິນແຂວງຄໍາມ່ວນ ປາຖະກະຖາ ວັນສໍາຄັນຕ່າງໆຂອງຊາດ-ຂອງພັກ

ພະແນກການເງິນແຂວງຄໍາມ່ວນ ປາຖະກະຖາ ວັນສໍາຄັນຕ່າງໆຂອງຊາດ-ຂອງພັກ

ວັນທີ 1 ຕຸລາ 2026ນີ້ ພະແນກການເງິນແຂວງຄໍາມ່ວນ. ໄດ້ຈັດພິທີ ປາຖະກະຖາ ວັນລັດຖະທໍາມະນູນແຫ່ງ ສສປ ລາວຄົບຮອບ 35 ປີ(15 ສິງຫາ 1991 -15 ສິງຫາ 2026),ວັນຢຶດອໍານາດ ຄົບຮອບ 81 ປີ (23 ສິງຫາ 1945 -23 ສິງຫາ 2026) ແລະ ວັນສ້າງຕັ້ງຊື່ມວນຊົນ ຄົບຮອບ 76 ປີ(13 ສິງຫາ 1950 -13 ສິງຫາ 2026), ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ. ປາຖະກະຖາ ໂດຍທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາ ອົບຮົມແຂວງ ຄໍາມ່ວນ. ມີຄະນະພັກ,ຄະນະພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ ຕະຫຼອດຮອດພະນັກງານວິຊາການ ພາຍໃນພະແນກການເງີນເຂົ້າຮ່ວມຮັບຟັງ.
ອົງການໄອຍະການປະຊາຊົນແຂວງອັດຕະປື ສະຫຼູບຜົນງານ 9 ເດຶອນ

ອົງການໄອຍະການປະຊາຊົນແຂວງອັດຕະປື ສະຫຼູບຜົນງານ 9 ເດຶອນ

ວັນທີ 1 ຕຸລາ 2026, ອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼູບວຽກ ງານ ປະຈຳ 9 ເດືອນ ແລະ ຜ່ານທິດທາງແຜນການ 3 ເດຶອນ ທ້າຍປີ 2026, ໂດຍມີ ທ່ານ ພູວັນ ພົມມະຈັນ ຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນຳຂົງເຂດປົກປ້ອງກົດໝາຍ, ມີທ່ານ ວິໄລວັນ ແກ້ວເຮຶອງສີ ກຳມະການພັກແຂວງ, ຫົວໜ້າອົງການໄອຍະການປະຊາຊົນ ແຂວງອັດຕະປື, ມີຄະນະອົງການໄອຍະການປະຊາຊົນ, ພະນັກງານ-ວິຊາການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ປະກາດການສ້າງຕັ້ງກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນ

ປະກາດການສ້າງຕັ້ງກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນ

ພິທີປະກາດການສ້າງຕັ້ງ ກອງປະຕິບັດຄໍາຕັດສິນ ປະຈໍາແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ 01 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ , ເປັນປະທານໂດຍທ່ານ ຄໍາພັນ ບຸນພາຄົມ ຮອງລັດຖະມົນຕີກະຊວງຍຸຕິທໍາ , ມີທ່ານ ລໍາພອນ ສີອັກສອນ ວ່າການຫົວໜ້າພະແນກຍຸຕິທໍາແຂວງ, ຕາງໜ້າກົມກ່ຽວຂ້ອງ, ບັນດາແຂກຖືກເຊີນ, ຫົວໜ້າຫ້ອງການຍຸຕິທໍາ 10 ຕົວເມືອງ ແລະ ຄະນະຂະແໜງການປິ່ນອ້ອມພະແນກເຂົ້າຮ່ວມ.
ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ

ກອງບັນຊາການທະຫານແຂວງສາລະວັນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ວິໄລ ພິມມະວົງ ກໍາມະການຄະນະປະຈໍາພັກ, ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ວິໄລວົງ ສີຫາຈັກ ກໍາມະການຄະນະພັກ, ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກອງພັນ, ກອງຮ້ອຍ, ພະນັກງານບໍານານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເພີ່ມເຕີມ