ໃນວັນທີ 29 ມັງກອນຜ່ານມາຢູ່ທີ່ສະໂມສອນຂອງເມືອງ ແຂວງຫຼວງນໍ້າທາໄດ້ຈັດກອງປະຊຸມ ສ້າງແຜນໂຄງການພັດທະນາຈຸດສຸມ ຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ຢູ່ຈຸດບ້ານຈ່າຄໍາລື ກຸ່ມບ້ານຜາງົວ ໂດຍການເຂົ້າຮ່ວມຂອງ ທ່ານ ຊຽງຫຸມພັນ ຈັນທະວົງ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະກິດ, ທ່ານ ວິລະຊົນ ແດນຫັນສາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງເຈົ້າເມືອງ ເລກທີ 05/ຈມ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ຂັ້ນເມືອງ, ພ້ອມທັງຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າການສັງລວມຂໍ້ມູນເບື້ອງຕົ້ນ ແລະ ການຈັດບູລິມະສິດບັນດາໂຄງການ. ຜ່ານການປຶກສາຫາລືການເກັບກໍາຂໍ້ມູນ 8 ບ້ານໃຫຍ່ 12 ບ້ານນ້ອຍ ຢູ່ກຸ່ມຜາງົວ ໄດ້ສັງລວມເຂົ້າແຜນ 31 ໂຄງການ ພ້ອມທັງຈັດບູລິມະສິດແບ່ງອອກເປັນ 4 ຈຸດຄື: ຈຸດບ້ານຈ່າຄໍາລື,ບ້ານອ້າຍແສງ, ບ້ານສາມສົບ, ບ້ານຈ່າຄໍາຕັນ ແລະ ບ້ານແມ່ໂຂງມີ 13 ໂຄງການ, ຈຸດບ້ານພະຍາຫຼວງຄໍາປິງ ແລະ ບ້ານນໍ້າໂຫຼຍ ມີ 5 ໂຄງການ, ຈຸດບ້ານຈ່າວາດ ແລະ ບ້ານດອນໄຈ ມີ 5 ໂຄງການ, ຈຸດບ້ານສົມປານເກົ່າ, ສົມປານໃໝ່ ແລະ ບ້ານຜາງົວ ມີ 8 ໂຄງການ.ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພັດປ່ຽນກັນຂຶ້ນມີຄໍາເຫັນຕໍ່ກັບແຜນໂຄງການຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ຢູ່ຈຸດບ້ານຈ່າຄໍາລື ເຊັ່ນ: ການຈັດສັນທີ່ຢູ່, ການຕັດແຜນຜັງເຂດຈຸດສຸ່ມ, ການຍົກຍ້າຍປະຊາຊົນ, ການກໍ່ສ້າງນໍ້າລິນ, ລະບົບໄຟຟ້າ ແລະ ບັນດາໂຄງການທີ່ຂະແໜງການຕ່າງໆ ຕ້ອງໄດ້ມີການຈັດລຽງເປັນບູລິມະສິດ ພ້ອມທັງ ຄົ້ນຄວ້າແຫຼ່ງທຶນ ແລະ ງົບປະມານ ເຂົ້າໃນການພັດທະນາເຂດຈຸດສຸ່ມດັ່ງກ່າວໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທໍາ.
(ພາບ-ຂ່າວ: ອຸທາ ພົນທາວີ)
ຄໍາເຫັນ