ເມືອງເງິນຈະສູ້ຊົນປັບປຸງການຮຽນ-ການສອນໃຫ້ມີຄຸນນະພາບດີຂຶ້ນ

ເມືອງເງິນຈະສູ້ຊົນປັບປຸງການຮຽນ-ການສອນໃຫ້ມີຄຸນນະພາບດີຂຶ້ນ
ໂດຍ: ຕະວິນຍານ
  ເພື່ອເຮັດໃຫ້ການສຶກສາພາຍໃນເມືອງມີຄຸນນະພາບດີຂຶ້ນ ແລະ ກ້າວໜ້າຂຶ້ນເລື້ອຍໆ ທັງສູ້ຊົນຈັດຕັ້ງປະຕິບັດບັນດາເປົ້າໝາຍໂຕຊີ້ບອກດ້ານການສຶກສາ ຂອງກະຊວງສຶກສາວາງອອກໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.ເມືອງເງິນ ແຂວງໄຊຍະບູລີ ໄດ້ຮີບຮ້ອນຈັດວາງ-ສັບຊ້ອນຄູສອນໃຫ້ພຽງພໍຕາມເງື່ອນໄຂທີ່ເໝາະສົມ,ເລັ່ງໃສ່ປັບປຸງການຮຽນ-ການສອນໃຫ້ມີຄຸນນະພາບດີຂຶ້ນ.
 ສໍາລັບການຈັດຕັ້ງບັນດາເປົ້າໝາຍໂຕຊີ້ບອກດ້ານການສຶກສາ ໃນປີ 2024 ນີ້,ເມືອງຈະສູ້ຊົນໃຫ້ບັນລຸ ເຊັ່ນ:ອັດຕາເຂົ້າຮຽນຂອງນັກຮຽນ 5 ປີ ໃຫ້ໄດ້ 98%;ອັດຕາເຂົ້າຮຽນໃໝ່ລວມ ປ.1 ໃຫ້ຢູ່ໃນລະຫວ່າງ (100-101%);ອັດຕາເຂົ້າໃໝ່ສຸດທິ ປ.1 ບໍ່ໃຫ້ຫຼຸດ 99%;ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ (6-10 ປີ) ບໍ່ໃຫ້ຫຼຸດ 99%;ອັດຕາເຂົ້າຮຽນໃໝ່ລວມ ປ.5 ໃຫ້ບັນລຸ 101%-100%;ອັດຕາປະລະຂັ້ນ ປ.1 ຍັງເຫຼືອ 2%, ອັດຕາຈົບຊັ້ນປະຖົມ (ອັດຕາເລື່ອນຂັ້ນ-ຈົບຊັ້ນ)ບໍ່ໃຫ້ຫຼຸດ 98%;ອັດຕາຄ້າງຫ້ອງຊັ້ນປະຖົມ ຍັງເຫຼືອ 2,1%;ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 (ທຽບໃສ່ນັກຮຽນຕົ້ນປີ ປ.5) ໃຫ້ໄດ້ 87,5%;ດັດສະນີຄວາມສະເໝີພາບຍິງ-ຊາຍຂອງອັດຕາເລື່ອນຊັ້ນ ປ.5 ຫາ ມ.1 ຢູ່ໃນລະຫວ່າງ (0,97- 1,03);ອັດຕາປະລະຊັ້ນປະຖົມ ຍັງເຫຼືອ 1,9%;ອັດຕາເຂົ້າຮຽນລວມມັດທະຍົມຕອນຕົ້ນ ບໍ່ໃຫ້ຫຼຸດ 83%;ອັດຕາເຂົ້າຮຽນລວມມັດທະຍົມຕອນປາຍ ບໍ່ໃຫ້ຫຼຸດ 45%;ອັດຕາເຂົ້າຮຽນໃໝ່ລວມ ມ.4 ບໍ່ໃຫ້ຫຼຸດ 74%;ອັດຕາປະລະມັດທະຍົມຕອນຕົ້ນ ບໍ່ໃຫ້ເກີນ 9%;ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ 65 ຄົນ;ຄູຊັ້ນປະຖົມ ແລະ ຊັ້ນມັດທະຍົມສຶກສາ ໄດ້ຮັບການຝຶກອົບຮົມ ໃຫ້ໄດ້ 25%;ນັກຮຽນທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ອົບຮົມວິຊາຊີບ ໃຫ້ໄດ້ 2%;ສົ່ງເສີມໃຫ້ມວນຊົນທຸກເພດ, ທຸກໄວໄດ້ເຂົ້າຮ່ວມຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະການຫຼິ້ນກິລາເຂົ້າຮ່ວມການສ້າງຂະບວນ ເພື່ອສຸຂະພາບເຂົ້າຮ່ວມການສ້າງຂະບວນການເຄື່ອນໄຫວກິດຈະກໍາການແຂ່ງຂັນກິລາປະຈໍາປີ, ກິລາປະເພນີ ແລະ ກິລາບຸນວັນສໍາຄັນຕ່າງໆ ຂອງຊາດ-ສາກົນ ໃຫ້ສູງກວ່າ 36% ຂອງພົນລະເມືອງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ສີສັນເຕັກໂນໂລຊີ ພ້ອມສົ່ງເສີມໃຫ້ວາລະສານໂຄສະນາກ້າວເຂົ້າສູ່ຍຸກດີຈີຕອນ

ບໍລິສັດ ສີສັນເຕັກໂນໂລຊີ ພ້ອມສົ່ງເສີມໃຫ້ວາລະສານໂຄສະນາກ້າວເຂົ້າສູ່ຍຸກດີຈີຕອນ

ທ່ານ ສຸກສາຄອນ ສິມມາລາວົງ ຜູ້ອໍານວຍການ ບໍລິສັດສີສັນເຕັກໂນໂລຊີ ຈໍາກັດ ຊຶ່ງທ່ານ ບໍ່ພຽງແຕ່ເຮັດທຸລະກິດ ຫາຜົນກຳໄລແຕ່ຢ່າງດຽວ, ທີ່ສຳຄັນທ່ານຍັງເປັນຜູ້ມີນໍ້າໃຈອັນສູງສົ່ງປະກອບສ່ວນເຂົ້າໃນວຽກງານຊ່ວຍເຫຼືອສັງຄົມ, ໃນນັ້ນຍັງໄດ້ເອົາໃຈໃສ່ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ອົງການຈັດຕັ້ງພັກ-ລັດ, ພ້ອມໃຫ້ຄວາມຮ່ວມມືປະກອບສ່ວນໃຫ້ຄຳແນະນຳທາງດ້ານເຕັກນິກວຽກງານເຕັກໂນໂລຊີໃຫ້ແກ່ອົງການຈັດຕັ້ງພັກ-ລັດດ້ວຍດີຕະຫຼອດມາເຊັ່ນກັນ.
ຫົວໜ້າ ຄອສພ ເນັ້ນ 6 ຈຸດສຸມວາລະສານໂຄສະນາ ໃຫ້ກາຍເປັນກະບອກສຽງອັນແຫຼມຄົມໃນຍຸກໃໝ່

ຫົວໜ້າ ຄອສພ ເນັ້ນ 6 ຈຸດສຸມວາລະສານໂຄສະນາ ໃຫ້ກາຍເປັນກະບອກສຽງອັນແຫຼມຄົມໃນຍຸກໃໝ່

ກອງປະຊຸມສະຫຼຸບຖອດຖອນບົດຮຽນໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງວາລະສານໂຄສະນາ ຄົບຮອບ 40 ປີໄດ້ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ),ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ,ມີບັນ​ຄະນະ​ພັກ, ຄະນະນໍາ ຄອສພ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ວປກ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຮັບຕ້ອນວັນສ້າງຕັ້ງ ຄົບຮອບ 30 ປີ

ວປກ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຮັບຕ້ອນວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 28 ຕຸລານີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ຂ່ຳນັບຮັບຕ້ອນວັນສ້າງຕັ້ງ ວປກ ຄົບຮອບ 30 ປີ, ນໍາພາໂດຍສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ກໍາມະການສໍາຮອງສູນກາງພັກ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອໍານວຍການ, ຄະນະພັກ-ຄະນະບັນຊາ 15 ຫົວໜ່ວຍ, ພະນັກງານ-ນັກຮົບ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

ທ່ານ ອຸ່ມ ພານຸເດດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນ ວ່າ: ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເປັນໜຶ່ງໃນດ່ານສາກົນທົ່ວປະເທດທີ່ມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການບໍລິຫານຄຸ້ມຄອງ ແລະ ພັດທະນາດ່ານ ເພື່ອຮັບປະກັນໃຫ້ບັນດາຂະແໜງການພາຍໃນດ່ານ ເຄື່ອນໄຫວວຽກງານວິຊາສະເພາະຢ່າງຄ່ອງຕົວ, ອຳນວຍຄວາມສະດວກໃຫ້ຜູ້ ໂດຍສານ, ພາຫະນະ ແລະ ສິນຄ້າເຂົ້າ-ອອກໃຫ້ມີຄວາມສະດວກວ່ອງໄວໂປ່ງໃສ, ເປັນທຳ, ສະຫງົບປອດໄພ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ 29 ຕຸລາ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍມິດຕະພາບ. ທ່ານ ນາງ ໄຊທານີ ຈັນທະວົງສາ ຮອງປະທານສະມາຄົມນັກທຸ ລະກິດໜຸ່ມ ທັງເປັນຮອງຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ສະມາຄົມນັກທຸລະກິດໜຸ່ມ ໄດ້ຮ່ວມກັບຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນພະຍາດເສັ້ນເລືອດສະໝອງສາກົນ ໃນປີນີ້ໂດຍໄດ້ມອບຕຽງຈຳນວນ 4 ຕຽງ, ລຳໂພງ, ອາຫານການກິນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ໃຫ້ພະແນກບຳບັດ ເພື່ອປະກອບສ່ວນບັນເທົາຄວາມຂາດ ແຄນອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ໃນການດູແລຮັກສາຄົນເຈັບ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ມີມູນຄ່າທັງໝົດ 55 ລ້ານກີບ.
ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 26-28 ຕຸລານີ້, ທ່ານ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະ ນາອົບຮົມ, ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ ll ຂອງກອງທັບປະຊາຊົນລາວ ໃຫ້ສູນເສຍອົງຄະ 598, ສູນ 18 ແລະ ສູນ 19 ຢູ່ແຂວງຫຼວງພະບາງ, ມີທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ພ້ອມດ້ວຍຄະນະບັນຊາບັນດາສູນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ເນື່ອງໃນໂອກາດປີສາມັກຄີ ລາວ-ຫວຽດນາມ, ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນຕອນຄໍ່າວັນທີ 27 ຕຸລາຜ່ານມາ, ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີການນໍາແຂວງ, ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຮອງປະທານປະເທດ ລົງຕິດຕາມໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230 ກິໂລໂວນ ມະຫາໄຊ ຂອງ EDL-T

ຫວ່າງມໍ່ໆມານີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳວຽກງານ ຢູ່ໂຄງການກໍ່ສ້າງສະຖານີ ແລະ ສາຍສົ່ງໄຟຟ້າ 230kV ມະຫາໄຊ ຂອງບໍລິສັດ ສາຍສົ່ງໄຟຟ້າ ແຫ່ງຊາດລາວ (EDL-T) ຢູ່ ເມືອງມະຫາໄຊ ແຂວງຄຳມ່ວນ. ໂດຍມີ ທ່ານ ເຊຍ ມິນ (Xie Min) ຮອງຜູ້ອຳນວຍການໃຫຍ່ ບໍລິສັດ EDL-T ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມຕ້ອນຮັບ ແລະ ນຳສະເໜີ.
ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານ JDB ຄອງແຊັມເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2026

ເຮືອທະນາຄານຮ່ວມພັດທະນາ (JDB) ຄອງແຊັມ (ຊະນະເລີດ) ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ). ພິທີມອບລາງວັນຊ່ວງເຮືອປະເພນີ ໃນງານບຸນອອກພັນສາປະວໍຣະນາ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ໄດ້ຈັດຂຶ້ນ ແລະ ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 27 ຕຸລານີ້. ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນວ, ມີທ່ານ ແສງສາທິດ ພິມເມືອງ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ປະທານຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026, ມີການນໍາຂັ້ນ ນວ, ຂັ້ນເມືອງ, ອະດີດການນໍາ, ນັກສີພາຍ, ນັກທຸລະກິດ, ມວນຊົນຊາວ ນວ, ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ