ເມືອງນອງ ຈັດຕັ້ງປະຕິບັດ ລົງວັນແທກຕອນດິນເພື່ອອອກສິດນຳໃຊ້ດິນທຳການຜະລິດໃຫ້ປະຊາຊົນ.

ເມືອງນອງ ຈັດຕັ້ງປະຕິບັດ ລົງວັນແທກຕອນດິນເພື່ອອອກສິດນຳໃຊ້ດິນທຳການຜະລິດໃຫ້ປະຊາຊົນ.
ເມື່ອບໍ່ດົນມານີ້ ທາງວິຊາການພະແນກ ກຳສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດ   ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມກັບທິມງານພາກສ່ວນກ່ຽວຂ້ອງຂອງເມືອງນອງ ໄດ້ລົງສຳຫຼວດວັດແທກຕອນດິນ ພ້ອມທັງເກັບກຳຂໍ້ມູນເນື້ອທີ່ໃນ 3 ປະເພດປ່າ, ໂດຍໄດ້ຮັບການນຳພາ ຂອງທ່ານ ບົວລົມ ອິນທີທະວົງ ຮອງເຈົ້າເມືອງນອງ, ທ່ານ ສາຄຳ ກຽດຕະວົງສາ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະທ່ານ ສີວິໄລ ສໍເຊລະນອງ ວ່າການຫົວໜ້າຫ້ອງການພາຍໃນເມືອງ.
ເພື່ອຈັດສັນການແບ່ງດິນແບ່ງປ່າໃຫ້ຖືກຕ້ອງສອດຄ່ອງຕາມຂັ້ນເທິງວາງອອກ, ພາຍຫຼັງທາງຄະນະວິຊາການທີ່ມາຈາກແຂວງ ສົມທົບກັບວິຊາການເມືອງ ໄດ້ຈັດຊຸດຝຶກອົບຮົມແລ້ວ ຈຶ່ງໄດ້ລົງຈັດຕັ້ງປະຕິບັດຕົວຈິງຢູ່ທີ່ບ້ານລະໄກ ເມືອງນອງ, ດັ່ງນັ້ນ ທາງການນຳຂອງເມືອງ ຈຶ່ງໄດ້ລົງໂອ້ລົມອຳນາດການປົກຄອງບ້ານໃຫ້ຮັບຮູ້ ແລະເຂົ້າໃຈ ຕໍ່ກັບການລົງວັດແທກຕອນດິນ ແລະຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງພ້ອມພາກັນຕັດສິນໃຈ, ມີຄວາມຈິງໃຈ ແລະຮ່ວມມືເປັນເຈົ້າການໃນການວັດແທກຕອນດິນກະສິກຳໃນຄັ້ງນີ້, ຮຽກຮ້ອງໃຫ້ປະຊາຊົນມີຄວາມເປັນເອກະພາບສາມັກຄີກັນ  ທັງນີ້ກໍ່ເພື່ອອຳນວຍຄວາມສະດວກໃຫ້ກັບປະຊາຊົນໃນຕໍ່ໜ້າ, ທັງຫຼີກລ້ຽງການຍາດແຍ່ງເນື້ອທີ່ທຳການຜະລິດ, ທຸກຄົນມີສິດນໍາໃຊ້ຕອນດິນທີ່ຖືກຕ້ອງ.
ໂອກາດນີ້, ທາງຄະນະວິຊາການ ກໍ່ໄດ້ລົງວັດແທກຕອນດິນກະສິກຳໃຫ້ປະຊາຊົນໃນຈຳນວນ 38 ຄອບຄົວ ຂອງບ້ານລະໄກ, ດ້ວຍການນໍາໃຊ້ອຸປະກອນທີ່ທັນສະໄໝ. ສໍາລັບເມືອງນອງ ແມ່ນໄດ້ກໍານົດເອົາ 55 ບ້ານໃນທົ່ວເມືອງໃນການລົງວັດແທກຕອນດິນກະສິກຳພາຍໃນປີ 2024 ເຊິ່ງຈະໃຫ້ສຳເລັດຕາມວັນເວລາທີ່ວາງໄວ້./.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ກອງປະຊຸມວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ

ການຮ່ວມມືອາຊຽນ (ASEAN) ເປັນວຽກງານໜຶ່ງທີ່ສຳຄັນທີ່ເປັນພັນທະຂອງຂະແໜງການປູກຝັງ ເນື່ອງຈາກເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ໂດຍສະເພາະແມ່ນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດໃກ້ຄຽງ, ຄູ່ຮ່ວມມືພັດທະນາ ບັນດາປະເທດສາມະຊິກອາຊຽນຕ່າງຝ່າຍຕ່າງມີຜົນປະໂຫຍດ ແນໃສ່ເພື່ອພັດທະນາວຽກງານບຸລິມະສິດ ຂອງຂະແໜງການປູກຝັງທີ່ມີຄວາມຈຳເປັນໃນການສະໜັບສະໜູນ ຈັດຕັ້ງປະຕິບັດວຽກງານບຸລິມະສິດ ຂະແໜງການປູກຝັງກັບອາຊຽນ; ດັ່ງນັ້ນຫວ່າງມໍ່ໆມານີ້ ທີ່ນະຄອນຫຼວງວຽງຈັນ, ກົມປູກຝັງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການຮ່ວມມືອາຊຽນ ໃນຂະແໜງການປູກຝັງ ປີ 2025
ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ສະຫຼຸບການຈັດຕັ້ງປະຕິບັດວຽກງານດ້ານໂພຊະນາການຂັ້ນແຂວງປະຈຳປີ 2025

ກອງປະຊຸມສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານຄະນະກຳມະການດ້ານໂພຊະນາການຂັ້ນແຂວງປະຈຳປີ 2025 ແລະ ແຜນປີ 2026 ໄດ້ຈັດຂຶ້ນໃນວັນທີ 28 ມັງກອນນີ້ ທີ່ສະໂມສອນເມືອງລະມາມ ໂດຍມີທ່ານ ນາງ ລຳພັນ ໄຊຄໍາມີ ຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ ທັງເປັນຮອງປະທານຄະນະກຳມະການວຽກງານດ້ານໂພຊະນາການຂັ້ນແຂວງ ພ້ອມດ້ວຍຄະນະກຳມະການຂັ້ນແຂວງ, ເມືອງ, ຕ່າງຫນ້າໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ

ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ

ທ່ານ ນາງ ສິຣິຄຸນ ພູມລາວັນ ຜູ້ອໍານວຍການໂຮງງານນໍ້າດື່ມໂອວີ້ ຮອງປະທານສະມາຄົມນັກທຸລະກິດແມ່ຍິງລາວ ປະທານສະຫະພັນແມ່ຍິງຂອງສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນໂອກາດເຂົ້າຮ່ວມເປີດງານເທດສະການອາຫານລາວ ເມື່ອບໍ່ດົນຜ່ານມາ, ກ່ອນອື່ນທ່ານໄດ້ເລົ່າໃຫ້ຮູ້ກ່ຽວກັບການມາສ້າງຕັ້ງເປັນໂຮງງານນໍ້າດື່ມໂອວີ້ ຍ້ອນໄດ້ຊື່ເອີ້ນມາຈາກຊື່ຫຼານຊາຍໂອວີ້, ໂອວີ້ໝາຍເຖິງຊີວິດ ນໍ້າດື່ມໂອວີ້ ກໍເປັນສ່ວນໜຶ່ງໃນການລໍ່ລ້ຽງຊີວິດຂອງຄົນເຮົາ ຄືດັ່ງສະໂລແກນທີ່ວ່າ: ນໍ້າດື່ມໂອວີ້ ໃສສະອາດໃຫ້ຄຸນຄ່າກັບຊີວິດ.
ອກລ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ອກລ ປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ

ໃນຕອນເຊົ້າຂອງ ວັນທີ 28 ມັງກອນ ນີ້ ຢູ່ຫ້ອງປະຊຸມໃຫຍ່ ອົງການກວດສອບແຫ່ງລັດ (ອກລ) ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ແລະ ເຜີຍແຜ່ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຄັ້ງທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວ ໂດຍສະຫາຍ ຕ້ອຍ ພົນທິລາດ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານອົງການກວດສອບແຫ່ງລັດ. ເຂົ້າຮ່ວມຮັບຟັງມີ ຄະນະບໍລິຫານງານສະຫະພັນກໍາມະບານ, ຄະນະກໍາມະບານຮາກຖານ ແລະ ສະມາຊິກກໍາມະບານອົງການກວດສອບແຫ່ງລັດ ທັງໝົດເຂົ້າຮ່ວມຮັບຟັງ
ກອງປະຊຸມລະດັບສາກົນໃນການປຶກສາຫາລືການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ

ກອງປະຊຸມລະດັບສາກົນໃນການປຶກສາຫາລືການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ

ຈາກຜົນໄດ້ຮັບຂອງກອງປະຊຸມລະດັບສາກົນ ໃນການປຶກສາຫາລື ກ່ຽວກັບການຍົກລະດັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຂຶ້ນເປັນສະຖາບັນບັນດິດວິທະຍາສາດກະສິກຳ ແລະ ສິ່ງແວດລ້ອມ (LAAES) ໃນເດືອນຕຸລາ ປີ 2025 ຜ່ານມາ, ໄດ້ສຳເລັດການປຶກສາຫາລື ຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ຊຶ່ງຜົນຂອງກອງປະຊຸມເຫຼົ່ານັ້ນ ໄດ້ສະແດງເຖິງ ຄວາມເປັນເອກະພາບສູງ ແລະ ເຫັນໄດ້ເຖິງຄວາມຈຳເປັນພາວະວິໄສທີ່ຈະຕ້ອງໄດ້ຍົກລະດັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຂຶ້ນເປັນສະຖາບັນບັນດິດວິທະຍາສາດກະສິກຳ ແລະ ສິ່ງແວດລ້ອມ. ສະນັ້ນ, ໃນວັນທີ 23 ມັງກອນ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ.
ສປສສ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ

ສປສສ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບຄົບຮອບ 77 ປີ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ຂຶ້ນໃນວັນທີ 28 ມັງກອນ ນີ້ທີ່ ສປສສ ໃຫ້ກຽດປາຖະກະຖາໂດຍ ທ່ານ ພົຈວ ສຸລິນພອນ ຄຳພິຈັນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ ຂຸນສຸວັນ ສຸທຳມະວົງ ຮອງປະທານສານປະຊາຊົນສູງສຸດ ພ້ອມດ້ວຍພະນັກງານອ້ອມຂ້າງ ສປສສ ເຂົ້າຮ່ວມຮັງຟັງ.
ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ສະຫຼຸບວຽກງານຮອບດ້ານປະຈໍາປີ 2025

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຮອບດ້ານ ອົງການໄອຍະການປະຊາຊົນແຂວງຄໍາມ່ວນ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 27 ມັງກອນ 2026, ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຄະນະປະຈໍາພັກແຂວງຄໍາມ່ວນ.
ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ນັກທຸລະກິດແມ່ຍິງລາວ ມີຫຼາຍຜະລິດຕະພັນນໍາສະເໜີໃນງານເທດສະການອາຫານລາວ

ໃນໂອກາດເຂົ້າຮ່ວມ ເປີດງານເທດສະການອາຫານລາວ 2026. ທ່ານ ນາງ ຈໍາປາທອງ ທະລົງແສງຈັນ ຄະນະບໍລິຫານງານສະມາຄົມນັກທຸລະກິດຍິງ ແລະ ທັງເປັນຜູ້ອຳນວຍການບໍລິສັດເອອີຊີການຄ້າ ຈຳກັດ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນຜ່ານວ່າ: ຂ້າພະເຈົ້າມີຄວາມຮູ້ສຶກດີໃຈ ທີ່ໄດ້ເປັນສ່ວນໜຶ່ງຂອງງານເທດສະການອາຫານລາວ. ປີນີ້ພວກເຮົາຈັດເປັນປີທີ 21 ແລ້ວ ພາຍໃຕ້ຫົວຂໍ້: ສຳຜັດຄວາມເປັນລາວ ໂດຍຜ່ານລົດຊາດອາຫານລາວ ເພື່ອສົ່ງເສີມເອກະລັກອາຫານ ແລະ ຜະລິດຕະພັນແມ່ຍິງລາວສູ່ເວທີສາກົນ. ງານໃນຄັ້ງນີ້ໄດ້ລວມເອົາຜະລິດຕະພັນລາວມາຈາກ 18 ແຂວງວາງສະແດງ-ຂາຍ ຊຶ່ງແຕ່ລະແຂວງກໍມີເອກະລັກຕ່າງກັນເຊັ່ນ: ແຂວງສະຫວັນນະເຂດກໍມີ ປີ້ງໄກ່ເຊໂນ; ແຂວງອັດຕະປື ໝົກຊີ້ນໝູໃສ່ໃບຫຸ່ງ. ແຂວງໄຊສົມບູນ (ເຂດພິເສດ) ຕຸນໄກ່ດໍາໃສ່ຢາພື້ນເມືອງຂອງພີ່ນ້ອງລາວສູງ ຈະຊ່ວຍໃຫ້ແມ່ຢູ່ກຳໜຸ່ມ.
ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ສະຫະພັນກໍາມະບານລາວ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ສະຫະພັນກຳມະບານລາວ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ ທີ່ໄດ້ກຳນົດໄວ້ໃນໂຄງການດຳເນີນງານ ໂດຍໄດ້ກໍ່ສ້າງ, ປັບປຸງກົດລະບຽບ, ລະບົບການຈັດຕັ້ງ, ໂຄງປະ ກອບບຸກຄະລາກອນ, ແບບແຜນວິທີເຮັດວຽກ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ໃນແຕ່ລະຂົງ ເຂດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.
ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ  + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ + ສິດເປັນເຈົ້າອໍານາດລັດຂອງປະຊາຊົນລາວບັນດາເຜົ່າ ແມ່ນແນວໃດ?

ກ່ອນອື່ນຢາກເຂົ້າໃຈ ສິດເປັນເຈົ້າອໍານາດລັດແມ່ນແນວໃດນັ້ນ, ພວກເຮົາຈົ່ງຮັບຮູ້ ແລະ ເຂົ້າໃຈ ຈະແຈ້ງກ່ຽວກັບ ຄໍາສັບທີ່ວ່າ: ອຳນາດລັດແມ່ນແນວໃດ ເສຍກ່ອນ. ອຳນາດລັດ ທີ່ນີ້ໝາຍເຖິງ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ປະທານປະເທດ, ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ທັງໝົດເຫຼົ່ານັ້ນ ເອີ້ນວ່າອໍານາດລັດ ຫຼື ອົງການອໍານາດລັດ.
ເພີ່ມເຕີມ