![]() |
ໃນການລົງຊ່ວຍເຫຼືອຄັ້ງນີ້, ໃນຕອນເຊົ້າທ່ານ ເພັງ ເພີນຈິດ ຄະນະປະຈຳພັກເມືອງ ປະທານຄະນະກຳມະການຄຸ້ມຄອງໄພພິບັດເມືອງປາກກະດິງ, ທ່ານນາງ ພຽງໃຈ ມໍລະຄາສຸກ ຮອງເລຂາຄະນະບໍລິຫານງານພັກເມືອງປາກກະດິງ ພ້ອມຄະນະ ໄດ້ນຳເອົາເຄື່ອງບໍລິໂພກ ຈຳນວນ 202 ຖົງມູນຄ່າ 18 ລ້ານກວ່າກີບ ລົງມອບໃຫ້ພໍ່ແມ່ປະຊາຊົນຢູ່ບ້ານໂພນຈະເລີນ(ຄຸ້ມໂພນງາມ) ທີ່ຖືກນ້ຳຖ້ວມທີ່ຢູ່ອາໃສແລະ ໃນຕອນບ່າຍຂອງວັນດຽວກັນ ຫ້ອງການແດງເມືອງ ນຳໂດຍທ່ານ ເກີຢ່າງ ເບຼຍເກັ່ງ ຫົວໜ້າຫ້ອງການໂດຍມີທ່ານ ສີອຳພອນ ໝາຍໝັ້ນ ຫົວໜ້າຫ້ອງວ່າການເມືອງ ຄະນະຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ສືບຕໍ່ນຳເອົາເຄື່ອງບໍລິໂພກ ລົງໄປຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກນ້ຳຖ້ວມທີ່ຢູ່ອາໃສອີກ 3 ບ້ານ ຄື: ບ້ານຫາດຊາຍຄຳ ມີເຄື່ອງບໍລິໂພກຈຳນວນ 43ຖົງມູນຄ່າ 3,900,000 ກີບ. ມອບໃຫ້ພໍ່ແມ່ປະຊາຊົນ 43 ຄອບຄົວ. ບ້ານປາກປາງ ມີເຄື່ອງບໍລິໂພກ 36 ຖົງມູນຄ່າ 3,250,000 ກີບ. ມອບໃຫ້ 36 ຄອບຄົວທີ່ຖືກນ້ຳຖ້ວມທີ່ຢູ່ອາໃສ ແລະ ໄດ້ນຳເອົາເຄື່ອງບໍລິໂພກຈຳນວນ 4ຖົງມອບໃຫ້ 4 ຄອບຄົວ ຢູ່ບ້ານດອນໄຊ ທີ່ຖືກນ້ຳຖ້ວມທີ່ຢູ່ອາໃສ.
![]() |
(ຂ່າວ: ແສງທອງ)


ຄໍາເຫັນ