ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ

ເມືອງສາມັກຄີໄຊ ຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວ
ໃນວັນທີ16 ເມສາຜ່ານມາ ທິ່ຫາດຊາຍດອນແກ້ງໄຊ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ມີການຈັດພິທີຕົບພະຊາຍ ໜຶ່ງໃນກິດຈະກຳສະຫຼອງປີໃໝ່ລາວເພື່ອເປັນການອານຸລັກປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີ ອັນດີງານຂອງຊາດລາວໃຫ້ຍືນຍົງຄົງຢູ່ ກັບຄົນລາວຕະຫຼອດໄປ,

ເຂົ້າຮ່ວມໂດຍມີການນໍາແຂວງ, ເມືອງພ້ອມດ້ວຍເຖົ້າແກ່ແນວໂຮມ ແລະ ມວນຊົນຊາວເມືອງສາມັກຄີໄຊເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນງານ, ບັນດາມວນຊົນທິ່ເຂົ້າຮ່ວມ ໄດ້ຊົມກິດຈະກຳແຂ່ງຂັນກິລາພື້ນເມືອງ ປະເພດກິລາດຶງເຊຶອກ, ຕຶກແຫຫາປາ, ປ່ອຍປາຄືນສູ່ທຳມະຊາດ, ພິທີທາງສາດສະໜາ ສູດປະຣິຕະມຸງຄຸນ. ຈາກນັ້ນ, ກໍໄດ້ຮ່ວມກັນຕົບພະທາດຊາຍ ຢູ່ແຄມແມ່ນໍ້າ ຢ່າງເປັນຂະບວນຟົດຟື້ນມ່ວນຊື່ນ.ກິດຈະກຳຕົບພະຊາຍ ອີກໜຶ່ງຄວາມໝາຍທີ່ສຳຄັນ, ເປັນການສ້າງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ ເຮັດເປັນກອງຊາຍລວມກັນ ເປັນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ

(ພາບ-ຂ່າວ:ສຸກມີໄຊ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງມໍລະດົກໂລກ ຫຼວງພະບາງ ຈະຈັດບຸນປີໃໝ່ລາວ ດຶງດູດນັກທ່ອງທ່ຽວສໍາພັດວັດທະນະທໍາ ແລ ະຮີດຄອງປະເພນີດັ່ງເດີມ

ເມືອງມໍລະດົກໂລກ ຫຼວງພະບາງ ຈະຈັດບຸນປີໃໝ່ລາວ ດຶງດູດນັກທ່ອງທ່ຽວສໍາພັດວັດທະນະທໍາ ແລ ະຮີດຄອງປະເພນີດັ່ງເດີມ

ຕອນບ່າຍວັນທີ່ 12 ມີນານີ້, ທ່ານ ສະເຫວີຍ ສີລາວັນ ປະທານຄະນະກໍາມະການປົກຄອງ ນະຄອນ ຫຼວງພະບາງ ໄດ້ຖະແຫຼງຂ່າວກ່ຽວກັບການຈັດງານບຸນປີໃໝ່ລາວ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ຕໍ່ສື່ມວນຊົນວ່າ: ໃນປີ 2026 ນີ້, ການຈັດງານບຸນປີໃໝ່ລາວ ທີ່ນະຄອນ ຫຼວງພະບາງ ຈະໄດ້ຈັດຫຼາຍກິດຈະກຳ ໃນລະຫວ່າງວັນທີ່ 11 ຫາ ວັນທີ່ 20 ເມສາ, ມາຮອດປັດຈຸບັນ ໄດ້ສຳເລັດການປຶກສາຫາລື ໃນການກະກຽມວຽກງານແຕ່ລະດ້ານ ແລະ ໄດ້ມອບໝາຍແຕ່ລະວຽກ ໃຫ້ແຕ່ລະອານຸກຳມະການ ດຳເນີນການຈັດຕັ້ງປະຕິບັດໜ້າວຽກທີ່ຕົນຮັບຜິດຊອບ, ໂດຍໄດ້ສ້າງແຜນລາຍການເຄື່ອນໄຫວບຸນ, ລະບຽບການຫຼິ້ນບຸນ, ຂະບວນແຫ່ ໃນພິທີແຫ່ຫວໍ່ ແລະ ພິທີອະຣາດທະນາອັງເຊີນພະບາງລົງຫົດສົງ, ຕິດພັນກັບວຽກງານອັນເລັ່ງດ່ວນທີ່ສຸດ ຄືວຽກການລະດົມທຶນ ແລະ ວຽກງານປຸກລະດົມ-ຮັບສະໝັກນາງສາວງາມ ເຂົ້າປະກວດນາງສັງຂານ, ເພື່ອໃຫ້ສັງຄົມໄດ້ມີສ່ວນຮ່ວມ ກັບງານບຸນປະເພນີ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມພະນັກງານຫຼັກແຫຼ່ງແຂວງໄຊສົມບູນ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໂອ້ລົມພະນັກງານຫຼັກແຫຼ່ງແຂວງໄຊສົມບູນ

ໃນວັນທີ 12 ມີນານີ້ ທີ່ສະໂມສອນແຂວງໄຊສົມບູນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ ຜູ້ຊີ້ນຳວຽກງານຮອບດ້ານແຂວງໄຊສົມບູນ ໄດ້ພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງແຂວງໄຊສົມບູນ, ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາພັກແຂວງ; ສະຫາຍ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ; ບັນດາສະຫາຍ ຄະນະປະຈຳພັກແຂວງ, ພະນັກງານຫຼັກແຫຼ່ງບັນດາພະແນກການ ແລະ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ ຈໍ 101 ເຂົ້າຮ່ວມ.
ກຳມະບານຮາກຖານຄະນະກວດກາແຂວງ ສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025

ກຳມະບານຮາກຖານຄະນະກວດກາແຂວງ ສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025

ວັນທີ 12 ມີນາ 2026, ກຳມະບານຮາກຖານຄະນະກວດກາແຂວງສາລະວັນ ສະຫຼຸບຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2025 ແລະ ວາງທິດທາງແຜນການ 2026, ໂດຍການເປັນປະທານຂອງ ສະຫາຍ ນາງ ແສງອາລຸນ ຈັນທະລາດ ຮອງປະທານຄະນະກວດກາພັກ ອົງການກວດກາລັດແຂວງ, ປະທານກຳມະບານຮາກຖານຄະນະກວດກາພັກ.
ກອງປະຊຸມສອ່ງແສງວຽກງານຮອບດ້ານ ທົ່ວກອງພົນທີ 5 ປະຈຳໄຕມາດທີ I

ກອງປະຊຸມສອ່ງແສງວຽກງານຮອບດ້ານ ທົ່ວກອງພົນທີ 5 ປະຈຳໄຕມາດທີ I

ກອງປະຊຸມສ່ອງແສງວຽກງານຮອບດ້ານທົ່ວກອງພົນທີ 5 ປະຈຳໄຕມາດທີ I ແລະ ວາງທິດທາງແຜນການ ປະຈຳໄຕມາດທີ II ປີ 2026, ບັນດາຫົວໜ່ວຍກົມ-ກອງ ທີ່ຂຶ້ນກັບກອງພົນທີ 5 ໄດ້ຈັດຂຶ້ນໃນວັນທີ 11 ມີນາຜ່ານມານີ້ ຢູ່ທີ່ກອງພັນ13 ກອງພັນໃຫຍ່ 501 ໃນກອງພົນທີ 5 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານກອງພົນທີ 5, ມີພາກສວ່ນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເລຂາພັກແຂວງຄໍາມ່ວນ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ

ເລຂາພັກແຂວງຄໍາມ່ວນ ຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ

ໃນວັນທີ 11 ມີນາ 2026ນີ້, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາພັກ ເລຂາພັກແຂວງຄໍາມ່ວນ ພ້ອມດ້ວຍ ພາກສ່ວນຂະແໜງການກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດ ບ້ານລໍາມະລາດ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີ ທ່ານ ຫານ ຫຸຍຫຼູ ປະທານບໍລິສັດ ແລະ ຄະນະໃຫ້ການຕ້ອນຮັບ.
ມອບ-ຮັບ ໜ້າທີ່ຮັກສາການປະທານສານປະຊາຊົນສູງສຸດ

ມອບ-ຮັບ ໜ້າທີ່ຮັກສາການປະທານສານປະຊາຊົນສູງສຸດ

ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ຮັກສາການປະທານສານປະຊາຊົນສູງສຸດ ລະຫວ່າງ ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ ແລະ ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຮັກສາການປະທານສານປະຊາຊົນສູງສຸດ (ຜູ້ ໃໝ່) ຂຶ້ນໃນວັນທີ 11 ມີນາ ນີ້ ທີ່ສານປະຊາຊົນສູງສຸດ, ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ພິທີໂດຍສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຊຶ່ງມີພະນັກງານການນຳຈາກສານປະຊາຊົນສູງສຸດ ແລະ ກະຊວງ ຍຸຕິທຳ ເຂົ້າຮ່ວມ.
ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ ແລະ ວັນເສຍອົງຄະ ຄົບຮອບ 80 ປີ

ປາຖະກະຖາວັນສ້າງຕັ້ງພັກ ຄົບຮອບ 71 ປີ ແລະ ວັນເສຍອົງຄະ ຄົບຮອບ 80 ປີ

ພິທີປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ແລະ ວັນເສຍອົງຄະ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ຈັດຂຶ້ນໃນວັນທີ 12 ມີນານີ້ ທີ່ ຫ້ອງປະຊຸມຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍໃຫ້ກຽດປາຖະກະຖາຂອງທ່ານ ຄໍາມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະທານສະຫະພັນຊາວໜຸ່ມ, ມີທ່ານ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກ ກະຊວງສຶກສາທິການ ແລະ ກິລາ ຜູ້ຊີ້ນຳ 3 ອົງ ການຈັດຕັ້ງມະຫາຊົນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີລົງເຄື່ອນໄຫວວຽກງານຢູ່ແຂວງໄຊສົມບູນ

ຮອງນາຍົກລັດຖະມົນຕີລົງເຄື່ອນໄຫວວຽກງານຢູ່ແຂວງໄຊສົມບູນ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີີ້ນໍາວຽກງານຂົງເຂດຄວາມໝັ້ນຄົງ ແລະ ການປົກຄອງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ ໃນວັນທີ 11-12 ມີນາ 2026ນີ້, ໂດຍການຕ້ອນຮັບຂອງ ທ່ານ ພຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ ແລະ ປະທານ ບໍລິສັດ ໂຊກມະນີ ມ້າຍນີງ ຈຳກັດ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນໃຫ້ກຳລັງປ້ອງກັນເຄື່ອນທີ່ ຮັບປະກັນໃຫ້ສັງຄົມມີຄວາມປອດໄພຮອບດ້ານ

ຮອງລັດຖະມົນຕີ ກະຊວງ ປກສ ເນັ້ນໃຫ້ກຳລັງປ້ອງກັນເຄື່ອນທີ່ ຮັບປະກັນໃຫ້ສັງຄົມມີຄວາມປອດໄພຮອບດ້ານ

ໃນໂອກາດສະຫາຍ ພົຕ ສຸລິນະ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານວິຊາສະເພາະປ້ອງກັນເຄື່ອນທີ່ປະຈຳປີ 2025 ແລະ ວາງທິດທາງປີ 2026 ຈັດຂຶ້ນໃນວັນທີ 11 ມີນາຜ່ານມາ ທີ່ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ສະຫາຍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ນາຍ ແລະ ພົນຕຳຫຼວດທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນການ, ແຜນງານ, ໂຄງການລະອຽດ ເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງຕົນໃນປີ 2026 ນີ້ໃຫ້ມີຜົນສໍາເລັດຫຼາຍຂຶ້ນກວ່າເກົ່າ.
ສນຊ ມອບໃບຢັ້ງຢືນໃຫ້ 8 ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສນຊ ມອບໃບຢັ້ງຢືນໃຫ້ 8 ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີມອບໃບຢັ້ງຢືນ “ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ” ປະຈຳປີ 2025 ຂຶ້ນໃນວັນທີ 11 ມີນາ ຜ່ານມາ ທີ່ ສນຊ ໃຫ້ກຽດເປັນປະທານຂອງສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານຜູ້ປະຈຳການ ສນຊ ພ້ອມດ້ວຍຄະນະພັກ ແລະ ສະມາຊິກພັກເຂົ້າຮ່ວມ.
ເພີ່ມເຕີມ