ເມືອງວຽງພູຄາ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ

ເມືອງວຽງພູຄາ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ
ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2023 ແລະ ທິດທາງແຜນການ 2024 ຂຶ້ນເມື່ອບໍ່ດົນມານີ້, ທີສະໂມສອນຂອງເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ບຸນຊົງ ວາໄຊຢີ ເລຂາພັກເມືອງ ເຈົ້າເມືອງໆວຽງພູຄາ, ມີພາກສ່ວນກຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ. ທ່ານ ສົມພົນ ຈັນທະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການເມືອງ ໄດ້ຜານຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງ ຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2023 ແລະ ແຜນ ປີ 2024 ວ່າ: ເມືອງວຽງພູຄາ ມີ 7 ກຸ່ມບ້ານ, 46 ບ້ານ, 5.009 ຄົວເຮືອນ, ມີພົນລະເມືອງ 27. 100 ຄົນ ຍິງ, 13.280 ຄົນ, ມີບ້ານພັດທະນາ 28 ບ້ານ, ເທົ່າກັບ  60,86%, ຄອບຄົວພັດທະນາ 3.859 ຄອບຄົວ, ເທົ່າກັບ 84,31% ບ້ານພົ້ນທຸກ 31 ບ້ານ ເທົ່າກັບ 67,39%, ຄອບຄົວພົ້ນທຸກ 4.042 ຄອບຄົວ ເທົ່າກັບ 88,31%, ປັດຈຸບັນຍັງມີບ້ານທຸກຍາກ 15 ບ້ານ ເທົ່າກັບ 32,60% ແລະ ຄອບຄົວທຸກຍາກ 535 ຄອບຄົວ ແລະ ໄດ້ນໍາພາຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຕາມ 4 ເນື້ອໃນ 4 ຄາດໝາຍ. ສ້າງແຜນ ແລະ ຈັດລຽງບູລິມະສິດຈຸດສຸມພັດທະນາ ສ້າງບ້ານໃຫ່ຍເປັນຕົວເມືອງນ້ອຍໃນຊົນນະບົດ ບ້ານນໍ້າຟ້າ ມີ 11 ໂຄ່ງການ, ໄດ້ສ້າງກົນໄກການນໍພາ-ຊີ້ນໍາຢ່າງທົ່ວເຖິງແຕ່ຂັ້ນເມືອງຫາຂັ້ນບ້ານ. ເຮັດໃຫ້ເມືອງວຽງພູຄາ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ຊິວິດການເປັນຢູ່ຂອງປະຊາຊົນດີຂຶ້ນ.
 (ຂ່າວ: ຄໍາປິງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ເຜີຍແຜ່ ແລະ ທົບທວນນະໂຍບາຍປະກັນສັງຄົມ ພ້ອມຊຸກຍູ້ປະຊາຊົນເຂົ້າເຖິງສິດຜົນປະໂຫຍດ

ຄໍາມ່ວນ ເຜີຍແຜ່ ແລະ ທົບທວນນະໂຍບາຍປະກັນສັງຄົມ ພ້ອມຊຸກຍູ້ປະຊາຊົນເຂົ້າເຖິງສິດຜົນປະໂຫຍດ

ວັນທີ 28 ຕຸລານີ້, ໄດ້ຈັດກອງປະຊຸມ ເຜີຍແຜ່ຊຸດຜົນປະໂຫຍດທາງການແພດ ແລະ ທົບທວນຄືນກ່ຽວກັບນະໂຍບາຍຕາມກົດໝາຍ ວ່າດ້ວຍປະກັນສັງຄົມ ສະບັບປັບປຸງ, ໂດຍການເປັນປະທານຂອງທ່ານ ນາງ ມີເພັດ ແກ້ວດວງດີ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງຄໍາມ່ວນ, ມີບັນ ດາພະແນກການ, ຂະແໜງການພາກລັດ ແລະ ຫົວໜ່ວຍທຸລະກິດອ້ອມຂ້າງແຂວງເຂົ້າຮ່ວມ.
ອາສາສະໝັກຊາວໜຸ່ມຕະລຸມບອນ ຮ່ວມຮັກສາຄວາມສະອາດ ໃນງານບຸນຊ່ວງເຮືອ ນະຄອນປາກເຊ ປະຈຳປີ 2026

ອາສາສະໝັກຊາວໜຸ່ມຕະລຸມບອນ ຮ່ວມຮັກສາຄວາມສະອາດ ໃນງານບຸນຊ່ວງເຮືອ ນະຄອນປາກເຊ ປະຈຳປີ 2026

ໃນໂອກາດງານບຸນຊ່ວງເຮືອ ນະຄອນປາກເຊ ປະຈຳປີ 2026, ທ່ານ ທອງລີ ສີສຸລິດ ເລຂາຄະ ນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ແລະ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈໍາປາສັກ ໄດ້ນຳພາອາສາສະໝັກຊາວໜຸ່ມຕະລຸມບອນ ລົງເກັບກຳ ແລະ ຄັດແຍກຂີ້ເຫຍື້ອຢູ່ບໍລິເວນຈັດງານບຸນ ເພື່ອຮ່ວມຮັກສາຄວາມສະອາດ ແລະ ສ້າງສິ່ງ ແວດລ້ອມທີ່ດີໃຫ້ປະຊາຊົນ ແລະ ນັກທ່ອງທ່ຽວ.
ບໍລິສັດ ສີສັນເຕັກໂນໂລຊີ ພ້ອມສົ່ງເສີມໃຫ້ວາລະສານໂຄສະນາກ້າວເຂົ້າສູ່ຍຸກດີຈີຕອນ

ບໍລິສັດ ສີສັນເຕັກໂນໂລຊີ ພ້ອມສົ່ງເສີມໃຫ້ວາລະສານໂຄສະນາກ້າວເຂົ້າສູ່ຍຸກດີຈີຕອນ

ທ່ານ ສຸກສາຄອນ ສິມມາລາວົງ ຜູ້ອໍານວຍການ ບໍລິສັດສີສັນເຕັກໂນໂລຊີ ຈໍາກັດ ຊຶ່ງທ່ານ ບໍ່ພຽງແຕ່ເຮັດທຸລະກິດ ຫາຜົນກຳໄລແຕ່ຢ່າງດຽວ, ທີ່ສຳຄັນທ່ານຍັງເປັນຜູ້ມີນໍ້າໃຈອັນສູງສົ່ງປະກອບສ່ວນເຂົ້າໃນວຽກງານຊ່ວຍເຫຼືອສັງຄົມ, ໃນນັ້ນຍັງໄດ້ເອົາໃຈໃສ່ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ອົງການຈັດຕັ້ງພັກ-ລັດ, ພ້ອມໃຫ້ຄວາມຮ່ວມມືປະກອບສ່ວນໃຫ້ຄຳແນະນຳທາງດ້ານເຕັກນິກວຽກງານເຕັກໂນໂລຊີໃຫ້ແກ່ອົງການຈັດຕັ້ງພັກ-ລັດດ້ວຍດີຕະຫຼອດມາເຊັ່ນກັນ.
ຫົວໜ້າ ຄອສພ ເນັ້ນ 6 ຈຸດສຸມວາລະສານໂຄສະນາ ໃຫ້ກາຍເປັນກະບອກສຽງອັນແຫຼມຄົມໃນຍຸກໃໝ່

ຫົວໜ້າ ຄອສພ ເນັ້ນ 6 ຈຸດສຸມວາລະສານໂຄສະນາ ໃຫ້ກາຍເປັນກະບອກສຽງອັນແຫຼມຄົມໃນຍຸກໃໝ່

ກອງປະຊຸມສະຫຼຸບຖອດຖອນບົດຮຽນໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງວາລະສານໂຄສະນາ ຄົບຮອບ 40 ປີໄດ້ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ),ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ,ມີບັນ​ຄະນະ​ພັກ, ຄະນະນໍາ ຄອສພ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ວປກ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຮັບຕ້ອນວັນສ້າງຕັ້ງ ຄົບຮອບ 30 ປີ

ວປກ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຮັບຕ້ອນວັນສ້າງຕັ້ງ ຄົບຮອບ 30 ປີ

ວັນທີ 28 ຕຸລານີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ຂ່ຳນັບຮັບຕ້ອນວັນສ້າງຕັ້ງ ວປກ ຄົບຮອບ 30 ປີ, ນໍາພາໂດຍສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ກໍາມະການສໍາຮອງສູນກາງພັກ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະອໍານວຍການ, ຄະນະພັກ-ຄະນະບັນຊາ 15 ຫົວໜ່ວຍ, ພະນັກງານ-ນັກຮົບ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

9 ເດືອນ ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ 6 ຕື້ກວ່າກີບ

ທ່ານ ອຸ່ມ ພານຸເດດ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວທ້ອງຖິ່ນ ວ່າ: ດ່ານສາກົນຂົວມິດຕະພາບນໍ້າເຫືອງ ເປັນໜຶ່ງໃນດ່ານສາກົນທົ່ວປະເທດທີ່ມີພາລະບົດບາດ, ສິດ ແລະ ໜ້າທີ່ໃນການບໍລິຫານຄຸ້ມຄອງ ແລະ ພັດທະນາດ່ານ ເພື່ອຮັບປະກັນໃຫ້ບັນດາຂະແໜງການພາຍໃນດ່ານ ເຄື່ອນໄຫວວຽກງານວິຊາສະເພາະຢ່າງຄ່ອງຕົວ, ອຳນວຍຄວາມສະດວກໃຫ້ຜູ້ ໂດຍສານ, ພາຫະນະ ແລະ ສິນຄ້າເຂົ້າ-ອອກໃຫ້ມີຄວາມສະດວກວ່ອງໄວໂປ່ງໃສ, ເປັນທຳ, ສະຫງົບປອດໄພ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ແມ່ຍິງສະມາຄົມນັກທຸລະກິດໜຸ່ມ ມອບເຄື່ອງຊ່ວຍເຫຼືອມູນຄ່າ 55 ລ້ານກີບ ໂອກາດສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ

ໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນພະຍາດເສັ້ນເລືອດສະໝອງສາກົນ 29 ຕຸລາ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍມິດຕະພາບ. ທ່ານ ນາງ ໄຊທານີ ຈັນທະວົງສາ ຮອງປະທານສະມາຄົມນັກທຸ ລະກິດໜຸ່ມ ທັງເປັນຮອງຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ສະມາຄົມນັກທຸລະກິດໜຸ່ມ ໄດ້ຮ່ວມກັບຈຸແມ່ຍິງສະມາຄົມນັກທຸລະກິດໜຸ່ມ ໄດ້ຈັດກິດຈະກຳຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນພະຍາດເສັ້ນເລືອດສະໝອງສາກົນ ໃນປີນີ້ໂດຍໄດ້ມອບຕຽງຈຳນວນ 4 ຕຽງ, ລຳໂພງ, ອາຫານການກິນ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ໃຫ້ພະແນກບຳບັດ ເພື່ອປະກອບສ່ວນບັນເທົາຄວາມຂາດ ແຄນອຸປະກອນ ແລະ ສິ່ງອຳນວຍຄວາມສະດວກ ໃນການດູແລຮັກສາຄົນເຈັບ ຊຶ່ງການຊ່ວຍເຫຼືອໃນຄັ້ງນີ້ມີມູນຄ່າທັງໝົດ 55 ລ້ານກີບ.
ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ບັນດາສູນເສຍອົງຄະ ຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 26-28 ຕຸລານີ້, ທ່ານ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະ ນາອົບຮົມ, ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ, ໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ ll ຂອງກອງທັບປະຊາຊົນລາວ ໃຫ້ສູນເສຍອົງຄະ 598, ສູນ 18 ແລະ ສູນ 19 ຢູ່ແຂວງຫຼວງພະບາງ, ມີທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ພ້ອມດ້ວຍຄະນະບັນຊາບັນດາສູນ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

65 ປີ ການພົວພັນຮ່ວມມືລາວ-ຫວຽດນາມ ນັບມື້ເພີ່ມພູນ ຈະເລີນງອກງາມ

ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ສໍາພາດຕໍ່ບໍລິສັດຮູບເງົາ ແລະ ວິທະຍາສາດສູນກາງຫວຽດນາມ ເນື່ອງໃນໂອກາດປີສາມັກຄີ ລາວ-ຫວຽດນາມ, ໃນວັນທີ 28 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.
ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່

ງານປະກວດເຮືອໄຟງາມ ບຸນອອກພັນສາປະວໍຣະນາ ຢູ່ນະຄອນ-ຫຼວງພະບາງ ເມືອງມໍຣະດົກໂລກ ປີນີ້ຈັດຂຶ້ນຢ່າງຍິ່ງໃຫຍ່ໃນຕອນຄໍ່າວັນທີ 27 ຕຸລາຜ່ານມາ, ໂດຍມີທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີການນໍາແຂວງ, ຕະຫຼອດຮອດມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫຼວງຫຼາຍ.
ເພີ່ມເຕີມ