ເມືອງຊຽງຮ່ອນ ສົ່ງອອກຢາງພາລາ ມູນຄ່າ 52 ຕື້ກວ່າກີບ

ເມືອງຊຽງຮ່ອນ ສົ່ງອອກຢາງພາລາ ມູນຄ່າ 52 ຕື້ກວ່າກີບ
ຕາມຂໍ້ມູນຂອງກອງປະຊຸມສະຫຼູບການຈັດຕັ້ງປະຕິບັດວຽກງານການຊື້-ຂາຍ ແລະ ສົ່ງອອກຜະລິດຕະພັນປຸງແຕ່ງຢາງພາລາ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ຂອງເມືອງຊຽງຮອນ ແຂວງໄຊຍະບູລີໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ຮອງເຈົ້າເມືອງຊຽງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ບໍລິສັດ, ນັກທຸລະກິດ, ຜູ້ປະກອບການດ້ານຢາງພາລາ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສີເມືອງ ອິນທະວົງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານສົ່ງອອກຜະລິດຕະພັນປຸງແຕ່ງຢາງພາລາປະຈຳປີ 2023ວ່າ: ການສົ່ງອອກຢາງພາລາກ້ອນ ແລະ ຜະລິດຕະພັນຢາງພາລາ ໃນປີ 2023 ຜ່ານມາ ໄດ້ສົ່ງອອກຢາງພາລາກ້ອນ ທີ່ຍັງບໍ່ໄດ້ປຸງແຕ່ງຈຳນວນ 430 ໂຕນ ລວມມູນຄ່າ 1 ຕື້ກວ່າກີບ. ໃນນັ້ນ, ມີ 3 ບໍລິສັດຄື: ບໍລິສັດ ບຸນທາ ການຄ້າ ຈຳກັດ ສົ່ງອອກ 350 ໂຕນ, ບໍລິສັດ ສົມພອນສົ່ງອອກຢາງພາລາ ຈຳກັດ 50 ໂຕນ ແລະ ບໍລິສັດ HLB ຈຳກັດ ສົ່ງອອກ 30 ໂຕນ. ນອກນັ້ນ ຍັງມີບໍລິສັດ ລາວຈູນທົ່ງຢາງພາລາ ຈຳກັດ ສົ່ງອອກຢາງພາລາປຸງແຕ່ງເຄິ່ງສຳເລັດຮູບ ຈຳນວນ 6.400 ໂຕນ ລວມມູນຄ່າ 51ຕື້ກວ່າກີບ. ລວມມູນຄ່າສົ່ງອອກທັງໝົດ 52 ຕື້ກວ່າກີບ. ທົ່ວເມືອງຊຽງຮ່ອນ ມີເນື້ອທີ່ປູກຢາງພາລາທັງໝົດ 6.200 ເຮັກຕາ. ໃນນັ້ນເນື້ອທີ່ ທີ່ໄດ້ປາດແລ້ວຈຳນວນ 4.224 ເຮັກຕາ, ລະເລຍສະມັດຕະພາບຜົນຜະລິດໄດ້ 4,6 ໂຕນຕໍ່ເຮັກຕາ, ສະເລຍຜົນຜະລິດໄດ້ 19.432 ໂຕນຕໍ່ປີ, ມີ 41 ບ້ານ, ມີ 3.229 ຄອບຄົວ, ມີ 4 ບໍລິສັດໄດ້ມາລົງທຶນສົ່ງເສີມການປູກຄື: ບໍລິສັດ ລີລຽງຢູນານ ຈຳກັດ ໃນເນື້ອທີ່ 600 ກວ່າເຮັກຕາ, ບໍລິສັດ ຊຽງຕາລີ ຈຳກັດ ໃນເນື້ອທີ່ 2.885 ເຮັກຕາ, ບໍລິສັດ ບໍ່ແກ້ວ ຈຳກັດ ໃນເນື້ອທີ່ 187 ເຮັກຕາ, ບໍລິສັດ ລາວຈູນທົ່ງຢາງພາລາ ຈຳກັດໃນເນື້ອທີ່ 192 ເຮັກຕາ, ນະໂຍບາຍຂອງທ່ານເຈົ້າແຂວງສົ່ງເສີມໃຫ້ຄອບຄົວທຸກຍາກເຂດປາກເປັດ ໃນເນື້ອທີ່ 6,4 ເຮັກຕາ ແລະ ປະຊາຊົນລົງທຶນປູກເອງຈຳນວນ 2.073 ເຮັກຕາ.
(ຂ່າວ: ດອນ ຂຽວພະນາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ແຂວງຄຳມ່ວນ ໄດ້ເປີດຊຸດຝຶກອົບຮົມວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ປະຈຳປີ 2026ໃນ​ວັນ​ທີ 9 ພະ​ຈິກ​ນີ້ ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ,ມີ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະກຳມະການເກັບກຳຫາງສຽງສັງຄົມຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສື່ມວນຊົນຈາກ8 ເມືອງແລະຕາໜ່າງຂ່າວຈາກພະແນກການອ້ອມຂ້າງແຂວງສາລະວັນ ຈຳນວນ 26 ທ່ານ,ໄດ້ສຳເລັດການຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດ ປະຈຳປີ2026ເຊິ່ງໄດ້ມີການຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ, ຍົກສູງຂີດຄວາມສາມາດໃນການຜະລິດຂ່າວ, ບົດຄວາມ.
ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ ສົກປີ 2026-2027 ໃນ​ວັນ​ທີ 6 ພະ​ຈິກ​ຜ່ານ​ມາທີ່ ໂຄງການຊົນລະປະທານຈັກສູບນ້ຳປາກແຈ້ງ ບ້ານປາກແຈ້ງ ເມືອງວຽງຄຳ, ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄອນສະຫວັນ ສີອັກຄະສອນ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ການນຳເມືອງວຽງຄຳ, ຜູ້ຕາງໜ້າກົມຊົນລະປະທານ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນພາຍໃນຕາແສງປາກແຈ້ງເຂົ້າຮ່ວມ.
ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

​ແຂວງສະຫວັນນະເຂດ ກໍແມ່ນແຂວງໜຶ່ງ ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸທີ່ເກີດຂຶ້ນ ອັນເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ຝົນຕົກຫຼາຍ ຊຶ່ງສົ່ງຜົນກະທົບໂດຍກົງ ຕໍ່ວິຖີຊີວິດ, ການໄປ-ການມາ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຊຶ່ງເຮັດໃຫ້ມີນ້ຳຖ້ວມເນື້ອທີ່ການຜະລິດ ພ້ອມທັງທີ່ອາໄສຂອງປະຊາຊົນ, ໂດຍສະເພາະປະຊາຊົນບ້ານດົງໝາກໄຟ ເມືອງໄຊບູລິ ແຂວງສະຫວັນນະເຂດ ດີໃຈຫຼາຍ ທີ່ໄດ້ຮັບເງິນຊ່ວຍເຫຼືອ ຈາກໄພພິບັດທາງທໍາມະຊາດ.
ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດດໍາເນີນກອງປະຊຸມໃຫຍ່ ຜູ້ແທນຂອງອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII, ຄະນະນໍາຫ້ອງວ່າການສູນກາງພັກ (ຫສພ) ໄດ້ພ້ອມກັນເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານໄກສອນ ພົມວິຫານ ທີ່ຫໍພິພິທະພັນດັ່ງກ່າວ ໃນວັນທີ 9 ພະຈິກນີ້.
ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ6 ພະຈິກ ຜ່ານມາ, ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າ, ຮອງຫົວໜ້າພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມ.
ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເນື່ອງໃນໂອກາດສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນອາຊຽນປະຈຳປີ 2026 ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກ 2026, ຄະນະສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນໄດ້ເຄື່ອນໄຫວຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳເຈ້ຍຈຽ່ງນານຈຳກັດ ສປ ຈີນ.
ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ເພີ່ມເຕີມ