ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ
ທ່ານອັງແກນ ເກີດໃນວັນທີ 28 ເດືອນພະຈິກປີ 1820 ທີ່ເມືອງບາຣເມິນ ປະເທດເຢຍລະມັນ (ປັດຈຸບັນເປັນສ່ວນໜຶ່ງຂອງເມືອງວຸດເພີທານ) ເປັນລູກຊາຍຂອງນັກທຸລະກິດຕໍ່າແຜ່ນທີ່ຮັ່ງມີ. ທ່ານໄດ້ເຂົ້າຮຽນຢູ່ມະຫາວິທະຍາໄລ, ແຕ່ບໍ່ຈົບຍ້ອນບໍ່ຍອມສອບເສັງ ແລະ ລາອອກມາຊ່ວຍພໍ່ເຮັດທຸລະກິດ. ໃນປີ 1841, ທ່ານຖືກເກນເຂົ້າເປັນທະຫານ ແລະ ໄປປະຈຳການຢູ່ເມືອງແບກແລງເປັນເວລາໜຶ່ງປີ.ທ່ານສົນໃຈຮຽນຮູ້ກ່ຽວກັບການທະຫານ ແລະ ຍຸດທະສາດດ້ານການສູ້ຮົບ. ໃນເວລາຕໍ່ມາ ທ່ານໄດ້ຖ່າຍທອດຄວາມຮູ້ດ້ານການທະຫານໃຫ້ທ່ານກາກມາກ ນຳມາຂຽນທິດສະດີການເມືອງວ່າດ້ວຍອຳນາດລັດ. ທ່ານມີໂອກາດໄດ້ພົບ ແລະ ຮູ້ຈັກກັບທ່ານກາກມາກເປັນຄັ້ງທຳອິດທີ່ໂຄໂລນໃນປີ 1842. ໃນເວລານັ້ນ, ທ່ານກາກມາກ ເປັນບັນນາທິການໜັງສືພິມ ໄຣນິສເຊີໄຊທຸງໄດ້ຊັກຊວນທ່ານອັງແກນໃຫ້ຊ່ວຍຂຽນບົດຄວາມພິມເຜີຍແຜ່. ມິດຕະພາບທີ່ເລີ່ມຕົ້ນດ້ວຍຕົວອັກສອນ ເຮັດໃຫ້ ທ່ານກາກມາກ ແລະ ທ່ານອັງແກນ ເລີ່ມໃກ້ຊິດກັນທາງຄວາມຄິດ.ການອຸທິດຂອງທ່ານ ອັງແກນ ໃນປະຫວັດສາດ ພ້ອມກັບທ່ານ ກາກມາກ ສ້າງຕັ້ງທິດສະດີປະຕິວັດ - ລັດທິກອມມູນິດວິທະຍາສາດຂຶ້ນມາ, ພ້ອມກັນນັ້ນ ໂດຍຜ່ານການເຄື່ອນໄຫວໂດຍກົງໃນຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ, ທັງສອງທ່ານໄດ້ນຳເອົາທິດສະດີແຊກຊຶມເຂົ້າສູ່ມະຫາຊົນປະຕິວັດ, ຫັນທິດສະດີໃຫ້ເປັນກຳລັງແຮງຊຸກຍູ້ການຂະຫຍາຍຕົວຂອງສັງຄົມມະນຸດ.
ທ່ານອັງແກນ ບໍ່ພຽງແຕ່ສະແດງໃຫ້ເຫັນແວ່ນແຍງອັນໃສແຈ້ງກ່ຽວກັບແນວຄິດປະຕິວັດກ່ຽວກັບການຜູກພັນເລືອດເນື້ອກັບປະຊາຊົນຊາວຜູ້ອອກແຮງງານ, ກ່ຽວກັບກຳລັງແຮງໃນການຮຽນດ້ວຍຕົນເອງ, ຄົ້ນຄວ້າດ້ວຍຕົນເອງ, ດ້ວຍແນວຄິດຕຳນິຕິຊົມກັນ ແລະ ເພິ່ນເອງຍັງສະແດງໃຫ້ເຫັນແນວຄິດໝູ່ເພື່ອນ ຈົງຮັກພັກດີຕໍ່ກັນ, ກ່ຽວກັບຄວາມອ່ອນນ້ອມຖ່ອມຕົນ ແລະ ການດຳລົງຊີວິດມີຄຸນຕໍ່ກັນ, ໃນນັ້ນຄວາມຮັກຖານໝູ່ເພື່ອນສຸດທີ່ໃຫຍ່ຫຼວງລະຫວ່າງ ທ່ານກາກມາກ ແລະ ທ່ານອັງແກນ. ຕີລາຄາຄຸນງາມຄວາມດີຂອງທ່ານອັງແກນ ຕໍ່ຂະບວນການຕໍ່ສູ້ປະຕິວັດຂອງຊົນຊັ້ນກຳມະກອນສາກົນ ແລະ ຄວາມຮັກໝູ່ເພື່ອນລະຫວ່າງ ທ່ານກາກມາກ ແລະ ທ່ານອັງແກນ, ທ່ານ ວະລາດີເມຍ ອີລິດ ເລນິນ ຢັ້ງຢືນວ່າ: “ກາກມາກ ແລະ ອັງແກນ ເປັນນັກວິທະຍາສາດ ແລະ ເປັນອາຈານທີ່ເກັ່ງກ້າສາມາດທີ່ສຸດຂອງຊົນຊັ້ນກຳມະຊີບທີ່ກ້າວໜ້າໃນທົ່ວໂລກ. ນັບຕັ້ງແຕ່ມື້ທີ່ຊາຕາກຳໄດ້ຜູກພັນລະຫວ່າງ ທ່ານກາກມາກ ແລະ ທ່ານອັງແກນ ຕະຫຼອດພາລະກິດລວມຂອງເພິ່ນທັງສອງກາຍເປັນພາລະກິດລວມ. ດັ່ງນັ້ນ, ຢາກເຂົ້າໃຈວ່າ ອັງແກນໄດ້ເຮັດຫຍັງແດ່ໃຫ້ຊົນຊັ້ນກຳມະຊີບແມ່ນຕ້ອງເຂົ້າໃຈແຈ້ງ ຄວາມໝາຍຂອງທິດສະດີ ແລະ ການເຄື່ອນໄຫວຂອງທ່ານກາກມາກ ຕໍ່ການຂະຫຍາຍຕົວຂອງຂະບວນການກຳມະກອນ”.
ການຂຽນປັດຊະຍາທິດສະດີວິທະຍາສາດແມ່ນຜົນງານທີ່ມີຫົວຄິດປະດິດສ້າງຂອງ ທ່ານກາກມາກ ແລະ ທ່ານອັງແກນ ຊຶ່ງທ່ານທັງສອງລ້ວນແຕ່ແມ່ນຜູ້ຍິ່ງໃຫຍ່ທີ່ຂຽນປັດຊະຍາປົດປ່ອຍຊົນຊັ້ນກຳມະກອນ ແລະ ປະຊາຊົນຊາວຜູ້ອອກແຮງງານໃນໂລກ. ກ່ອນຈະຂຽນຖະແຫຼງການກ່ຽວກັບພັກກອມມູນິດຮ່ວມກັບທ່ານກາກມາກໃນທ້າຍປີ 1844 ທ່ານອັງແກນ ແລະ ທ່ານກາກມາກ ໄດ້ຂຽນບົດປະພັນ 2 ເລື່ອງກ່ຽວກັບຄອບຄົວເທບພະເຈົ້າ ແລະ ລະບົບແນວຄິດຄຸນສົມບັດ ຊຶ່ງສອງບົດປະພັນດັ່ງກ່າວສະແດງເຖິງການພົວພັນລະ ຫວ່າງເສດຖະກິດ ແລະ ການເມືອງເປັນຕົ້ນແມ່ນເວົ້າເຖິງບົດບາດ ແລະ ພາລະກິດຂອງຊົນຊັ້ນກຳມະກອນ, ທ່ານທັງສອງຊີ້ອອກຢ່າງຈະແຈ້ງວ່າ: ລັດທິກອມມູນິດ ບໍ່ພຽງແຕ່ແມ່ນທິດສະດີໃຫ້ປະຕິບັດພຶດຕິກຳຕົວຈິງ, ທາດແທ້ຂອງມັນແມ່ນຂະບວນການຂອງຊົນຊັ້ນກຳມະຊີບໄດ້ສະແດງໃຫ້ເຫັນດ້ວຍທິດສະດີ ແລະ ຈຸດປະສົງຂອງຂະບວນການກຳມະກອນ.
ທ້າຍປີ 1847 ດ້ວຍຄວາມຮຽກຮ້ອງຕ້ອງການຂອງສະຫະພັນບັນດາຊາວກອມມູນິດ, ທ່ານອັງແກນໄດ້ມີຄຳເຫັນຮ່ວມກັບ ທ່ານກາກມາກ ກ່ຽວກັບແນວທາງພາຍໃຕ້ຖະແຫຼງການຂອງພັກກອມມູນິດ ແລະ ໄດ້ກາຍເປັນແນວທາງທຳອິດຂອງສະຫະພັນບັນດາຊາວກອມມູນິດ, ຖະແຫຼງການໄດ້ຖືກຕີພິມຈຳໜ່າຍຄັ້ງທຳອິດໃນເດືອນກຸມພາ ປີ 1848 ຢູ່ລອນດອນ ປະເທດອັງກິດ. ຖະແຫຼງການດັ່ງກ່າວໄດ້ຊີ້ໃຫ້ເຫັນຫຼັກມູນພື້ນຖານຂອງພັກກອມມູນິດ, ວິທະຍາສາດທີ່ເຍືອງທາງໃຫ້ຊົນຊັ້ນກຳມະຊີບ ແລະ ປະຊາຊົນຊາວຜູ້ອອກແຮງງານໃນທົ່ວໂລກພ້ອມກັນລຸກຂຶ້ນຈັດຕັ້ງກຳລັງຕໍ່ສູ້ປົດປ່ອຍໃຫ້ຫຼຸດພົ້ນອອກຈາກແອກຄອບຄອງ ແລະ ການກົດຂີ່ຂູດຮີດຂອງນາຍທຶນ, ສ້າງສັງຄົມໃໝ່ລັດທິກອມມູນິດ.
ດ້ວຍເຫດດັ່ງກ່າວ ທ່ານອັງແກນໄດ້ເປັນຜູ້ນຳທີ່ຍິ່ງໃຫຍ່ຂອງຂະບວນການກອມມູນິດ ແລະ ກຳມະກອນສາກົນ ໃນສະຕະວັດທີ 19 ຕະຫຼອດຊີວິດການເຄື່ອນໄຫວຂອງທ່ານ ລ້ວນແຕ່ໄດ້ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາຂອງເພິ່ນພ້ອມກັບ ທ່ານກາກມາກ ຕໍ່ສູ້ປົດປ່ອຍຕົນເອງ. ດັ່ງນັ້ນ, ສາມາດຢັ້ງຢືນໄດ້ວ່າ: ການເຄື່ອນໄຫວປະຕິວັດຕະຫຼອດຊີວິດຂອງທ່ານ ອັງແກນ ແມ່ນການພັດທະນາທິດສະດີປະຕິວັດ.