ໂດຍ: ຄະນະສາທາລະນະສຸກສາດ ມະຫາວິທະຍາໄລວິທະຍາສາດສຸຂະພາບ
ເພດສຶກສາ ຫຼືComprehensive Sexuality Education (CSE) ມີຄວາມສຳຄັນເພື່ອເຮັດໃຫ້ໄວລຸ້ນໄດ້ຮຽນຮູ້ຂໍ້ມູນ ແລະ ທັກສະທີ່ສຳຄັນກ່ຽວກັບສຸຂະພາບຈະເລີນພັນ. ການຄົ້ນຄວ້າຜ່ານມາໄດ້ສະແດງໃຫ້ເຫັນວ່າເພດສຶກສາຊ່ວຍໃຫ້ໄວໜຸ່ມພັດທະນາຄວາມຮູ້ທີ່ຖຶກຕ້ອງ ທັດສະນະຄະຕິໃນທາງບວກ ແລະ ທັກສະ ສໍາລັບຄວາມສໍາພັນທີ່ປອດໄພ ແລະ ມີສຸຂະພາບດີ. ເພດສຶກສາຍັງມີຄວາມສຳຄັນໃນການກະກຽມໄວໜຸ່ມສຳລັບຊີວິດທີ່ສົມບູນ ແລະ ສ້າງຄວາມເຂັ້ມແຂງປາສະຈາກ HIV/AIDS, STIs, ການຖືພາບໍ່ຕັ້ງໃຈ, ຄວາມຮຸນແຮງທາງເພດ ແລະ ຄວາມບໍ່ສະເໝີພາບທາງເພດ.
ໃນປີ 2023 ການສຶກສາຂອງພວກເຮົາໄດ້ສະແດງໃຫ້ເຫັນວ່າ ຄູໃນໂຮງຮຽນມັດທະຍົມຍັງມີຄວາມຮູ້ກ່ຽວກັບເພດສຶກສາຕໍ່າ ເຖິງຢ່າງໃດກໍຕາມເຂົາເຈົ້າເຫຼົ່ານັ້ນກໍມີທັດສະນະຄະຕິທີ່ດີຕໍ່ກັບການສອນເພດສຶກສາ. ອາດມີຫຼາຍເຫດ ຜົນທີ່ຄວາມຮູ້ຂອງຄູກ່ຽວກັບເພດສຶກສາຍັງຈຳກັດເຊັ່ນ: ການຝຶກອົບຮົມອາດຍັງບໍ່ທັນພຽງພໍ ແລະ ບໍ່ສອດຄ່ອງ, ອຸປະສັກທາງດ້ານວັດທະນະທຳ ແລະ ຄວາມລັງເລໃຈທີ່ຈະສົນທະນາເພດສຶກສາກັບເພື່ອນຮ່ວມງານ ໂດຍສະ ເພາະໂຮງຮຽນໃນເຂດຊົນນະບົດທີ່ຍັງອີງໃສ່ວິທີການສອນແບບດັ້ງເດີມ ແລະ ຂາດອຸປະກອນໃນການສອນເພດສຶກສາ. ນອກຈາກນີ້, ການສຶກສາຊີ້ໃຫ້ເຫັນວ່າຍັງຂາດການສະໜັບສະໜູນ ແລະ ປື້ມຄູ່ມືໃນການສອນເພດສຶກສາໃນໂຮງຮຽນ.

ການເຜີຍແຜ່ເພື່ອການປະຕິບັດຄູສອນໃນການຝຶກອົບຮົມເພດສຶກສາຄວນໄດ້ຮັບໂອກາດໃນການຝຶກປະຕິ ບັດສ້າງທັກສະຂອງເຂົາເຈົ້າ, ສ້າງຄວາມໝັ້ນໃຈ ໂດຍການນຳໃຊ້ວິທີການສິດສອນຕາມກິດຈະກຳ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ໂດຍການມີຜູ້ອໍານວຍຄວາມສະດວກໃຫ້ແກ່ແມ່ຍິງ ຮັບປະກັນການເຂົ້າຮ່ວມ ແລະ ການມີສ່ວນຮ່ວມຂອງຄູຍິງຢ່າງສະເໝີພາບ. ສະເໜີໃຫ້ມີການຝຶກອົບຮົມຢ່າງຕໍ່ເນື່ອງ ເພື່ອເສີມຂະຫຍາຍທັກສະຂອງຄູ ແລະ ຄວາມໝັ້ນໃຈໃນຕົນເອງ. ທີມງານຊ່ຽວຊານສະເພາະດ້ານໃນລະດັບຊາດ, ແຂວງ ແລະ ເມືອງ ສາມາດອຳນວຍຄວາມສະດວກໃນການສ້າງ ແລະ ຜັນຂະຫຍາຍຕົວຊີ້ວັດສະເພາະເພດສຶກສາໃນການປະຕິບັດ. ໂຮງຮຽນຄວນສະໜອງສະພາບແວດລ້ອມ ສະໜັບສະໜູນກ່ຽວກັບການສິດສອນເພດສຶກສາ. ກະຊວງສຶກສາທິການ ແລະ ກິລາໄດ້ຈັດຕັ້ງຜູ້ນໍາໂຮງຮຽນ ແລະ ຄູ-ອາຈານເຂົ້າຮ່ວມກິດຈະກໍາການຝຶກອົບຮົມຄູເພດສຶກສາ. ຮັບປະກັນຄວາມພ້ອມຂອງຊັບພະຍາກອນຕ່າງໆສໍາລັບການສົ່ງຕໍ່ເພດສຶກສາທີ່ມີປະສິດທິພາບ.
ລັດຖະບານ ແລະ ອົງການຈັດຕັ້ງສາກົນ ຈຳເປັນຕ້ອງມີການຂະຫຍາຍການສອນເພດສຶກສາໃນໂຮງຮຽນທົ່ວປະເທດ ແລະ ການລົງທຶນໃນໂຄງການໃຫ້ສາມາດເຂົ້າເຖິງແຫຼ່ງຂໍ້ມູນຄວນເໝາະສົມກັບໄວອາຍຸ ແລະ ອອກແບບພິເສດ ເພື່ອໃຫ້ເຂົ້າກັບຫົວຂໍ້ຂອງຫຼັກສູດເພດສຶກສາ. ນຳໃຊ້ CDs, ແຜນການສອນ, ນຳໃຊ້ເຕັກໂນໂລຢີຊ່ວຍເຫຼືອ ແລະ ຊຸດເຄື່ອງມືທີ່ປະກອບການສອນແບບສາທິດ ແລະ ການເຊື່ອມສານວິຊາເພດສຶກສາເຂົ້າໃນວິຊາອື່ນໆຂອງຫຼັກສູດແມ່ນແນະນໍາ. ຄວນໃຫ້ການສະໜັບສະໜູນ ແລະ ຕິດຕາມຄູຢ່າງຕໍ່ເນື່ອງ ເພື່ອຊຸກຍູ້ການພັດ ທະນາການສິດສອນໃຫ້ມີປະສິດທິພາບຫຼາຍຂຶ້ນ.
ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ມີຄວາມຕ້ອງການດ້ານການຮ່ວມມືລະຫວ່າງຜູ້ວາງແຜນນະໂຍບາຍ, ນັກສຶກສາ, ຜູ້ຊ່ຽວຊານດ້ານສຸຂະພາບ, ນັກເຄື່ອນໄຫວທາງສັງຄົມ, ອົງການ NGO ແລະ GOs (ລວມທັງໄວໜຸ່ມ) ແມ່ນຈໍາເປັນເພື່ອເຮັດໃຫ້ເພດສຶກສາປະສົບຜົນສໍາເລັດ. UNFPA ແລະ INGOs ແລະ ອື່ນໆ ຄວນສະໜອງການສະໜັບສະໜູນດ້ານວິຊາການທາງດ້ານການເງິນຢ່າງຕໍ່ເນື່ອງ ເພື່ອຂະຫຍາຍການປະຕິບັດເພດສຶກສາໃນທົ່ວປະເທດ. ສະໜັບສະໜູນການຄົ້ນຄວ້າ ແລະ ຫຼັກຖານໃໝ່ເພື່ອແຈ້ງໃຫ້ຜູ້ວາງແຜນນະໂຍບາຍ ແລະ ການຈັດຕັ້ງປະຕິບັດສໍາລັບການສົ່ງຕໍ່ເພດສຶກສາທີ່ມີຄຸນນະພາບດີ. UNFPA, ແລະ MOHs ຄວນມີການວິເຄາະຢ່າງຕໍ່ເນື່ອງ, ແລະ ມີສ່ວນຮ່ວມຂອງໂຄງການເພດສຶກສາທີ່ມີຢູ່ແລ້ວ ເພື່ອສ້າງຄວາມເຂັ້ມ ແຂງ, ເສີມສ້າງ ແລະ ດັດປັບການອອກແບບຫຼັກສູດເພດສຶກສາ ແລະ ການນຳໄປປະຕິບັດໃຫ້ເໝາະສົມ. ດໍາເນີນການວິເຄາະຊ່ອງຫວ່າງຕື່ມອີກ ກ່ຽວກັບການຈັດຕັ້ງປະຕິບັດເພດສຶກສາໂດຍຮັບຂໍ້ມູນແບບເຈາະເລິກຈາກຜູ້ອໍານວຍການໂຮງຮຽນ, ຄູສອນ ແລະ ກະຊວງສຶກສາທິການ ແລະ ກິລາ ກ່ຽວກັບວິທີການຮັບປະກັນການເຂົ້າເຖິງເພດສຶກສາໃຫ້ມີຄວາມຍືນຍົງ.