ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ການສະກັດຊັບພະຍາກອນທຳມະຊາດຂອງໂລກອາດຈະເພີ່ມຂຶ້ນ 60% ພາຍໃນປີ 2060 ຊຶ່ງສົ່ງຜົນກະທົບຕໍ່ເປົ້າໝາຍດ້ານສະພາບອາກາດ ແລະ ຄວາມຮຸ່ງເຮືອງທາງດ້ານເສດຖະກິດພ້ອມທັງຮຽກຮ້ອງໃຫ້ມີການປ່ຽນແປງຄັ້ງໃຫຍ່ໃນດ້ານພະລັງງານ, ອາຫານ, ການຂົນສົ່ງ ແລະ ບ່ອນຢູ່ອາໄສ.
    ບົດລາຍງານທ່າອ່ຽງຊັບພະຍາກອນໂລກປີ 2024 ຂອງຄະນະກຳມະການຊັບພະຍາກອນສາກົນ (IRP) ໃນໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ (UNEP) ລະບຸວ່າ: ການຂະຫຍາຍຕົວຢ່າງຫຼວງຫຼາຍຂອງໂຄງສ້າງພື້ນຖານ ຄວາມຕ້ອງການພະລັງງານ ແລະ ການບໍລິໂພກຂອງຜູ້ບໍລິໂພກໃນໄລຍະ 50 ປີຜ່ານມາ ໂດຍສະເພາະປະເທດຮັ່ງມີນຳໃຊ້ຊັບພະຍາກອນຂອງໂລກເພີ່ມຂຶ້ນ 3 ເທົ່າ. ນອກຈາກນີ້, ການວິເຄາະຍັງພົບວ່າ ຄວາມຕ້ອງການຊັບພະຍາກອນທຳມະຊາດຕ່າງໆຕັ້ງແຕ່ອາຫານໄປຈົນເຖິງເຊື້ອໄຟຟອດຊິວເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍສະເລ່ຍຫຼາຍກວ່າ 2,3% ຕໍ່ປີ ຊຶ່ງປະຊາຊົນໃນປະເທດທີ່ຮັ່ງມີໃຊ້ຊັບພະຍາກອນຫຼາຍກວ່າ 6 ເທົ່າ ແລະ ມີສ່ວນຮັບຜິດຊອບຕໍ່ຜົນກະທົບດ້ານສະພາບອາກາດເຖິງ 10 ເທົ່າ ເມື່ອທຽບກັບກຸ່ມປະເທດທີ່ມີລາຍໄດ້ຕ່ຳກວ່າ. ບົດລາຍງານລະບຸຕື່ມວ່າ: ການສະກັດກັ້ນ ແລະ ການແປຮູບຊັບພະຍາກອນຈຳນວນມະຫາສານເປັນສາເຫດຂອງການປ່ອຍແກັສເຮືອນແກ້ວຫຼາຍກວ່າ 60% ລວມທັງທຳລາຍລະບົບນິເວດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງມະນຸດ. ທ່ານ ຮັນ ບຣຸຍນິງ ກ່າວວ່າ: ທ່າອ່ຽງໃນປັດຈຸບັນອາດຈະເຮັດໃຫ້ໂລກມີອຸນຫະພູມເກີນຂີດຈຳກັດ ຊຶ່ງລະບຸໃນຂໍ້ຕົກລົງປາຣີສະບັບປີ 2015 ແຕ່ທ່ານຍອມຮັບວ່າຊັບພະຍາກອນທຳມະຊາດມີຄວາມຈຳເປັນໃນການພິກສະຖານະການທັງການສົ່ງເສີມການພັດທະນາໃນປະເທດທີ່ທຸກຍາກ ແລະ ການຈັດຫາແຮ່ທາດ ແລະ ໂລຫະທີ່ຈຳເປັນສຳລັບການປ່ຽນຜ່ານພະລັງງານ.
    ເຖິງຢ່າງໃດກໍຕາມ, ບົດລາຍງານໄດ້ກ່າວເຕືອນວ່າ: ຖ້າຫາກບໍ່ມີການປ່ຽນແປງຢ່າງກວ້າງຂວາງ ການສະແຫວງຫາຜົນປະໂຫຍດຈາກຊັບພະຍາກອນໂລກຈະດຳເນີນຕໍ່ໄປ ຊຶ່ງທາງເລືອກດຽວຄືການຮັກສາສົມດູນຂອງຄວາມສຳພັນລະຫວ່າງມະນຸດກັບທຳມະຊາດທີ່ເຫຼືອຜ່ານການປ່ຽນແປງໃນວົງກວ້າງທີ່ເປັນລະບົບຢ່າງແທ້ຈິງໃນດ້ານພະລັງງານ, ອາຫານ, ການເຄື່ອນຍ້າຍ ແລະ ການສ້າງສະພາບແວດລ້ອມຕະຫຼອດຈົນຮອດການກຳນົດລາຄາຕົ້ນທຶນດ້ານສິ່ງແວດລ້ອມຂອງການສະກັດຊັບພະຍາກອນໃຫ້ເປັນສິນຄ້າສຳຄັນ ແລະ ລວມຢູ່ໃນຂໍ້ຕົກລົງທາງການຄ້າ.