ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ກຸ່ມນັກວິໄຈຈາກມະຫາວິທະຍາໄລເມວເບິນ ປະເທດອົສຕຣາລີໄດ້ເປີດເຜີຍບົດລາຍງານການວິໄຈລະບຸວ່າ: ການໃຊ້ເຄື່ອງຊ່ວຍຟັງອາດຈະຊ່ວຍຜູ້ອາຍຸສູງທີ່ມີບັນຫາສູນເສຍການໄດ້ຍິນ ໂດຍສົ່ງເສີມການເຮັດວຽກດ້ານຄວາມຄິດຄວາມເຂົ້າໃຈຂອງສະໝອງ ແລະ ຄວາມສ່ຽງພາວະສະໝອງເຊື່ອມ.
ນັກວິໄຈຈາກມະຫາວິທະຍາໄລເມວເບິນແບ່ງຜູ້ເຂົ້າຮ່ວມ200 ກວ່າຄົນອອກເປັນ 2 ກຸ່ມ ທັງໝົດມີອາຍຸ 60 ປີຂຶ້ນໄປ ໂດຍກຸ່ມໜຶ່ງສູນເສຍການໄດ້ຍິນ ແລະ ໃຊ້ເຄື່ອງຊ່ວຍຟັງ, ສ່ວນອີກກຸ່ມໜຶ່ງບໍ່ໃສ່ເຄື່ອງຊ່ວຍຟັງ ແລະ ຕິດຕາມພວກເຂົາເປັນໄລຍະເວລາ 3 ປີ. ຕະຫຼອດເວລາດັ່ງກ່າວ ນັກວິໄຈໄດ້ປະເມີນສັກກະຍະພາບດ້ານຄວາມຄິດຄວາມເຂົ້າໃຈຂອງຜູ້ອາຍຸສູງທັງສອງກຸ່ມໂດຍໃຊ້ເກມໄພ່ໃນຄອມພິວເຕີ ແລະ ພົບວ່າ: ກຸ່ມທີ່ໃຊ້ເຄື່ອງຊ່ວຍຟັງມີຄວາມຄິດຄວາມເຂົ້າໃຈໃນພາບລວມທີ່ດີຫຼັງຜ່ານໄປ 3 ປີ, ຂະນະກຸ່ມທີ່ບໍ່ໃຊ້ເຄື່ອງຊ່ວຍຟັງມີການຮັບຮູ້ ແລະ ນຶກຄິດຫຼຸດລົງ. ນັກວິໄຈກ່າວວ່າ: ການສູນເສຍການໄດ້ຍິນເປັນເລື່ອງປົກກະຕິຂອງຜູ້ອາຍຸສູງ ໂດຍພາວະນີ້ພົວພັນກັບສັກກະຍະພາບການຮັບຮູ້ ແລະ ນຶກຄິດທີ່ຖົດຖອຍລົງຢ່າງວ່ອງໄວ ຊຶ່ງອາດຈະເພີ່ມຄວາມສ່ຽງຕໍ່ພາວະສະໝອງເຊື່ອມໃນຜູ້ອາຍຸສູງທີ່ສູນເສຍການໄດ້ຍິນ ແລະ ບໍ່ໄດ້ຮັບການປິ່ນປົວ. ຜູ້ທີ່ສູນເສຍເລັກນ້ອຍມີຄວາມສ່ຽງຕໍ່ພາວະສະໝອງເຊື່ອມຫຼາຍກວ່າຜູ້ທີ່ໄດ້ຍິນຕາມປົກກະຕິເກືອບສອງເທົ່າ ສ່ວນຜູ້ທີ່ສູນເສຍການໄດ້ຍິນຢ່າງຮຸນແຮງມີຄວາມສ່ຽງເກືອບ 5 ເທົ່າ.
ນັກວິໄຈພົບວ່າ: ຜູ້ທີ່ຕ້ອງການເຄື່ອງຊ່ວຍຟັງຫຼາຍກວ່າ 70% ບໍ່ໄດ້ເຂົ້າຮັບການເບິ່ງແຍງດ້ານການໄດ້ຍິນ ຫຼື ໃຊ້ເຄື່ອງມືເຫຼົ່ານີ້ພ້ອມທັງເນັ້ນຢ້ຳວ່າການໃຊ້ເຄື່ອງຊ່ວຍຟັງອາດຈະເປັນກົນລະຍຸດດ້ານສາທາລະນະສຸກທີ່ສຳຄັນໃນການຫຼຸດການເຊື່ອມຖອຍດ້ານການນຶກຄິດ ເພື່ອຊ່ວຍຫຼຸດພາວະສະໝອງເຊື່ອມທົ່ວໂລກ. ອີກຢ່າງໜຶ່ງ, ຜົນວິໄຈຂ້າງເທິງໄດ້ຮັບການເຜີຍແຜ່ໃນວາລະສານຟຣອນໄທເອີ ອິນ ນິວໂຣໄຊເອນ (Frontiers in Neuroscience).