ໂດຍ: ສ.ບຸດປະຊາ
    ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ, ຊັບໃນດິນ ສິນໃນນ້ໍາ, ມີຊະນິດພັນສັດປ່ານາໆຊະນິດ ຫຼາຍກວ່າ 1.000 ຊະນິດ ໂດຍສະເພາະ ສັດປ່າ ທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ,ປາຂ່າ ແລະ ສັດປ່າ ຊະນິດອື່ນໆ. ສັດດັ່ງກ່າວ, ມີຄວາມສໍາຄັນຕໍ່ການຮັກສາຄວາມອຸດົມສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນຂອງລະບົບນິເວດໃນທໍາມະຊາດ, ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າຂອງຊາດລາວເຮົາ.
    ດັ່ງນັ້ນ, ພັກ ແລະ ລັດຖະບານ ຈຶ່ງຖືເອົາວຽກງານການຄຸ້ມຄອງ, ປົກປັກຮັກສາສັດປ່າ ແລະ ແຫຼ່ງທີ່ຢູ່ອາໄສຂອງສັດປ່າ ກໍຄື ປ່າໄມ້ ເປັນຍຸດທະສາດທີ່ສໍາຄັນ ຊຶ່ງໃນພິທີສະເຫຼີມສະຫຼອງວັນສັດປ່າ ແຫ່ງຊາດ ແລະ ສາກົນ ເມື່ອຕົ້ນເດືອນມີນາຜ່ານມານີ້ ທີ່ມະຫາວິທະຍາໄລແຫ່ງຊາດ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ໃຫ້ຮູ້ວ່າ: ຕໍ່ກັບວຽກງານດັ່ງກ່າວນີ້, ພັກ ແລະ ລັດຖະບານ ໄດ້ກໍານົດນະໂຍບາຍ, ນິຕິກໍາ ແລະ ຄາດໝາຍສູ້ຊົນ ຢ່າງຈະແຈ້ງ ເປັນຕົ້ນແມ່ນ ມະຕິ ສະບັບເລກທີ 026/ຄບສພ, ລົງວັນທີ 3 ສິງຫາ 2017 ແລະ ມະຕິ ເລກທີ 098/ສພຊ, ລົງວັນທີ 28 ມິຖຸນາ 2018, ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ແລະ ຍຸດທະສາດພັດທະນາວຽກງານປ່າໄມ້ ຄື: ຍົກລະດັບຄວາມປົກຫຸ້ມຂອງປ່າໄມ້ ທີ່ມີໃນປັດຈຸບັນ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ແລະ ປົກປັກຮັກສາບ່ອນຢູ່ອາໄສຂອງສັດປ່າ ຫຼື ທີ່ດິນປ່າໄມ້ ໃຫ້ໄດ້ 70% (16,5 ລ້ານເຮັກຕາ).
ມາຮອດປັດຈຸບັນ, ເຖິງວ່າຈະໄດ້ກໍານົດທີ່ດິນປ່າໄມ້ຕົວຈິງໄດ້ 15,9 ລ້ານເຮັກຕາ,ແຕ່ເຖິງຢ່າງໃດກໍຕາມ, ໃນຂອບເຂດ 3 ປະເພດປ່າ ຍັງບໍ່ທັນໄດ້ຮັບຈັດສັນ ແລະ ວາງແຜນການຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ ຢ່າງລະອຽດຄົບຖ້ວນເທື່ອ ໂດຍສະເພາະຍັງມີປະຊາຊົນອາໄສຢູ່ໃນ ແລະ ອ້ອມຮອບ 3 ປະເພດປ່າ ທັງໝົດ 2.877 ບ້ານ, ມີກິດຈະກໍາການນໍາໃຊ້ທີ່ດິນ ທີ່ສອດຄ່ອງ ແລະ ບໍ່ສອດຄ່ອງຕາມກົດຫມາຍ ທີ່ກະທົບຕໍ່ກັບ ປ່າໄມ້ ແລະ ທີ່ດິນປ່າໄມ້ ທາງກົງ ແລະ ທາງອ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ການທໍາລາຍບ່ອນຢູ່ອາໄສ, ການລັກລອບລ່າສັດ ແລະ ການຄ້າຂາຍສັດປ່າຜິດກົດໝາຍເປັນໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ສັດປ່າ.
    ເພື່ອແກ້ໄຂ ແລະ ບັນລຸຕາມຄາດໝາຍສູ້ຊົນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີນະໂຍບາຍຢ່າງຊັດເຈນໃນການສົ່ງເສີມການພົວພັນຮ່ວມມືກັບບັນດາຄູ່ຮ່ວມງານຢູ່ພາຍໃນ, ຕ່າງປະເທດ, ທັງພາກພື້ນ ແລະ ສາກົນ ກ່ຽວກັບ ວຽກງານສັດປ່າ ໂດຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ການຄົ້ນຄວ້າວິທະຍາສາດ, ນໍາໃຊ້ເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວນັ້ນ ມີປະສິດຕິພາບ, ຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ທັນສະໄໝ. ໂດຍຖືເອົາ ກົດໝາຍ ວ່າດ້ວຍສັດປ່າ (2023), ກົດໝາຍ ວ່າດ້ວຍປ່າໄມ້ (2019) ແລະ ນິຕິກໍາລຸ່ມກົດໝາຍຕ່າງໆ, ພ້ອມທັງ, ສົນທິສັນຍາ ທີ່ ສປປ ລາວ ເປັນ ພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ.
ສປປ ລາວ ໄດ້ເຂົ້າເປັນພາຄີຂອງ ສົນທິສັນຍາ ວ່າດ້ວຍ ການຄ້າຂາຍສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ (CITES)ໃນວັນທີ 30 ພຶດສະພາ 2004 ຊຶ່ງສົນທິສັນຍານັ້ນໄດ້ ລົງນາມໃນປີ 1973 ແລະ ປີນີ້ກໍຄົບຮອບ 51 ປີ, ນອກນີ້, ສປປ ລາວ ຍັງໄດ້ເຊື່ອມໂຍງວັນສັດປ່າແຫ່ງຊາດ ເຂົ້າເປັນວັນດຽວກັນກັບ ວັນສັດປ່າໂລກ ຊຶ່ງຜ່ານມານັ້ນ ວັນສັດປ່າ ແຫ່ງຊາດ (ຫຼື ວັນອະນຸລັກ ສັດປ່າ ແຫ່ງຊາດນັ້ນ ແມ່ນກົງກັບວັນທີ 13 ກໍລະກົດ ຂອງທຸກໆປີ) ປັດຈຸບັນ ວັນສັດປ່າ ແຫ່ງຊາດ ແມ່ນໄດ້ ປ່ຽນ ແລະ ກໍານົດເປັນ ວັນທີ 3 ມີນາ ຂອງທຸກໆປີ (ຕາມກົດໝາຍ ວ່າດ້ວຍ ສັດປ່າ ສະບັບປັບປຸງ 2023) ສໍາລັບ ວັນສັດປ່າ ແຫ່ງຊາດໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ ແມ່ນຄົບຮອບ 27 ປີ.
ປັດຈຸບັນ, ນະວັດຕະກໍາທາງດີຈີຕອນ ມີຄວາມສຳຄັນໃນທຸກຂົງເຂດວຽກງານ ໂດຍສະເພາະສ້າງຄວາມສະດວກໃຫ້ວຽກງານໄດ້ເຄື່ອນໄຫວດີຂຶ້ນກວ່າເກົ່າ ຊຶ່ງການຄຸ້ມຄອງ, ປົກປັກຮັກສາສັດປ່າ ແລະ ແຫຼ່ງທີ່ຢູ່ອາໄສຂອງສັດປ່າ ກໍຈໍາເປັນຕ້ອງໄດ້ນໍາເຂົ້າມາຊ່ວຍ ເພື່ອເຮັດໃຫ້ວຽກງານອະນຸລັກສັດປ່າປະສົບຜົນສໍາເລັດຢ່າງມີປະສິດຕິພາບ ດ້ວຍລະບົບການຕິດຕາມຂັ້ນສູງ ກ້າວໄປສູ່ການວິເຄາະຂໍ້ມູນທີ່ຂັບເຄື່ອນດ້ວຍປັນຍາປະດິດ, ຈາກການຕິດຕາມດ້ວຍດາວທຽມໂດຍເຕັກໂນໂລຊີທີ່ນໍາໃຊ້ເຂົ້າໃນວຽກງານການສະກັດກັ້ນການຄ້າຂາຍສັດປ່າທີ່ຜິດກົດໝາຍ. ຍິ່ງໄປກວ່ານັ້ນ, ໝາກຫົວໃຈ ແລະ ຄວາມສໍາເລັດຂອງການອະນຸລັກສັດປ່າ ແມ່ນຕ້ອງອາໄສການຮ່ວມມື ແລະ ການມີສ່ວນຮ່ວມ ຂອງປະຊາຊົນ, ມວນຊົນ, ພໍ່ຄ້າຊາວຂາຍ, ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ ແລະ ເອກະຊົນ, ນັກຮຽນ, ນັກສຶກສາ, ນັກວິທະຍາສາດ ແລະ ຜູ້ຊ່ຽວຊານ ດ້ານເຕັກໂນໂລຊີ ພວກເຮົາຈຶ່ງຈະສາມາດແກ້ໄຂສິ່ງທ້າທາຍໃນຫຼາຍດ້ານທີ່ໂລກເຮົາ ກໍຄື ປະເທດຊາດຂອງພວກເຮົາ ກໍາລັງປະເຊີນຢູ່.
ສັງລວມແລ້ວ, ຈະເຫັນໄດ້ວ່າ: ການເຊື່ອມໂຍງຄົນ ແລະ ທໍາມະຊາດ ນໍາໃຊ້ນະວັດຕະກຳທາງດີຈີຕອນ ເພື່ອວຽກງານອະນຸລັກສັດປ່າ ທ່າມກາງຍຸກຂອງຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ອັນຈະຊ່ວຍໃຫ້ຄົນເຮົາມີຄວາມເຂັ້ມແຂງຂຶ້ນນໍາໃຊ້ເຄື່ອງມືດີຈີຕອນ ທີ່ເປັນນະວັດຕະກໍາທາງດ້ານເຕັກໂນໂລຢີ ເຂົ້າໃນການຄຸ້ມຄອງ, ການອະນຸລັກ, ການກວດກາຕິດຕາມ, ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ, ການສື່ສານ, ການວິເຄາະຂໍ້ມູນ, ການກໍານົດໄພຂົ່ມຂູ່ທີ່ເກີດຂຶ້ນໃນເວລາຈິງ, ການຄາດຄະເນຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ທີ່ຢູ່ອາໄສຂອງສັດປ່າທີ່ມີຄວາມສ່ຽງ ແລະ ອື່ນໆ ທີ່ຕິດພັນກັບວຽກງານສັດປ່າ ໃຫ້ເປັນລະບົບທີ່ງ່າຍຂຶ້ນ, ມີປະສິດທິພາບ, ປະສິດຕິຜົນ ແລະ ຮັບປະກັນຄວາມຖືກຕ້ອງ.