ໂດຍ: ວັນເພັງ
ລັດຖະບານຍາມໃດກໍເຫັນຄວາມສຳຄັນ ແລະ ຈຳເປັນຕ້ອງໄດ້ຄວບຄຸມການບໍລິໂພກຢາສູບ ເພື່ອແນໃສ່ໃຫ້ຜູ້ບໍລິໂພກຢາສູບຫຼຸດລົງເທື່ອລະກ້າວ ໂດຍສະເພາະຕ້ອງໄດ້ມີການໂຄສະນາ ແລະ ເກັບອາກອນຈາກຜູ້ຊົມໃຊ້.
ການເກັບອາກອນຊົມໃຊ້ຈາກທຸກປະເພດສິນຄ້າຟຸ່ມເຟືອຍເປັນຕົ້ນຢາສູບ, ເຫຼົ້າ, ເບຍ, ນໍ້າມັນ, ເຄື່ອງສໍາອາງ, ພາຫະນະ, ການພະນັນ ແລະ ອື່ນໆ.ຢາສູບແມ່ນຜະລິດຕະພັນພິເສດເປັນສິນຄ້າເສບຕິດອັນດຽວທີ່ຍັງຖືກກົດໝາຍທີ່ເຮັດໃຫ້ເຄິ່ງໜຶ່ງຂອງຜູ້ບໍລິໂພກປະຈຳເປັນພະຍາດຮ້າຍແຮງ-ຊໍາເຮື້ອ,ກາຍເປັນພິການແລະເສຍຊີວິດກ່ອນໄວອັນຄວນ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ມີການຄວບຄຸມການບໍລິໂພກຢາສູບ ໂດຍໄດ້ເກັບອາກອນຊົມໃຊ້ຢາສູບ ຊຶ່ງແມ່ນຜູ້ຊົມໃຊ້ເປັນຄົນຈ່າຍ. ສະນັ້ນ,ຜູ້ສູບຢາກໍເປັນຄົນຈ່າຍອາກອນຊົມໃຊ້ຢາສູບ, ວິທີການຈ່າຍແມ່ນໃຫ້ຈ່າຍຜ່ານບໍລິສັດຢາສູບ ຊຶ່ງບໍລິສັດໄດ້ຄິດໄລ່ອາກອນຊົມໃຊ້ແຕ່ລະຊອງແລ້ວບວກຈໍານວນເງິນທີ່ຕ້ອງຈ່າຍອາກອນຊົມໃຊ້ເຂົ້າໄປໃນລາຄາຢາສູບຕໍ່ຊອງ ກ່ອນທີ່ພວກເຂົາຈະຂາຍອອກຈາກໂຮງງານ.
ໃນປີ 2011-2013ເສດຖະກິດຂອງລາວມີການຂະຫຍາຍຕົວໃນອັດຕາສູງກວ່າ 10%, ຍ້ອນເສດຖະກິດຂະຫຍາຍຕົວຢ່າງວ່ອງໄວເຮັດໃຫ້ຄົນລາວເພີ່ມຄວາມສາມາດໃນການຊື້ສິນຄ້າຫຼາຍໆຢ່າງລວມທັງຢາສູບ ໂດຍມີຫຼາຍມາດຕະການທີ່ສາມາດຄວບຄຸມໃຫ້ການບໍລິໂພກຢາສູບຫຼຸດລົງເປັນຕົ້ນການໃຫ້ຄວາມຮູ້ກ່ຽວກັບຜົນຮ້າຍຂອງການສູບຢາແລະການໄດ້ຮັບຄວັນຢາສູບຈາກຄົນອື່ນ, ຈັດໃຫ້ບ່ອນເຮັດວຽກ,ສະຖານທີ່ສາທາລະນະປອດຄວັນຢາສູບ, ພິມຄໍາເຕືອນສຸຂະພາບທີ່ເປັນຮູບພາບໃຫຍ່ໃສ່ຊອງຢາສູບ, ຫ້າມໂຄສະນາສົ່ງເສີມການຂາຍຢາສູບທຸກຮູບແບບ, ປົກປ້ອງນະໂຍບາຍທາງດ້ານສາທາລະນະສຸກຈາກອິດທິພົນ, ການແຊກແຊງຂອງບໍລິສັດຢາສູບແລະການເກັບອາກອນຊົມໃຊ້ຢາສູບໃຫ້ສູງ. ໃນນັ້ນ, ນະໂຍບາຍການເກັບອາກອນຊົມໃຊ້ສູງໆນີ້ເປັນມາດຕະການທີ່ມີປະສິດທິຜົນສູງສຸດທີ່ຈະຫຼຸດການສູບຢາລົງໄດ້, ຖ້າອາກອນຊົມໃຊ້ສູງລາຄາຢາສູບກໍຈະແພງຄົນສູບຢາກໍຈະຫຼຸດລົງໂດຍສະເພາະຜູ້ມີລາຍຮັບຕໍ່າຍັງສາມາດປ້ອງກັນການເຂົ້າເຖິງຢາສູບຂອງເດັກແລະໄວໜຸ່ມໄດ້. ສຳລັບການຂຶ້ນອາກອນຊົມໃຊ້ຢາສູບລັດຖະບານຈະຕ້ອງຂຶ້ນໃຫ້ສູງກວ່າການເຕີບໂຕຂອງເສດຖະກິດເພື່ອໃຫ້ຢາສູບກາຍເປັນສິນຄ້າທີ່ຄົນບໍ່ສາມາດຊື້ໄດ້ເປັນປະຈໍາ. ໃນນັ້ນ, ມີການສຶກສາຄວາມສາມາດຊື້ຢາສູບຂອງຄົນລາວພົບວ່າ: ຕະຫຼອດ 5 ປີ (1999-2013) ຢາສູບທຸກປະເພດທີ່ຂາຍໃນລາວທັງຢາສູບລາຄາແພງ, ກາງ (ຍອດນິຍົມ) ແລະຖືກລ້ວນແຕ່ມີມູນຄ່າຖືກລົງເມື່ອທຽບໃສ່ສິນຄ້າທີ່ຈໍາເປັນຕ່າງໆເຊັ່ນ: ເຂົ້າ, ໄຂ່ແລະຄ່າແຮງງານຂັ້ນຕໍ່າຊຶ່ງເຮັດໃຫ້ຄົນລາວທຸກຄົນລວມທັງຜູ້ມີລາຍໄດ້ໜ້ອຍສຸດແມ່ນສາມາດຊື້ຢາສູບໄດ້ຫຼາຍຂຶ້ນ.
ຂໍ້ມູນຈາກUNDP/WHO 2021 ໃຫ້ຮູ້ວ່າ: ຢາສູບເປັນສາເຫດການຕາຍອັນດັບໜຶ່ງຂອງໂລກເມື່ອທຽບກັບການຕາຍຍ້ອນໄຂ້ຍຸງ, ວັນນະໂຣກ, ຖອກທ້ອງ ແລະ ພະຍາດເອດລວມເຂົ້າກັນ, ຖ້າບໍ່ມີມາດຕະການ ທີ່ມີປະສິດທິພາບ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຮີບດ່ວນ, ຢາສູບຈະຂ້າຜູ້ບໍລິໂພກເພີ່ມຂຶ້ນເປັນສອງເທົ່າ ຫຼືປະມານ 1 ຕື້ຄົນພາຍໃນສະຕະວັດນີ້. ພ້ອມນັ້ນ, ທົ່ວໂລກມີຄົນຕາຍຍ້ອນຢາສູບກວ່າ 8 ລ້ານຄົນຕໍ່ປີ ແລະ ແຕ່ລະປີຄົນລາວຕາຍຍ້ອນຢາສູບເຖິງ 6.700 ຄົນ ຫຼື 18 ຄົນ/ມື້. ໃນນັ້ນ, ທະນາຄານໂລກຍັງໄດ້ສະເໜີໃຫ້ລັດຖະບານແຕ່ລະປະເທດເກັບອາກອນຢາສູບໃຫ້ໄດ້ 2/3 ຫາ 4/5 ຂອງລາຄາຂາຍຍ່ອຍ, ໃນຂະນະທີ່ອົງການອະນາໄມໂລກແນະນໍາໃຫ້ປະເທດພາຄີສົນທິສັນຍາເກັບອາກອນຢາສູບໃຫ້ໄດ້ຢ່າງໜ້ອຍ 70% ຂອງລາຄາຂາຍຍ່ອຍ.