ໂດຍ: ວັນເພັງ
ເພື່ອເປັນທິດທາງສືບຕໍ່ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມແລະຟື້ນຟູຫຼັງໄພພິບັດໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ(ຄພສ)ໄດ້ເນັ້ນຫຼາຍບັນຫາໃຫ້ຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນດີໃນຕໍ່ໜ້າ.
ທ່ານພົນເອກຈັນສະໝອນຈັນຍາລາດກ່າວເນັ້ນວ່າ: ໜຶ່ງ: ໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບັນດານິຕິກໍາ ແລະ ເຊື່ອມສານຍຸດທະສາດເຂົ້າໃນແຜນຂອງຂະແໜງການຕົນທັງຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມທັງຈັດສັນງົບປະມານຕາມຄວາມເໝາະສົມ;ສອງ: ສືບຕໍ່ຂະຫຍາຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍການຄົ້ນຄວ້າຈັດສັນທຶນຈາກງົບປະມານຂອງລັດເຂົ້າໃສ່ກອງທຶນໃນແຕ່ລະປີ ພ້ອມທັງໃຫ້ເອົາໃຈໃສ່ລະດົມທຶນເຂົ້າໃນກອງທຶນຕາມແຫຼ່ງທຶນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ດຳລັດວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ; ສາມ: ໃຫ້ກະຊວງການເງິນ, ຫ້ອງການສໍານັກງານນາຍົກລັດຖະມົນຕີ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ຄົ້ນຄວ້າວິທີການສະເໜີປັບປຸງສາລະບານການເງິນເພື່ອໃຫ້ມີສາລະບານການເງິນວຽກງານຄຸ້ມຄອງໄພພິບັດຊຶ່ງໃນໄລຍະບໍ່ທັນມີສາລະບານການເງິນໃຫ້ຮ່ວມກັນຄົ້ນຄວ້າສະໜອງງົບປະມານເຂົ້າໃສ່ກອງທຶນຄຸ້ມຄອງໄພພິບັດໃນແຕ່ລະປີເພາະເປັນສິ່ງຈໍາເປັນເພື່ອໃຫ້ມີງົບປະມານໃນການແກ້ໄຂສຸກເສີນທັນສະພາບການ;ສີ່:ໃຫ້ກະຊວງ ຮສສສົມທົບກັບກະຊວງແຜນການ ແລະ ການລົງທຶນ, ຫ້ອງການສໍານັກງານນາຍົກລັດຖະມົນຕີ, ກະຊວງການເງິນຄົ້ນຄວ້າຮ່ວມກັນອັນໃດແມ່ນວຽກງານການແກ້ໄຂຟື້ນຟູສຸກເສີນ ແລະ ວຽກງານການແກ້ໄຂຟື້ນຟູປົກກະຕິ ຊຶ່ງການແກ້ໄຂຟື້ນຟູໄພພິບັດສຸກເສີນມອບໃຫ້ເປັນວຽກງານຂອງຄະນະກຳມະການ ຊຶ່ງມີການເກັບກຳຂໍ້ມູນປະເມີນລາຍງານ ແລະ ສະເໜີລັດຖະບານໃນການແກ້ໄຂໄປຕາມກົດໝາຍຄຸ້ມຄອງໄພພິບັດ.ສ່ວນວຽກງານການຟື້ນຟູໄພພິບັດປົກກະຕິ ຫຼືໄລຍະຍາວມອບໃຫ້ກະຊວງແຜນການ ແລະ ການລົງທຶນສະເໜີລັດຖະບານຜ່ານສະພາຮັບຮອງເຂົ້າແຜນລົງທຶນຂອງລັດໃນແຕ່ລະປີ ໂດຍມີການຢັ້ງຢືນເຂດໄພພິບັດ ແລະ ໂຄງການຈາກຄະນະກຳມະການຄຸ້ມຄອງໄພພິບັດໃນແຕ່ລະປີ;ຫ້າ: ໃຫ້ເອົາໃຈໃສ່ສືບຕໍ່ປັບປຸງກົນໄກ, ສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນ, ກຽມຄວາມພ້ອມດ້ານພາຫະນະ-ອຸປະກອນ ເພື່ອຮັບມືໃຫ້ທັນກັບສະພາບການ ແລະ ວ່ອງໄວ. ສຳລັບການແກ້ໄຂ ແລະ ປົວແປງໃນໄລຍະສຸກເສີນມອບໃຫ້ທ້ອງຖິ່ນເປັນເຈົ້າການ ຕາມການແບ່ງຂັ້ນຄຸ້ມຄອງທີ່ກຳນົດໄວ້ໃນກົດໝາຍ;ຫົກ: ໃຫ້ກະຊວງ ຮສສ ສົມທົບກັບກະຊວງການເງິນ, ກະຊວງປ້ອງກັນປະເທດສືບຕໍ່ໃນການຈັດຊື້ເຄື່ອງອຸປະກອນກອບກູ້ ແລະ ມອດໄຟສໍາລັບຕິດຍົນໃຫ້ທາງກະຊວງປ້ອງກັນປະເທດ ເພື່ອນໍາໃຊ້ເຂົ້າໃນການມອດໄຟປ່າໃຫ້ໄປຕາມກຳນົດເວລາບໍ່ໃຫ້ກາຍທ້າຍເດືອນມີນາ 2024;ເຈັດ:ບັນດາບົດສະຫຼຸບວຽກງານຄຸ້ມຄອງໄພພິບັດປີ 2023, ທິດທາງແຜນການປີ2024, ແຜນກຽມພ້ອມຕອບໂຕ້ປີ 2024ແມ່ນຫຼັງຈາກສຳເລັດກອງປະຊຸມແຈ້ງໃຫ້ທຸກພາກສ່ວນເພື່ອນໍາໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ;ແປດ:ສືບຕໍ່ຕິດຕາມສະພາບອາກາດເພື່ອຮັບປະກັນໃຫ້ມີການແຈ້ງເຕືອນໄພລ່ວງໜ້າເພື່ອໃຫ້ທັນກັບສະພາບ.ພ້ອມນີ້, ໃຫ້ທ້ອງຖິ່ນເປັນເຈົ້າການແຈ້ງເຕືອນປະຊາຊົນໃນພື້ນທີ່ໆມີຄວາມສ່ຽງໃຫ້ຮັບຮູ້ຢ່າງທົ່ວເຖິງ, ວ່ອງໄວ;ເກົ້າ:ເພື່ອອຳນວຍຄວາມສະດວກໃນການຮັບເອົາເຄື່ອງຊ່ວຍເຫຼືອຈາກຕ່າງປະເທດ ໂດຍສະເພາະການນໍາເຂົ້າໃນການຍົກເວັ້ນພາສີ-ອາກອນຕ່າງໆຕາມກົດໝາຍວາງໄວ້.ສິບ: ໃຫ້ກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດແຕ່ລະຂັ້ນເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດແຜນການປີ 2024, ແຜນກຽມພ້ອມຕອບໂຕ້ໄພພິບັດ ແລະ ສະຫຼຸບລາຍງານໃຫ້ຄະນະກຳມະການເປັນແຕ່ລະໄລຍະພ້ອມທັງເປັນເສນາທິການໃຫ້ແກ່ຄະນະກຳມະການໃນການຍາດແຍ່ງການຮ່ວມມືກັບສາກົນ, ພາກພື້ນ, ອົງການຈັດຕັ້ງສາກົນ ແລະ ອື່ນໆເຂົ້າມາມີສ່ວນຮ່ວມໃນວຽກງານຄຸ້ມຄອງໄພພິບັດ ໂດຍສະເພາະກົນໄກການຮ່ວມມືທີ່ເຮົາມີແລ້ວ ແລະ ກຳລັງສ້າງຂຶ້ນ; ສິບເອັດ: ມອບໃຫ້ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງໃນທົ່ວປະເທດ ກໍຄືຄະນະພັກ, ອໍານາດການປົກຄອງແຕ່ລະຂັ້ນເປັນເຈົ້າການຊີ້ນໍາ-ນໍາພາທຸກການຈັດຕັ້ງພາຍໃນທ້ອງຖິ່ນຂອງຕົນ, ດໍາເນີນຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ຟື້ນຟູຫຼັງໄພພິບັດໃຫ້ຖືເປັນວຽກບຸລິມະສິດແມ່ນຄວາມຈຳເປັນໃຫ້ມີການປະສານງານກັນຢ່າງໃກ້ຊິດລະຫວ່າງຂັ້ນສູນກາງ ແລະ ຂັ້ນແຂວງ.