ໂດຍ: ພູວັນ
ບຸນປີໃໝ່ລາວ ຫຼືເອີ້ນວ່າ: ສົງການ ຖືເປັນປາງບຸນໃຫຍ່ຂອງຄົນລາວຊາວພຸດຢູ່ໃນຮີດ 12 ຄອງ 14 ຂອງລາວທີ່ເຄີຍປະຕິບັດສືບທອດກັນມາແຕ່ບູຮານນະການ ຖືເອົາໂອກາດນີ້ເປັນການອວຍພອນໄຊ, ສະຫຼຸບ, ຍ້ອງຍໍ, ພົບປະສັງສັນ, ເຕົ້າໂຮມຄວາມສາມັກຄີ ແລະ ສະເຫຼີມສະຫຼອງກັນໃນຂອບເຂດທົ່ວປະເທດນັບຕັ້ງແຕ່ເໜືອຕະຫຼອດໃຕ້ຊຶ່ງຈັດຂຶ້ນປີລະຄັ້ງ. ສຳລັບປີນີ້ການສະເຫຼີມສະຫຼອງບຸນປີໃໝ່ລາວແມ່ນເລີ່ມແຕ່ວັນທີ 14 ຫາ 16 ຂອງເດືອນເມສາ, ພໍໃກ້ຈະຮອດບຸນປີໃໝ່ປວງຊົນລາວໄດ້ພາກັນກະກຽມຕ້ອນຮັບປີໃໝ່ເຊັ່ນ:ທໍາຄວາມສະອາດຕາມເຮືອນຊານບ້ານຊ່ອງ, ກະກຽມຫາດອກໄມ້ທີ່ມີກິ່ນຫອມເຊັ່ນ: ດອກຄູນ,ດອກຈຳປາ, ດອກຈຳປີ, ດອກດາວເຮືອງ, ດອກພຸດ ແລະ ອື່ນໆ ເພື່ອມາແຕ່ງນ້ຳຫອມຫົດສົງພະພຸດທະຮູບ, ພໍ່ແມ່, ຜູ້ມີບຸນຄຸນ ແລະ ອ້າຍນ້ອງໝູ່ເພື່ອນເພື່ອຄວາມເປັນສີລິມຸງຄຸນ.
ອີງຕາມປະເພນີທີ່ເຄີຍປະຕິບັດກັນມາ ບຸນປີໃໝ່ລາວໄດ້ມີການສະເຫຼີມສະຫຼອງເປັນເວລາ 3 ວັນຄື: ວັນສັງຂານລ່ວງ ໝາຍເຖິງວັນສົ່ງທ້າຍປີເກົ່າ, ວັນເນົາ ແລະ ວັນສັງຂານຂຶ້ນ ຊຶ່ງແມ່ນວັນເລີ່ມຕົ້ນຂອງປີໃໝ່ນັ້ນເອງ, ກ່ຽວກັບວັນບຸນປີໃໝ່ລາວ ຫຼືວັນສົງການນີ້ໄດ້ມີນິທານບອກເລົ່າຕໍ່ກັນມາເລື່ອງໜຶ່ງ ຊຶ່ງພະຍາກະບິນລະພົມຢາກທົດສອບຄວາມຮູ້, ຄວາມສະຫຼາດຂອງທ້າວ ທຳມະບານ ກຸມມານ, ພະຍາກະບິນລະພົມຈຶ່ງໄດ້ຕັ້ງຄຳຖາມຂຶ້ນ 3 ຂໍ້ຄື: ໜຶ່ງ: ຕອນເຊົ້າສີລິຂອງຄົນຢູ່ໃສ?, ສອງ: ຕອນທ່ຽງ ສີລິຂອງຄົນຢູ່ໃສ? ແລະ ສາມ: ຕອນກາງຄືນ ສີລິຂອງຄົນຢູ່ໃສ? ໂດຍວາງເງື່ອນໄຂໄວ້ວ່າ: ຖ້າຕອບບໍ່ໄດ້, ພະຍາກະບິນລະພົມຈະຕັດຫົວທ້າວ ທຳມະບານ ກຸມມານ; ຖ້າຫາກວ່າຕອບໄດ້ພະຍາກະບິນລະພົມຈະຕັດຫົວຂອງຕົນເອງ ແລະ ໃຫ້ເວລາແກ່ທ້າວ ທຳມະບານ ກຸມມານໄປຄົ້ນຄິດເປັນເວລາ 7 ວັນ ຊຶ່ງທ້າວ ທຳມະບານ ກຸມມານ ສາມາດຕອບຄຳຖາມພະຍາກະບິນລະພົມໄດ້. ດັ່ງນັ້ນ, ພະຍາກະບິນລະພົມຈຶ່ງຕ້ອງໄດ້ຕັດຫົວຂອງຕົນເອງຕາມເງື່ອນໄຂທີ່ວາງໄວ້. ກ່ອນຈະຕັດຫົວຂອງຕົວເອງພະຍາກະບິນລະພົມໄດ້ເອີ້ນລູກສາວທັງ 7 ມາສັ່ງວ່າພໍ່ຈະຕັດຫົວບູຊາທຳມະບານກຸມມານ; ຖ້າຫົວຂອງພໍ່ຫາກຕົກລົງໃສ່ແຜ່ນດິນໄຟກໍຈະໄໝ້ໂລກ; ຖ້າໂຍນຂຶ້ນໄປເທິງຟ້າກໍຈະເກີດໄພແຫ້ງແລ້ງ; ຖ້າຖິ້ມລົງໃນມະຫາສະໝຸດນ້ຳກໍຈະແຫ້ງ. ດັ່ງນັ້ນ, ໃຫ້ພວກລູກທັງ 7 ຄົນເອົາພາພານມາຮອງຮັບເອົາຫົວຂອງພໍ່ໄວ້ແລ້ວເຊີນໄປຕັ້ງໄວ້ໃນຖໍ້າຄັນທະທຸລີທີ່ພູເຂົາໄກລາດ ແລະ ບູຊາດ້ວຍເຄື່ອງສັກກາລະທິບຕ່າງໆດ້ວຍເຖີ້ນ. ເມື່ອຄົບຮອບເວລາໃນແຕ່ລະປີດັ່ງວັນປີໃໝ່ ຫຼືວັນສັງຂານ ລູກສາວທັງ 7 ກໍປ່ຽນຜຽນກັນຕາມລຳດັບພາບໍລິວານ ແລະ ເທບພະຍາດາທັງຫຼາຍມາເຊີນເອົາຫົວຂອງພະຍາກະບິນລະພົມອອກມາຫົດສົງ ແລະ ແຫ່ວຽນອ້ອມເຂົາພະສຸເມນ. ຫຼັງຈາກນັ້ນຂະບວນກໍນຳຫົວຂອງພະຍາກະບິນລະພົມໄປໄວ້ທີ່ເດີມ.ສະນັ້ນເພິ່ນຈຶ່ງເອີ້ນລູກສາວທັງ 7 ຂອງພະຍາກະບິນລະພົມວ່ານາງສັງຂານແຕ່ນັ້ນມາ.
ອີງຕາມປະເພນີສືບຕໍ່ກັນມາ ເມື່ອເຖິງວັນສັງຂານແລ້ວຍາມເຊົ້າຄົນທັງຫຼາຍພາກັນອອກໄປເຮັດບຸນຕັກບາດຢູ່ວັດ, ໄຫວ້ພະພຸດທະຮູບ, ພະທາດເຈດີດ້ວຍດອກໄມ້ທູບທຽນ ແລະ ນິມົນເອົາພະພຸດທະຮູບລົງມາຈາກຮ້ານພະ ເພື່ອມາປະດິດສະຖານໄວ້ທີ່ໂຮງເພື່ອຫົດສົງ ເອີ້ນວ່າ “ເອົາພະລົງ”. ເມື່ອເຖິງເວລາຄ່ຳຄືນໃນລະຫວ່າງວັນສັງຂານນີ້ກໍພາກັນກໍ່ພະທາດເຈດີດ້ວຍດິນຊາຍເອີ້ນວ່າ “ຕົບພະທາຍ”, ທຳບຸນໃຫ້ທານ, ຟັງທຳມະເທດສະໜາ, ເຮັດບັງສະກຸນເພື່ອເຮັດທານຫາຜູ້ທີ່ລ່ວງລັບໄປຕາມສັດທາຂອງໃຜລາວດັ່ງນີ້ເປັນຕົ້ນ, ເມື່ອເຖິງວັນທີ່ສາມຄືວັນສັງຂານຂຶ້ນພະພິກຂຸສົງກໍຈະນິມົນເອົາພະພຸດທະຮູບທຸກອົງຂຶ້ນຄືນໄວ້ແທ່ນເດີມ ຊຶ່ງເຮົາເອີ້ນວັນນີ້ວ່າ: ວັນສັງຂານຂຶ້ນ ຫຼືວັນຂຶ້ນປີໃໝ່ນັ້ນເອງ, ຫຼັງຈາກທີ່ນິມົນພະຂຶ້ນແທ່ນຄືນແລ້ວພິທີການສະເຫຼີມສະຫຼອງປີໃໝ່ລາວກໍສິ້ນສຸດລົງ. ໃນໄລຍະຕົ້ນຂອງປີໃໝ່ນີ້ແຕ່ລະຄອບຄົວກໍໄດ້ຈັດບາສີສູ່ຂວັນກັນເພື່ອຮັບໂຊກ ຮັບໄຊໃນວັນຂຶ້ນປີໃໝ່.