ສະຖາບັນຄົ້ນຄ້ວາປະຫັວດສາດ ແລະ ບູຮານວິທະຍາ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການສຶກສາຄຸນລັກສະນະສະເພາະເສັ້ນໄໝ ແລະ ຜ້າໄໝແຂວງຊຽງຂວາງເພື່ອກະກຽມຈົດທະບຽນຖິ່ນກຳເນີດ ຂຶ້ນໃນວັນທີ 2 ເມສານີ້ ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ໂດຍການສະນັບສະໜູນ ຂອງກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໂດຍການເປັນປະທານຂອງທ່ານ ໜໍບີ ຫາຕົ່ງປາວ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຮອງປະທານສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ, ມີພາກສ່ວນກ່ຽວຂ້ອງຈາກສູນກາງ, ແຂວງຊຽງຂວາງເຂົ້າຮ່ວມ.
 ກອງປະຊຸມຄັ້ງນີ້, ທ່ານ ໜໍບີ ຫາຕົ່ງປາວ ໄດ້ກ່າວເປີດວ່າ: ການພັດທະນາເສດຖະກິດ-ສັງຄົມ. ແຂວງຊຽງຂວາງມີມູນເຊື້ອມາແຕ່ດຶກດຳບັນໃນການປູກມອນ-ລ້ຽງມ້ອນ ແລະ ສາວໄໝຊຶ່ງເປັນເອກະລັກສະເພາະຂອງແຂວງອັນເນື່ອງມາຈາກແມ່ຍິງລາວນຸ່ງສີ້ນບ່ຽງແພໄໝມ້ອນເປັນປະເພນີອັນດີງາມຜ່ານມາມີບໍລິສັດຂອງລາວໄດ້ລົງທຶນໃສ່ການປູກມອນ-ລ້ຽງມ້ອນ ແລະ ສາວໄໝທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກເຮັດໃຫ້ນັກລົງທຶນມີຄວາມສົນໃຈເຂົ້າມາລົງທຶນໃສ່ກັບວຽກງານນີ້. ປັດຈຸບັນມີບໍລິສັດຂອງ ສປຈີນ ເຂົ້າມາລົງທຶນ ກຳລັງກໍ່ສ້າງຕັ້ງໂຮງງານສາວໄໝຂະໜາດໃຫຍ່ຢູ່ແຂວງຊຽງຂວາງ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງຄວາມສຳຄັນຂອງຖິ່ນກຳເນີດ, ຂັ້ນຕອນການຈົດທະບຽນຖິ່ນກຳເນີດ.ຈາກນັ້ນ ຜູ້ແທນກອງປະຊຸມໄດ້ມີຄຳຄິດເຫັນປະກອບໃສ່ ເພື່ອໃຫ້ການຈົດທະບຽນຖິ່ນກຳເນີດຜ້າໄໝແຂວງຊຽງຂວາງໄດ້ຈົດທະບຽນຢ່າງເປັນທາງການ.
ໂອກາດນີ້, ທ່ານ ນາງ ຂັນລາສີ ແກ້ວບຸນພັນ ໄດ້ກ່າວວ່າ: ເລື່ອງການຮັກສາແບບດັ້ງເດີມ, ຖິ່ນກຳເນີດຊຶ່ງກາຍເປັນພູມປັນຍາທ້ອງຖິ່ນແບບດັ້ງເດີມ, ການຈົດທະບຽນຖິ່ນກຳເນີດຜ້າໄໝແຂວງຊຽງຂວາງແມ່ນເພື່ອປົກປ້ອງຊື່ສຽງ ແລະ ເອກະລັກສະເພາະຂອງຜ້າໄໝທີ່ເປັນໜຶ່ງດຽວໃນໂລກ, ມີປະຫັວດຄວາມເປັນມາທີ່ຍາວນານ, ມີຄວາມຕິດພັນກັບວັດທະນະທຳ ແລະ ວິຖີການດຳລົງຊີວິດຂອງຊາວຂຽງຂວາງ ຊຶ່ງພວກເຮົາສາມາດເວົ້າໄດ້ວ່າເປັນການປົກປັກຮັກສາ ແລະ ປົກປ້ອງພູມປັນຍາທ້ອງຖິ່ນທີ່ເປັນມໍລະດົກທາງວັດທະນະທຳສືບທອດມາຈາກບັນພະບູລຸດສູ່ຮຸ່ນຄົນປັດຈຸບັນ, ຈະເປັນການຊ່ວຍໃຫ້ມີການອານຸລັກຮັກສາເອກະລັກສະເພາະຂອງຜ້າໄໝແຂວງຊຽງຂວາງໄວ້ຢ່າງຍືນຍົງເພາະຈະມີການກວດກາທຸກຂັ້ນຕອນການຜະລິດເພື່ອຮັບປະກັນໃຫ້ຖືກຕ້ອງແບບດັ້ງເດີມ, ຈະຊ່ວຍໃຫ້ມີມູນຄ່າເພີມສູງຂຶ້ນເພາະຖິ່ນກຳເນີດເປັນບ່ອນຢັ້ງຢືນເຖິງຄວາມມີເອກະລັກສະເພາະ ແລະ ແຫຼ່ງທີ່ມາຂອງສິນຄ້າທີ່ແທ້ຈິງຂອງຜ້າໄໝ, ຈະດຶງດູດການຜະລິດຜ້າໄໝຫຼາຍຂຶ້ນ ແລະ ການລົງທຶນເຂົ້າໃນການພັດທະນາຜ້າໄໝກໍ່ຫຼາຍຂຶ້ນ, ກະຕຸກຊຸກຍູ້ໃຫ້ມີວຽກເຮັດງານທຳ, ສ້າງລາຍໄດ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຊົນນະບົດ, ແກ້ໄຂຄວາມທຸກຍາກເຮັດໃຫ້ການດຳລົງຊີວິດດີຂຶ້ນ.
(ຂ່າວ: ບຸນມີແສງທຸມມີ)