ພິທີສະເຫຼີມສະຫຼອງ ວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກພາຍໃຕ້ຄໍາຂວັນ “ປົກປ້ອງຊີວິດ ສ້າງສັນຕິພາບ (Protecting Lives. Building Peace)" ໄດ້ຈັດຂຶ້ນໃນວັນທີ 8 ເມສາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ມີບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ໃນພິທີໄດ້ຮັບຊົມວິດີໂອ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ທີ່ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນລາວ ໂດຍສະເພາະເຂດຫ່າງໄກສອກຫຼີກທີ່ມີຄວາມສ່ຽງສູງ.
ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ການຈັດພິທີສະເຫຼີມສະຫຼອງຄັ້ງນີ້ ນອກຈາກຈະເພື່ອລະນຶກເຖິງຜົນກະທົບອັນໂຫດຮ້າຍ ແລະ ຍາວນານຂອງລະເບີດບໍ່ທັນແຕກແລ້ວ ຍັງເປັນການສະແດງໃຫ້ເຫັນເຖິງຄວາມເຫັນອົກເຫັນໃຈ ຕໍ່ຜູ້ຖືກເຄາະຮ້າຍ ແລະ ປະຊາຊົນທີ່ຍັງດໍາລົງຊີວິດແບບສ່ຽງໄພກັບລະເບີດບໍ່ທັນແຕກໃນແຕ່ລະວັນ ເພື່ອຮຽກຮ້ອງໃຫ້ມີການເພີ່ມຄວາມພະຍາຍາມໃນການແກ້ໄຂບັນຫາດັ່ງກ່າວນີ້ ເພື່ອປົກປ້ອງຊີວິດ ແລະ ປົກປ້ອງການດໍາລົງຊີວິດທີ່ຜາສຸກຂອງທຸກຄົນ ພ້ອມທັງເປັນການປູກຈິດສໍານຶກໃຫ້ທົ່ວສັງຄົມ ຮັບຮູ້ເຖິງຄວາມສ່ຽງ ແລະ ໄພອັນຕະລາຍ ຂອງລະເບີດທີ່ບໍ່ທັນແຕກທີ່ຍັງຕົກຄ້າງຢູ່ ສປປ ລາວ ຂອງພວກເຮົາ.
    ທ່ານຮອງນາຍົກລັດຖະມົນຕີ ກ່າວອີກວ່າ:ດັ່ງທີ່ພວກເຮົາຮັບຊົມວິດີໂອສັ້ນໄປນັ້ນ ໄດ້ສະທ້ອນໃຫ້ເຫັນເຖິງຜົນກະທົບຂອງລະເບີດບໍ່ທັນແຕກ ທີ່ສົ່ງຜົນຕໍ່ຜູ້ຖືກເຄາະຮ້າຍເອງ, ຕໍ່ຄອບຄົວເຂົາເຈົ້າ, ຕໍ່ໝູ່ເພື່ອນຄົນໃກ້ຊິດ ແລະ ຕໍ່ສັງຄົມໂດຍລວມ, ໂດຍສະເພາະແມ່ນເດັກນ້ອຍ ແລະ ປະຊາຊົນທີ່ອາໄສຢູ່ໃນເຂດຫ່າງໄກສອກຫຼີກ ຊຶ່ງເຫດການແບບນີ້ໄດ້ເກີດຂຶ້ນກັບປະຊາຊົນຢູ່ຫຼາຍປະເທດໃນທົ່ວໂລກທີ່ມີສະພາບຄືກັນກັບ ສປປ ລາວ ທີ່ປະຊາຊົນໃນປະເທດເຫຼົ່ານັ້ນຍັງສືບຕໍ່ດຳລົງຊີວິດຢູ່ພາຍໃຕ້ຄວາມສ່ຽງກັບລະເບີດບໍ່ທັນແຕກທີ່ຕົກຄ້າງ.
    ສຳລັບຢູ່ ສປປ ລາວ ສະເພາະໃນຊຸມປີຜ່ານມາ 50% ຂອງຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນ ແຕກແມ່ນເດັກນ້ອຍ, ໄລຍະ 3 ເດືອນຂອງຕົ້ນປີ 2024 ນີ້ ໄດ້ເກີດມີອຸບັດເຫດ ຈາກລະເບີດບໍ່ທັນແຕກຈໍານວນ 10 ຄັ້ງ, ມີຜູ້ຖືກເຄາະຮ້າຍຈໍານວນ 21 ຄົນ, ໃນນັ້ນເປັນເດັກນ້ອຍ ຈໍານວນ 12 ຄົນ ຊຶ່ງມີອາຍຸລະຫວ່າງ 5 ປີ - 16 ປີ, ສິ່ງທີ່ເກີດຂຶ້ນນັ້ນເປັນເລື່ອງທີ່ໜ້າໂສກເສົ້າເສຍໃຈທີ່ສຸດສໍາລັບປະ ເທດລາວຂອງພວກເຮົາ.
ສິ່ງດັ່ງກ່າວນີ້ສະແດງໃຫ້ພວກເຮົາເຫັນວ່າ ໃນສະພາບທີ່ປະເທດມີຈຳນວນປະຊາກອນເພີ່ມຂຶ້ນ, ການຕັ້ງຖິ່ນຖານທີ່ຢູ່ອາໄສ ຄວາມຮຽກຮ້ອງຕ້ອງການ ການນໍາໃຊ້ພື້ນທີ່ດິນທີ່ປອດໄພຈາກລະເບີດ ກໍເພີ່ມຂຶ້ນ ເຮັດໃຫ້ຄວາມສ່ຽງຈາກລະເບີດບໍ່ທັນແຕກກໍມີທ່າອ່ຽງເພີ່ມຂຶ້ນເຊັ່ນກັນ.
    ເຖິງຢ່າງໃດກໍຕາມ, ບັນຫາລະເບີດບໍ່ທັນແຕກ ທີ່ຍັງຕົກຄ້າງ ແມ່ນສິ່ງທີ່ສາມາດແກ້ໄຂໄດ້ ໂດຍການຮ່ວມມືຂອງພວກເຮົາທຸກພາກສ່ວນ ລວມທັງຄູ່ຮ່ວມພັດທະນາທີ່ມີທ່າແຮງທາງດ້ານທຶນຮອນ ກໍປະກອບສ່ວນເປັນທຶນ, ວັດຖຸອຸປະກອນ ແລະ ບາງຄູ່ຮ່ວມພັດທະນາກໍແມ່ນການແລກປ່ຽນທາງດ້ານເຕັກນິກວິຊາການ ແລະ ບົດຮຽນ ເພື່ອພ້ອມກັນສຸມຄວາມພະຍາຍາມ ປະຕິບັດບຸລິມະສິດຢ່າງແທດເໝາະ ຕາມເປົ້າໝາຍທີ່ພວກເຮົາວາງໄວ້ໃຫ້ປະກົດຜົນເປັນຈິງ ຊຶ່ງແມ່ນການຫຼຸດຜ່ອນຈໍານວນຜູ້ຖືກເຄາະຮ້າຍລົງໃຫ້ໄດ້ຕໍ່ທີ່ສຸດ ຈົນໃຫ້ເປັນສູນໂດຍຜ່ານການເພີ່ມການໂຄສະນາ ຄວາມສ່ຽງໄພຈາກ ລບຕ ໃຫ້ທົ່ວເຖິງຮອດປະຊາຊົນທຸກບ້ານ ໃນທຸກແຂວງທົ່ວປະເທດ ຄຽງຄູ່ໄປກັບການສະໜອງການສໍາຫຼວດ ແລະ ກວດກູ້ ລບຕ ໃຫ້ໄດ້ທົ່ວທຸກພື້ນທີ່ມີການນໍາໃຊ້ພື້ນທີ່ດິນເຊັ່ນ: ທີ່ຢູ່ອາໄສ, ແຫຼ່ງທຳມາຫາກິນຂອງປະຊາຊົນ, ພື້ນທີ່ໂຄງການປຸກສ້າງໂຮງໝໍ, ໂຮງຮຽນ ແລະ ການພັດທະນາຂອງຊຸມຊົນ ແລະ ອື່ນໆ. 
    ຂ້າາພະເຈົ້າ ເຫັນວ່າຍ້ອນການຮ່ວມມື ແລະ ການຊ່ວຍເຫຼືອຈາກທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະຄູ່ຮ່ວມພັດທະນາທີ່ໄດ້ສືບຕໍ່ໃຫ້ທຶນສະໜັບສະໜູນເຊັ່ນ: ການາດາ, ໄອແລນ (Ireland), ຍີ່ປຸ່ນ, ລຸກຊຳບວກ, ນິວຊີແລນ, ນັອກແວ, ສ ເກົາຫຼີ, ອັງກິດ, ອົງການ UNDP ແລະ ບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ທີ່ໄດ້ປະກອບສ່ວນທັງທາງດ້ານເຕັກນິກວິຊາການ, ທຶນຮອນ ແລະ ວັດຖຸອຸປະກອນ ເຮັດໃຫ້ພວກເຮົາສາມາດກວດກູ້ລະເບີດບໍ່ທັນແຕກໄດ້ 5.000-6.000 ເຮັກຕາຕໍ່ປີຊຶ່ງມາຮອດປັດຈຸບັນການສໍາຫຼວດພື້ນທີ່ອັນຕະລາຍ (CHA) ແມ່ນໄດ້ປະມານ 2 ແສນເຮັກຕາ, ໃນນັ້ນ ປະມານ 20% ແມ່ນໄດ້ສໍາເລັດການກວດກູ້ ລບຕ. ປັດຈຸບັນຫຼາຍໂຄງການສໍາຫຼວດກໍາລັງດໍາເນີນການຢູ່ ຊຶ່ງພວກເຮົາຄາດວ່າຈະມີພື້ນທີ່ ຢັ້ງຢືນອັນຕະລາຍເພີ່ມຂຶ້ນເລື້ອຍໆ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການນໍາໃຊ້ເນື້ອທີ່ດິນຂອງປະຊາຊົນ ທີ່ເພີ່ມຂຶ້ນ ກໍຄືການຂະຫຍາຍຕົວທາງດ້ານການພັດທະນາເສດຖະກິດ-ສັງຄົມ, ພວກເຮົາຈະເພີ່ມຄວາມພະຍາຍາມກວດກູ້ ລບຕ ເພີ່ມຂຶ້ນໃຫ້ໄດ້ 10.000 ເຮັກຕາຕໍ່ປີ ໂດຍຈະໄດ້ສົ່ງເສີມການປະຕິບັດວຽກງານຢ່າງມີຫົວຄິດປະດິດສ້າງ ກໍຄືການຄົ້ນຄວ້າ ທົດລອງຮູບແບບ ແລະ ວັດຕະນະກຳໃໝ່ໆທີ່ແທດເໝາະ.
ຂ່າວ-ພາບ: ຄ. ຄຳປະສິດ