ປຶ້ມ “ຄົນດຽວກໍມີລະດູບານໃໝ່ຂອງຕົນ” ເປັນປຶ້ມກະວີຫົວໜຶ່ງສຳລັບຄົນທຳມະດາສາມັນ. ປຶ້ມຫົວນີ້ໄດ້ຄັດຈ້ອນບົດກະວີ 200 ກວ່າບົດ ຂອງຜູ້ຂຽນທຳມະດາສາມັນ, ພວກເຂົາເຈົ້າຈະເປັນຊາວນາ, ກຳມະກອນກໍ່ສ້າງ, ຜູ້ສົ່ງອາຫານດ່ວນ, ແມ່ຍິງໃນບ້ານ ຫຼື ຜູ້ອາຍຸສູງ. ຜູ້ຂຽນບົດກະວີເຫຼົ່ານີ້ ແມ່ນມາຈາກທ້ອງຖິ່ນຕ່າງໆ, ມີອາຊີບຕ່າງກັນ ແລະ ອາຍຸຕ່າງກັນ, ໃນຊີວິດປະຈຳວັນ, ພວກເຂົາເຈົ້າມີຖານະຕ່າງກັນ, ແຕ່ພວກເຂົາເຈົ້າມີຄວາມສຳຄັນເທົ່າທຽມກັນທາງດ້ານວັນນະຄະດີ.
ທ່ານ ວາງຈີປິງ ອາຍຸ 54 ປີ ມາຈາກນະຄອນຄຸນຊານແຂວງຈ່ຽງຊູຈີນ, ເປັນຜູ້ສົ່ງອາຫານດ່ວນຄົນໜຶ່ງ, ທ່ານໄດ້ຂຽນບົດກະວີພາດຫົວຂໍ້ “ຄົນທີ່ແຂ່ງກັບເວລາ” ບົນພື້ນຖານປະສົບການຂອງຕົນວ່າ: “ແຂ່ງກັບອາກາດ, ແຂ່ງກັບລົມ, ແຂ່ງກັບຟ້າຝົນລົມແດງ. ຜູ້ທີ່ແຂ່ງກັບເວລາຈະບໍ່ສົນໃຈນຳ 4 ລະດູການ, ມີແຕ່ປ້າຍນີ້ ກັບ ປ້າຍໜ້າ.” “ຄົນດຽວກໍມີລະດູບານໃໝ່ຂອງຕົນ” ໄດ້ຄັດຈ້ອນເອົາບົດກະວີ 15 ບົດຂອງ ທ່ານ ວາງຈີປິງ. ໃນຊຸມປີຜ່ານມາ, ທ່ານໄດ້ຂຽນບົດກະວີທັງໝົດ 3.000 ກວ່າບົດ.
ອາ ປູກຜັກຜູ້ໜຶ່ງ ທີ່ມາຈາກນະຄອນເຕີໂຈ່ວ ແຂວງຊານຕົງໄດ້ຂຽນວ່າ: “ບໍ່ວ່າຈະມີໃຜຢືນຢູ່ຄຽງຂ້າງຂ້ອຍ ຫຼື ບໍ່, ນີ້ກໍແມ່ນຫົວຄ່ຳສຳລັບຂ້ອຍຄົນດຽວ. ປັດຈຸບັນນີ້, ຂ້ອຍແມ່ນພະລາຊີນີເຕັ້ນລຳ, ເຕັ້ນກັບລົມ, ເຕັ້ນກັບນ້ຳ ແລະ ເຕັ້ນໃນທ່າມກາງແສງລັດສະໝີສີຄຳ, ປຽບ ເໝືອນນົກກາງເຂນທີ່ຢືນຢູ່ເທິງຄັນນາ.” ອາຜູ້ນີ້ ໄດ້ຂຽນບົດກະວີຢູ່ຕາມທົ່ງນາ ແລະ ຂຽນໃນຍາມຂາຍຜັກ. ອາ ໄດ້ພັນລະນາການຂັບລົດສາມລໍ້ຂອງຕົນ ເປັນເລື່ອງໂລແມນຕິກຂອງຜູ້ດຽວ.
ທ່ານ ຮານຊົງໂລ ນັກຂຽນຈີນ ໄດ້ຂຽນຄຳນຳໃຫ້ປຶ້ມຫົວນີ້ວ່າ: “ນີ້ອາດຈະແມ່ນທາດແທ້ຂອງບົດກະວີ, ບົດກະວີກັບຄືນຮອດແຫຼ່ງກຳເນີດຂອງຕົນແລ້ວ.” ບົດກະວີແບບທຳມະຊາດ, ແຕ່ເຕັມໄປດ້ວຍຄວາມຈິງໃຈ ຈົນກວ່າເປັນຕົວໜັງສືແບບທຳມະດາເຫຼົ່ານີ້ ໄດ້ເຕືອນພວກເຮົາວ່າ: ໃນສູ່ມື້ນີ້, ຍັງມີຄົນຂຽນບົດກະວີຢູ່, ຜູ້ຂຽນອາດຈະຢູ່ຄຽງຂ້າງເຮົາ ແລະ ບາງເທື່ອຈະແມ່ນເຮົາເອງ.
ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ