ໂດຍ: ພູວັນ
ບຸນປີໃໝ່ລາວຖືເປັນປາງບຸນໃຫຍ່ ທີ່ມີຄວາມເປັນມາຍາວນານຈັດຂຶ້ນໃນໄລຍະເດືອນເມສາໃນລະຫວ່າງວັນທີ 13 ຫາ 16 ຊຶ່ງເປັນເດືອນທີ່ມີຄວາມຮ້ອນອົບເອົ້າເໝືອນກັບວ່າບັນພະບູລຸດພວກເຮົາຜູ້ເພິ່ນຄິດຄົ້ນເລື່ອງປີໃໝ່ນີ້ມີຈຸດປະສົງສ້າງປາງບຸນນີ້ຂຶ້ນມາໃຫ້ພໍ່ແມ່ປະຊາຊົນສະເຫຼີມສະຫຼອງຫົດສົງກັນເພື່ອບັນເທົາຄວາມຮ້ອນຈາກສະພາບດິນຟ້າອາກາດ. ຄຳວ່າ: ບຸນປີໃໝ່ມີຄວາມໝາຍໃນໂຕວ່າເປັນໄລຍະປ່ຽນຜ່ານລະຫວ່າງປີເກົ່າຕໍ່ໃສ່ປີໃໝ່ຕາມປະຕິທິນລາວ ແລະ ຈະມີການປ່ຽນຈຸນລະສັກກະລາດ (ຈ.ສ) ໃໝ່ໃນມື້ສັງຂານຂຶ້ນທີ່ກົງກັບວັນທີ 16ຊຶ່ງປີນີ້ຈະປ່ຽນເປັນ ຈ.ສ 1386, ນາງສັງຂານປີ 2024 ນີ້ນາມວ່າ ນາງເທບພະທິດາອົງທີ 7 ຊົງພະນາມວ່າ: ມະໂຫທອນເທວີ ຊົງພະຫຸລັດທັດດອກຜັກຕົບ ອາພອນໄປດ້ວຍແກ້ວມະນີລັດ(ສີດອກຜັກຕົບ, ສະເຫວີຍຊີ້ນກວາງເປັນຜັກສາຫານ ພະຫັດຂວາຖືຊົງກົງຈັກ, ພະຫັດຊ້າຍຊົງຖືຕຣີສູນ ສະເດັດລົງມາຊົງນັ່ງມາເທິງຫຼັງມະຍຸຣະປັກສີ(ນົກຍູງ)ເປັນພາຫະສະ.ໃນບາງຄັ້ງເຮົາກໍໃຊ້ຄຳວ່າ: ບຸນສົງການ ຫຼືກຸດສົງການ ຊຶ່ງຄໍາສັບນີ້ມາຈາກພາສາປາລີວ່າ “ສັງກັນຕະຣະ” ແປວ່າ ປ່ຽນຜ່ານ, ຂ້າມຜ່ານ, ເຄື່ອນຍ້າຍເຂົ້າໄປ. ສະແດງໃຫ້ເຫັນວ່າເປັນໄລຍະເວລາແຫ່ງການປ່ຽນຜ່ານຈາກລາສີມິນໄປສູ່ລາສີເມສະ ຫຼືຈາກປີເກົ່າໄປສູ່ປີໃໝ່.
ພະອາຈານ ໄຊຍະເດດ ວົງໂສພາ ອາຈານສອນປະຈຳວິທະຍາໄລສົງອົງຕື້ ຄະນະກຳມະການສູນກາງ ອົງການພຸດທະສາສະໜາສຳພັນລາວ (ອພສ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 5ເມສາຜ່ານມາ ຊຶ່ງຍົກໃຫ້ເຫັນປະຫວັດຄວາມເປັນມາຂອງບຸນປີໃໝ່ລາວທີ່ມີຕໍານານຄວາມເຊື່ອທີ່ໄດ້ມີການເລົ່າຂານກັນມານັບແຕ່ບູຮານນະການ. ບຸນປີໃໝ່ລາວຈັດຂຶ້ນຕິດພັນກັບຮີດຄອງປະເພນີວັດທະນະທຳອັນດີງາມຫຼາຍຢ່າງເຊັ່ນ: ເວລາຮອດຍາມບຸນປີໃໝ່ພໍ່ແມ່ປະຊາຊົນລາວໄດ້ພາກັນເຮັດພິທີບາສີສູ່ຂວັນ, ເຮັດພິທີສູດທາດ, ກໍ່ເຈດີຊາຍຂໍຂະມາພໍ່ແມ່, ປູ່ຍ່າຕາຍາຍຂອງຕົນ. ເມື່ອເຖິງລະດູການປີໃໝ່ພັກ-ລັດ ໄດ້ອະນຸຍາດໃຫ້ມີວັນພັກເພື່ອໃຫ້ພະນັກງານ-ລັດຖະກອນໄດ້ມີເວລາພັກຜ່ອນຢູ່ກັບຄອບຄົວ ເພື່ອປະກອບພິທີອັນເປັນສິລິມຸງຄຸນແກ່ຊີວິດ ຖືໄດ້ວ່າເປັນວັນເຕົ້າໂຮມຍາດພີ່ນ້ອງຢ່າງອົບອຸ່ນ. ເມື່ອເຖິງລະດູການປີໃໝ່ພະສົງໄດ້ນຳເອົາພະພຸດທະຮູບໃນສິມລົງໄວ້ຢູ່ຫໍພະເພື່ອໃຫ້ປະຊາຊົນໄດ້ຫົດສົງໂດຍສະເພາະໃນເຂດຊົນນະບົດຈະເອົາພະລົງໄວ້ໃຫ້ປະຊາຊົນມາໃຕ້ທຽນພະໃນວັດທຸກຄືນຈົນກວ່າຈະຮອດວັນເພັງເດືອນຫົກຈຶ່ງເອົາພະຂຶ້ນໄວ້ ພ້ອມນັ້ນຍັງມີປະເພນີເກັບດອກໄມ້ມາບູຊາພະພຸດທະຮູບອີກເຊັ່ນ: ປະຊາຊົນໂດຍມີຜູ້ເຖົ້າ, ຜູ້ແກ່ນຳພາໄວໜຸ່ມລູກຫຼານອອກໄປເກັບດອກໄມ້ໃນປ່າ ມີການຕີຄ້ອງເປັນຍ່ານໆ ເພື່ອຊ່ວຍກັນເກັບດອກໄມ້ມາບູຊາໃນວັດ ຖືໄດ້ວ່າເປັນປະເພນີທີ່ງົດງາມໃນປີໃໝ່ ເພື່ອຫຼໍ່ຫຼອມຈິດໃຈໃຫ້ງົດງາມໂອບອ້ອມອາລີ ເພື່ອທ້ອນໂຮມຄວາມສາມັກຄີຂອງປະຊາຊົນທຸກຊັ້ນຄົນອີກດ້ວຍ.
ສຳລັບກິດຈະກຳພາຍໃນວັດອົງຕື້ປີນີ້ພະສົງສາມະເນນໄດ້ຫ້າງຫາກະກຽມປະດັບຕົກແຕ່ງວັດ ໂດຍການປະດັບເອ້ທຸງຊາດ, ທຸງສາສະໜາ, ເອົາໂຮງຫົດສົງ ແລະ ຫໍພະລົງ, ຈັດສະຖານທີ່ມັດແຂນເພື່ອຕ້ອນຮັບອອກຕົນຍາດໂຍມທີ່ມາທ່ຽວຫົດສົງພະພຸດທະຮູບໃນເທດສະການປີໃໝ່. ແຕ່ມີຂໍ້ຍົກເວັ້ນພິເສດຄືດ້ານໃນສິມຈະບໍ່ອະນຸຍາດໃຫ້ສົງນໍ້າເນື່ອງຈາກວ່າເປັນການຮັກສາຄວາມສະອາດຈົບງາມພາຍໃນສິມ ຍົກເວັ້ນໄວ້ສະເພາະການນໍາພັກ-ລັດເຂົ້າມາທຳພິທີ ແລະ ສົງນ້ຳພະເຈົ້າໃຫຍ່ ຊຶ່ງໃນປີນີ້ຄາດວ່າຈະມີມວນຊົນມາຮ່ວມຫົດສົງພະເປັນຈຳນວນຫຼາຍ ເນື່ອງຈາກປີນີ້ເປັນປີທ່ອງທ່ຽວລາວ 2024 ແລະ ມີວັນພັກຍາວຕິດຕໍ່ກັນຫຼາຍວັນ ຊຶ່ງກິດຈະກໍາຫົດສົງນໍ້າຈັດຂຶ້ນເນື້ອແທ້ເພື່ອຄວາມເປັນສິລິມຸງຄຸນແກ່ຊີວິດຂອງຕົນເອງ, ຄອບຄົວເພື່ອຄວາມຢູ່ເຢັນເປັນສຸກ ເພື່ອຄວາມເປັນແບບຢ່າງທີ່ດີໃນການອະນຸລັກປົກປັກຮັກສາສົ່ງເສີມຮີດຄອງປະເພນີວັດທະນະທໍາອັນດີງາມທີ່ເປັນເອກະລັກຂອງຊາດໄວ້ຢ່າງຍືນຍົງ.