ວັນທີ່ 12 ເມສານີ້ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດພິທີແຫ່ຊ້າງຮຽງເກີຍ ຊຶ່ງເປັນພິທີກໍາຄອບລາ ຫຼື ບອກກ່າວການປ່ຽນສັກກະຣາຊປີເກົ່າ ໄປສູ່ສັກກະຣາຊ ຫຼື ສັງກາດປີໃໝ່ ຕາມຄວາມເຊື່ອຖືມາແຕ່ບູຮານນະການ.ທ່ານ ບຸນທັນ ແກ້ວມະນີຈັນ ຮອງປະທານແນວລາວສ້າງຊາດ ນະຄອນ ຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ພິທີກຳການແຫ່ຊ້າງຮຽງເກີຍ ເປັນຮີດຄອງປະເພນີອັນດີງາມທີ່ຊາວຫຼວງພະບາງ ໄດ້ສືບທອດກັນມາແຕ່ບູຮານນະການ ໃນແຕ່ລະປີໄດ້ຈັດຂຶ້ນກ່ອນບຸນປີໃໝ່ລາວ ເພື່ອເສີມຂະຫຍາຍໃຫ້ເປັນກິດຈະກຳດືງດູດນັກທ່ອງທ່ຽວ ທັງພາຍໃນແລະຕ່າງປະເທດ ເຂົ້າມາທ່ອງທ່ຽວຫຼວງພະບາງ ໃຫ້ນັບມື້ຫຼາຍຂຶ້ນ.
ສຳລັບຄວາມໝາຍຄຳວ່າຊ້າງຮຽງເກີຍ ຕາມການເລົ່າຂານກັນມາຫຼາຍເຊັ່ນຄົນ ສະໄໝກ່ອນແມ່ນການແອບຊ້າງກ່ອນເຂົ້າສູ່ສະໜາມຮົບ ໂດຍມີຄຳເວົ້າບາງຕອນໃນພິທີຮຽງເກີຍນັ້ນວ່າ: ສັງກາດ ສັງຂານໃໝ່ ເຈົ້າຜູ້ໃຫຍ່ ຖ້າຍປີ ຖ້າຍເດືອນ ເຈົ້າມຶງ ໃສ່ເສື້ອສີແຫຼ້ ໃຫ້ມຶງຈຳ ເຈົ້າມຶງໃສ່ເສື້ອສີດຳ ໃຫ້ມຶງຈື່, ຈື່ຢ່າລັງ ສັ່ງຢ່າລືມ ຈື່ໃສ່ປຸມພາໄວ້ ຈື່ໃສ່ໄສ້ພານອນ ໃຫ້ເຈົ້າອວ່າຍໜ້າມາສູ່ ໃຫ້ເຈົ້າໝັ້ນຍືນແສນປີ ຄ້ຳບ້ານໝູນເມືອງ ນີ້ແລ.ເວລາອອກສູ້ຮົບນັ້ນ ເຈົ້າຢ່າໄດ້ງວກຊ້າຍ-ງວກຂວາ ໃຫ້ໄປໜ້າຕິກໆ ຄັນໄດ້ຍິນສຽງຄົນຮ້ອງໂຮ່ແຊວຢູ່ທາງໜ້າແມ່ນສັດຕູ, ເພາະ “ຊ້າງ“ ເປັນສັດໃຫຍ່ຄູ່ບ້ານ ຄູ່ເມືອງລາວ, ໃນປາງສົງຄາມ ຄົນສ່ວນໃຫຍ່ໄດ້ຊ້າງນໍາໃຊ້ເປັນພາຫະນະສູ້ຮົບ ຄຳວ່າ: “ຮຽງ“ ໝາຍເຖິງທຽບ, ຕິດ, ແປະ ຍັບເຂົ້າໃສ່ກັນ ແລະ ຄຳວ່າ “ເກີຍ“ ແມ່ນຄຳສັບທີໄດ້ມາຈາກພາສາກືມມຸ ທີໝາຍເຖິງລະບຽງ, ເຊຍ ຫຼື ຊານ ຂອງເຮືອນທີຍົກໃຫ້ສູງຂຶ້ນ. ໃນພິທີກຳການຊ້າງຮຽງເກີຍ ຈະມີພຶດພັນທັນຍາຫານຫຼາຍຢ່າງ ໃຫ້ຊ້າງກິນ ເພື່ອສ່ຽງທວາຍການກິນຂອງຊ້າງ ເຊັ່ນ: ຫຍ້າ, ກ້ວຍ, ອ້ອຍ, ຖົ່ວ, ເຫຼົ້າ, ເຂົ້າຕົ້ມ, ເຂົ້າໝົມ, ເຂົ້າໂຄບ, ເຂົ້າຂຽບ ແລະອື່ນໆ ຕາມຄວາມເຊື່ອ ຖ້າປີໃດຊ້າງກິນຫຍ້າ, ກິນກ້ວຍ, ກິນອ້ອຍ ກໍຈະພະຍາກອນວ່າ ປີນັ້ນດິນຟ້າອາກາດ ສະພາບການບ້ານເມືອງ ກໍຈະສະຫງົບສຸກ ຮົ່ມເຢັນ ນໍ້າຟ້ານໍ້າຝົນກໍ່ຈະອຸດົມສົມບູນ. ຖ້າປີນັ້ນຊ້າງກິນເຫຼົ້າ ກໍຈະພະຍາກອນວ່າ ບ້ານເມືອງຈະມີອຸປະສັກ ເຫຼົ່ານີ້ ເປັນຕົ້ນ.
ໃນປີນີ້ ໄດ້ມີຂະບວນແຫ່ຊ້າງຮຽງເກີຍເລີ້ມຈາກໜ້າຫ້ອງວ່າການແຂວງ ມີຊ້າງເຂົ້າຮ່ວມຂະບວນແຫ່ຈຳນວນ 4 ເຊືອກ ຫຼື ໂຕ ໂດຍນຳຊ້າງມາຮຽງເກີຍຢູ່ວັດໃໝ່ ສຸວັນນະພູມມາຣາມ ພ້ອມທັງຈັດພິທີສູ່ຂວັນຊ້າງ ແລະແຫ່ຂະບວນໄປສືບຕໍ່ທຳພິທີ ຢູ່ລານເກີຍຊ້າງວັດຊຽງທອງ ຕື່ມອີກ ໂດຍມີມວນຊົນ ແຂກທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມຢ່າງຫຼວງຫຼາຍ.
(ຂ່າວ: ຫຼວງພະບາງ)