ການປ້ອງກັນໄຟໄໝ້ປ່າ ດ້ວຍການຫຼຸດຜ່ອນວັດຖຸເຊື້ອໄຟ ໂດຍລວມແລ້ວແມ່ນມີຢູ່ 2 ວິທີຄື: ຫຼຸດຜ່ອນ ໂດຍການຈູດກ່ອນ. ໝາຍເຖິງຈູດວັດຖຸເຊື້ອໄຟກ່ອນລະດູການໄຟປ່າ (15-30% ຂອງເນື້ອທີ່ປ່າ ຫຼື ວັດຖຸເຊື້ອໄຟ) ສໍາລັບເວລາຈູດ ແມ່ນ ເວລາ 6-8 ໂມງເຊົ້າ ແລະ ຕ້ອງກະກຽມກໍາລັງໃຫ້ພຽງພໍໃນການ ຄວບຄຸມ ລວມທັງຕິດຕາມທິດທາງລົມ ແລະ ວັດຖຸເຊື້ອໄຟບໍ່ໃຫ້ແໜ້ນໜາເກີນໄປ (ຕາມຫຼັກການ ໜ້ອຍກວ່າ 5 ໂຕນຕໍ່ເຮັກຕາ).
ນອກຈາກນັ້ນ, ຕ້ອງອະນາໄມເສດໄມ້ໃບຫຍ້າ ໃນລະດູກ່ອນການເກີດໄຟໄໝ້ປ່າ (ລະດູແລ້ງ) ໂດຍການເກັບ, ປັດກວດ ຫຼື ໃຊ້ເຄມີ (ຢາຂ້າຫຍ້າ...), ຕ້ອງຈັດສັນພື້ນທີ່ທໍາການຜະລິດ ຊຶ່ງເປັນວິທີປ້ອງກັນໄຟໄໝ້ປ່າໄດ້ດີອີກວິທີໜຶ່ງ ໂດຍສະເພາະພື້ນທີ່ຖາງປ່າເຮັດໄຮ່, ພື້ນທີ່ລ້ຽງສັດ (ທົ່ງຫຍ້າ), ພື້ນທີ່ສວນປູກໄມ້ອຸດສາຫະກໍາ...ຈັດສັນພື້ນທີ່ປ່າຜະລິດ ຫຼື ເຂດຂຸດຄົ້ນໄມ້. ນອກຈາກນັ້ນ, ຍັງຕ້ອງໄດ້ກໍານົດຂອບເຂດ, ໄລຍະເວລາໃນການໃຊ້ໄຟຂອງຊາວກະສິກອນອີກດ້ວຍ (ຄວບຄູ່ໄປກັບການກຳນົດພື້ນທີ່) ດ້ວຍການກໍາຈັດ ວັດສະພືດ ຫຼື ເສດໄມ້ໃບຫຍ້າ ກ່ອນລະດູການໄຟປ່າມາເຖິງ ເພື່ອເປັນການຫຼຸດຜ່ອນວັດຖຸເຊື້ອໄຟ. ສໍາຄັນອີກວິທີໜຶ່ງແມ່ນການຕັ້ງໜ່ວຍງານກວດກາລາດຕະເວນ ແລະ ລະບົບຫໍຍາມໄຟໄໝ້ປ່າ ຍ້ອນວ່າໃນວຽກງານປ້ອງກັນໄຟປ່າ ໜ້າວຽກໜຶ່ງທີ່ມີ ບົດບາດ ແລະ ສໍາຄັນທີ່ສຸດແມ່ນ: ການຈັດຕັ້ງໜ່ວຍງານກວດກາ ແລະ ລາດຕະເວນໄຟໄໝ້ປ່າ ກວດກາຈຸດທີ່ມີຄວາມສ່ຽງໃນການເກີດໄຟປ່າ ຫຼື ພື້ນທີ່ຮັບຜິດຊອບ. ຈັດຕັ້ງລະບົບຫໍຄອຍ ຕິດຕາມການເກີດໄຟປ່າໃນຈຸດທີ່ມີຄວາມສ່ຽງໃນການເກີດໄຟໄໝ້ປ່າ ຫຼື ເຂດສວນປູກ, ປ່າທໍາມະຊາດ ພ້ອມທັງຜະລິດປ້າຍເຕືອນໄພຕິດໄວ້ບ່ອນທີ່ມີຄວາມເໝາະສົມໂດຍທົ່ວໄປຈະມີ 5 ລະດັບ ຄື: 1) ບໍ່ມີຄວາມສ່ຽງ, 2) ປານກາງ, 3) ມີຄວາມສ່ຽງ, 4) ມີຄວາມສ່ຽງສູງ, 5) ອັນຕະລາຍ.
ທັງໝົດນີ້ ແມ່ນວີທິການໃນການຄວມຄຸມເພື່ອບໍ່ໃຫ້ເກີດໄຟໄໝ້ລາມປ່າ.