ໂດຍ:ວັນໄຊ ຕະວິນຍານ
ການມອບດິນ-ມອບປ່າ ແມ່ນການມອບດິນກະສິກໍາ ໃຫ້ຄອບຄົວ, ມອບດິນປ່າໄມ້ທໍາມະຊາດ ທີ່ມີຢູ່ໃນຂອບເຂດແດນບ້ານ ໃຫ້ບ້ານເປັນຜູ້ຄຸ້ມຄອງປົກປັກຮັກສາ ແລະ ມອບດິນປ່າໄມ້ເຊື່ອມໂຊມ ໃຫ້ບຸກຄົນ ເພື່ອປູກໄມ້ ແລະ ຟື້ນຟູປ່າແມ່ນນະໂຍບາຍການວາງແຜນການນໍາໃຊ້ທີ່ດິນ ແລະ ມອບດິນ-ມອບປ່າ ຂັ້ນບ້ານ ເປັນການກໍານົດຂອບເຂດທີ່ດິນ ໃຫ້ບ້ານຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ແບບຍືນຍົງ ແນໃສ່ຢຸດຕິການຖາງປ່າເຮັດໄຮ່ ແບບເລື່ອນລອຍ ແລະ ຈັດສັນອາຊີບຄົງທີ່ ໃຫ້ປະຊາຊົນບັນດາເຜົ່າ.
ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ກ່າວວ່າ:ການວາງແຜນນໍາໃຊ້ທີ່ດິນກະສິກໍາ ແລະ ປ່າໄມ້ ຂັ້ນບ້ານ ເຮັດໃຫ້ປະຊາຊົນ ຮັບຮູ້ລະບຽບການຄຸ້ມຄອງ, ປົກປັກຮັກສາ ທີ່ດິນກະສິກໍາ ແລະ ທີ່ດິນປ່າໄມ້ ໃນເຂດຄຸ້ມຄອງຂອງບ້ານ ເຊັ່ນ: ເຂດຜະລິດກະສິກໍາ, ເຂດ ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຊົມໃຊ້ ຂອງບ້ານ; ເຮັດໃຫ້ການນໍາໃຊ້ ທີ່ດິນກະສິກໍາ ແລະ ທີ່ດິນປ່າໄມ້ ລະຫວ່າງບ້ານຕໍ່ບ້ານ ມີຄວາມສະຫງົບ, ການປູກໄມ້ ແລະ ຟື້ນຟູປ່າ ມີຄວາມຟົດຟື້ນ ເຮັດໃຫ້ປ່າໄມ້ ທີ່ຊຸດໂຊມ ໄດ້ຮັບການປົກປັກຮັກສາ ແລະ ຟື້ນຟູຄືນ ປະກອບສ່ວນໃນການເພີ່ມຄວາມປົກຫຸ້ມປ່າໄມ້; ປະຊາຊົນ ມີທີ່ດິນທໍາການຜະລິດ ທີ່ໝັ້ນຄົງ ໂດຍການເຮັດໄຮ່ແບບໝູນວຽນ ໃນເຂດທີ່ໄດ້ກໍານົດ ຕາມແຜນຈັດສັນທີ່ດິນ ປ່ຽນແທນການຖາງປ່າເຮັດໄຮ່ແບບເລື່ອນລອຍ ຊຶ່ງເປັນທາງອອກທີ່ເໝາະສົມສໍາລັບ ປະຊາຊົນທີ່ອາໄສຢູ່ເຂດພູດອຍ.
    ຜ່ານການຈັດຕັ້ງປະຕິບັດ ແຕ່ປີ 1996-2000 ຜ່ານມາ, ເຫັນວ່າ ບໍ່ທັນເປັນລະບົບຕໍ່ເນື່ອງ, ສ່ວນຫຼາຍ ແມ່ນສຸມໃສ່ແຕ່ຂອດການ ມອບດິນ-ມອບປ່າ, ສ່ວນຂອດການຊຸກຍູ້ສົ່ງເສີມການນໍາໃຊ້ທີ່ດິນ ເຂົ້າໃນການຜະລິດ ເພື່ອປັບປຸງຊີວິດ ການເປັນຢູ່ ແມ່ນຍັງເຮັດບໍ່ໄດ້ດີ ຍ້ອນຂາດທຶນຮອນ ແລະ ການແນະນໍາທາງດ້ານເຕັກນິກ ເຮັດໃຫ້ແຜນການ ຈັດສັນທີ່ດິນ ທີ່ກໍານົດໄວ້ ບໍ່ໄດ້ຮັບການປະຕິບັດໄປຕາມຈຸດປະສົງ ແລະ ເປົ້າຫມາຍ, ຍິ່ງໄປກວ່ານັ້ນ ຍັງມີ ການສວຍໂອກາດ ຊື້-ຂາຍ, ໂອນກໍາມະສິດ ແລະ ໃຫ້ເຊົ່າ-ສໍາປະທານ ທີ່ດິນດັ່ງກ່າວ; ກົນໄກປະສານງານລະຫວ່າງຂະແໜງການກ່ຽວຂ້ອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນກົມກຽວ, ການເຂົ້າຮ່ວມຂອງຂະແໜງການອື່ນທີ່ກ່ຽວຂ້ອງ ຍັງຈໍາກັດ; 
ຂາດການຕິດຕາມ, ກວດກາ ແລະ ປະເມີນຜົນ ຈາກຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງ ທ້ອງຖິ່ນ ພາຍຫຼັງທີ່ໄດ້ສໍາເລັດ ການມອບດິນ-ມອບປ່າ ໃຫ້ປະຊາຊົນນໍາໃຊ້ ແລະ ຄຸ້ມຄອງ ຍ້ອນຂາດງົບປະມານ. 
ເພື່ອແກ້ໄຂບັນຫາດັ່ງກ່າວທາງກົມປ່າໄມ້ຈະພ້ອມກັນຄົ້ນຄວ້າອອກນິຕິກໍາທີ່ກ່ຽວຂ້ອງເພື່ອໃຫ້ປະຊາຊົນມີສ່ວນຮ່ວມ ໃນການປົກປັກຮັກສາ, ປູກ ແລະ ນໍາໃຊ້ໄມ້ ໃຫ້ເກີດປະໂຫຍດສູງສຸດແກ່ລັດ ແລະ ຜູ້ປົກປັກຮັກສາສືບຕໍ່ຈັດຕັ້ງຜັນຂະຫຍາຍ ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ, ດໍາລັດ 348 ຂອງ ລັດຖະບານວ່າດ້ວຍມາດຖານພົ້ນທຸກ ແລະ ພັດທະນາ ແລະ ນິຕິກໍາອື່ນໆ ທີ່ມີແລ້ວໃຫ້ບຸລິມະສິດໃນການລົງທຶນ ເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕາມ ແຜນການທີ່ວາງໄວ້ ຢ່າງສົມເຫດສົມຜົນ.
     ທ່ານ ສົມຫວັງ ພິມມະວົງກ່າວຕື່ມວ່າ: ຕໍ່ຜູ້ຢູ່ອາໄສໃນເຂດປ່າຕ່າງໆ ເຊັ່ນ: ເຂດປ່າສະຫງວນ, ປ່າປ້ອງກັນ ໃນປັດຈຸບັນ ເພື່ອຮັບປະກັນບໍ່ໃຫ້ມີການບຸກລຸກປ່າຈະຕ້ອງໄດ້ຈັດສັນ ແລະ ກໍານົດເຂດຫວງຫ້າມເດັດຂາດ ເພື່ອຄຸ້ມຄອງປົກປັກຮັກສາບໍ່ໃຫ້ມີການບຸກລຸກທໍາລາຍດ້ວຍຮູບແບບຕ່າງໆ. ພ້ອມກັນນັ້ນ ຕ້ອງກໍານົດ ເຂດຄຸ້ມຄອງນໍາໃຊ້ ໃຫ້ປະຊາຊົນ ທີ່ຕັ້ງຖິ່ນຖານ ຢູ່ໃນ ຫຼື ໃກ້ກັບເຂດປ່າ ດັ່ງກ່າວ ທີ່ບໍ່ມີຄວາມຈໍາເປັນຍົກຍ້າຍໄປບ່ອນອື່ນ ເພື່ອຄຸ້ມຄອງ ແລະ ນໍາໃຊ້ ເຂົ້າໃນການຜະລິດກະສິກໍາເປັນສິນຄ້າ ກໍຄືການປັບປຸງຊີວິດການເປັນຢູ່ ຕິດພັນກັບ ການເຮັດໜ້າທີ່ປົກປັກຮັກສາ, ພັດທະນາ ປ່າໄມ້ ແລະ ຊີວະນາໆພັນ ແບບຍືນຍົງ ໂດຍໄດ້ຮັບຜົນປະໂຫຍດຕອບແທນທີ່ເໝາະສົມ; ຈັດສັນພູມລໍາເນົາຄົງທີ່ ແລະ ອາຊີບໝັ້ນຄົງ, ສ້າງເສດຖະກິດຄອບຄົວ, ເປັນສິນຄ້າ ແລະ ສ້າງເສດຖະກິດຮ່ວມ ມືຮູບແບບຕ່າງໆທີ່
ເໜາະສົມ ເຊັ່ນ: ການປູກພືດກະສິກໍາ, ລ້ຽງສັດ, ປູກຕົ້ນໄມ້, ເຄື່ອງປ່າຂອງດົງ ແລະ ຫັດຖະກໍາ ໃຫ້ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ໃນເຂດປ່າໄມ້ ຕິດພັນກັບການຢຸດຕິບັນຫາການເຄື່ອນຍ້າຍ ແບບຊະຊາຍຂອງພົນລະເມືອງ ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນເຂດປ່າປ້ອງກັນ ແລະ ປ່າສະຫງວນ ເພື່ອເປົ້າໝາຍຢຸດຕິການຖາງປ່າເຮັດໄຮ່ ແບບເລື່ອນລອຍ; ສົ່ງເສີມ ແລະ ຍູ້ແຮງ ການລົງທຶນຂອງທຸກພາກສ່ວນ ເຂົ້າໃນການພັດທະນາການທ່ອງທ່ຽວທໍາມະຊາດ ໃນເຂດປ່າປ້ອງກັນ, ປ່າສະຫງວນ ຫຼື ອຸທິຍານແຫ່ງຊາດ ຕິດພັນກັບ ການປົກປັກຮັກສາປ່າໄມ້ ແລະ ຟື້ນຟູປ່າ ໂດຍອີງໃສ່ບົດຮຽນທີ່ດີໃນໄລຍະຜ່ານມາ ເຊັ່ນ: ນໍ້າກັດຢໍລະປາ ຢູ່ປ່າສະຫງວນແຫ່ງຊາດ ແຂວງອຸດົມໄຊ, ປ່າສະຫງວນແຫ່ງຊາດ ນໍ້າຫ້າ ແຂວງຫຼວງນໍ້າທາ, ນໍ້າກ່ານ ແຂວງບໍ່ແກ້ວ, ດົງຫົວສາວ ແຂວງຈໍາປາສັກ ແລະ ເຂດອື່ນໆ; ພ້ອມທັງຊຸກຍູ້ສົ່ງເສີມ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີສ່ວນຮ່ວມ ໃນການຟື້ນຟູ ແລະ ປົກປັກຮັກສາປ່າໄມ້ ດ້ວຍການເຮັດສັນຍາມອບເໝົາ ແລະ ປະຕິບັດນະໂຍບາຍແບ່ງປັນຜົນປະໂຫຍດ ຢ່າງສົມເຫດສົມຜົນ ຕາມກົດໝາຍ ແລະ ລະບຽບການ; ມອບໝາຍຄວາມຮັບຜິດຊອບໃຫ້ບ້ານເປັນເຈົ້າການ ປູກໄມ້ ແລະ ຟື້ນຟູປ່າ ກໍຄື ການຄຸ້ມຄອງ, ປົກປັກຮັກສາ ປ່າໄມ້ ໃນເຂດຄຸ້ມຄອງຂອງບ້ານ ຕາມທິດສາມສ້າງ ໂດຍລັດຈັດສັນງົບປະມານ ແລະ ສະໜອງເຕັກນິກ ວິຊາການ.
ທັງນີ້,ກໍເພື່ອເປັນການປົກປັກຮັກສາປ່າໄມ້-ສິ່ງແວດລ້ອມ ເຄື່ອງປ່າຂອງດົງ,ສ້າງຄວາມປົກຫຸ້ມຂອງປ່າໄມ້ໃນທົ່ວປະເທດໃຫ້ນັບມື້ນັບຫຼາຍຂຶ້ນ ທັງເປັນບ່ອນຊອກຢູ່ຫາກິນຂອງປະຊາຊົນໃຫ້ຍືນຍົງ.