“ຂ້ອຍບໍ່ເຄີຍຄິດວ່າ ຈະສາມາດດຶງດູດຄວາມສົນໃຈຈາກຊາວຕ່າງປະເທດຫຼາຍປານນີ້ ໂດຍອີງໃສ່ຄວາມສາມາດຂອງຕົນ, ຈົນວ່າມີຊາວຕ່າງປະເທດ 9 ທ່ານ ໄດ້ເດີນທາງ 8.000 ກວ່າກິໂລແມັດແລ້ວ ມາເຖິງນະຄອນຕ້າຫຼີ ທີ່ເປັນບ້ານເກີດຂອງຂ້ອຍ, ໄປສຳຜັດກັບວັດທະນະທຳຊົນເຜົ່າດັ່ງເດີມຢ່າງເລິກເຊິງ.” ເມື່ອຫວນຄືນປະສົບການສ້າງພາລະກິດຂອງຕົນ, ນາງ ຕ້ວນຢີຣານ (Duan Yiran) ຊົນເຜົ່າປາຍນະຄອນຕ້າຫຼີ ແຂວງຢຸນນານກ່າວວ່າ: “ການຢຶດໝັ້ນມາເປັນເວລາ 5 ປີ ເປັນປະສົບການທີ່ລ້ຳຄ່າທີ່ສຸດ.”
ຂົວເຊື່ອມຕໍ່ຄົນກັບຄົນ
ນາງ ຕ້ວນຢີຣານ ໄດ້ເຕີບໃຫຍ່ຢູ່ຕາມຖະໜົນຊາວຕ່າງປະເທດ ນະຄອນຕ້າຫຼີ ກິ່ງແຂວງປົກຄອງຕົນເອງເຜົ່າປາຍ ຕ້າຫຼີ, ນາງ ໄດ້ມີໂອກາດແລກປ່ຽນກັບນັກທ່ອງທ່ຽວຕ່າງປະເທດມາຕັ້ງແຕ່ຍັງນ້ອຍ. ພີ່ນ້ອງຂອງນາງໄດ້ເປີດໂຮງຍ້ອມສີຢູ່ນະຄອນຕ້າຫຼີ ຊຶ່ງໄດ້ສ້າງໂອກາດໃຫ້ແກ່ນາງໃນການສຳຜັດກັບສີມືຊົນເຜົ່າບໍ່ໜ້ອຍ.
ໃນປີ 2015, ນາງ ຕ້ວນຢີຣານ ໄປຮຽນຂະແໜງວິຊາອອກແບບຊຸດສະແດງຢູ່ອັງກິດ ແລະ ເຄີຍໄປຝຶກງານຢູ່ໂຮງລະຄອນແຫ່ງຊາດອັງກິດ. ພາຍຫຼັງຮຽນຈົບໃນປີ 2019, ນາງ ຕ້ວນຢີຣານ ເລີ່ມເປີດຫ້ອງສະຕູດີໂອ ມັດຜ້າຍ້ອມສີ YiCraftsຢູ່ນະຄອນຫຼວງລອນດອນຂອງອັງກິດ ແລະ ເລີ່ມເສັ້ນທາງສືບທອດສີມືການມັດຜ້າຍ້ອມສີເຜົ່າປາຍຂອງຕົນ ພາຍໃຕ້ການສົ່ງເສີມຂອງຄອບຄົວ ແລະ ຄູ-ອາຈານ. ເພື່ອເຮັດໃຫ້ຄົນທັງຫຼາຍຮັບຮູ້ເຖິງສີມືການມັດຜ້າຍ້ອມສີເຜົ່າປາຍຫຼາຍກວ່າເກົ່າ, ນາງ ໄດ້ກັບຄືນບ້ານເກີດຂອງຕົນ, ຖ່າຍທຳສາລະຄະດີສິລະປະມັດຜ້າຍ້ອມສີເຜົ່າປາຍ ດ້ວຍຕົນເອງ. ຫຼັງຈາກນັ້ນ, ນາງ ບໍ່ພຽງແຕ່ໄດ້ເປີດຫຼັກສູດຮຽນທີ່ເປັນລະບົບທາງອອນລາຍ ແລະ ເຜີຍແຜ່ຢູ່ຕາມສື່ສັງຄົມອອນລາຍຂອງປະເທດອັງກິດເທົ່ານັ້ນ, ແຕ່ຍັງໄດ້ສ້າງກຸ່ມສື່ສານກັນທາງອອນລາຍ. ຫຼັງຈາກນັ້ນປີປາຍ, ຫ້ອງສະຕູດີໂອໄດ້ດຳເນີນງານເປັນປົກກະຕິ ແລະ ໄດ້ດຶງດູດລູກຄ້າຈາກປະເທດຕ່າງໆໃນໂລກ.
ເມື່ອທ້າຍເດືອນມີນາຜ່ານມານີ້, ນາງ ຕ້ວນຢີຣານ ໄດ້ນຳພານັກສຳມະນາກອນຂອງຕົນກັບເມືອນະຄອນຕ້າຫຼີ ທີ່ເປັນບ້ານເກີດຂອງຕົນເປັນຄັ້ງທຳອິດ ແລະ ດຳເນີນການສຶກສາຄົ້ນຄວ້າເປັນເວລາ 11 ວັນ. ນັກສຳມະນາກອນເຫຼົ່ານີ້ ມາຈາກຫຼາຍປະເທດ ເຊັ່ນ: ຝຣັ່ງ, ເຢຍລະມັນ, ອັງກິດ ແລະ ອົສຕຣາລີ, ມີຫຼາຍຄົນເຄີຍຮຽນສິລະປະມາກ່ອນແລ້ວ.
ທ່ານ ດຽນ ໂລເກວ ຊ່າງອອກແບບຊຸດສະແດງຮູບເງົາ ແລະ ລະຄອນໂທລະພາບອັງກິດ ທີ່ເດີນທາງມາຈີນ ເປັນຄັ້ງທຳອິດ ກ່າວວ່າ: “ການຮຽນສີມືມັດຜ້າຍ້ອມສີ, ຖັກແສ່ວ ແລະ ຕ່ຳຜ້າ ເປັນວຽກງານທີ່ສຸດຍອດທຸກຢ່າງ. ໃນນັ້ນ, ຂ້າພະເຈົ້າມັກສີມືການມັດຜ້າຍ້ອມສີຂອງເຜົ່າປາຍທີ່ສຸດ, ເປັນສີມືລຽບງ່າຍ ແຕ່ກໍສາມາດຜະລິດຜະລິດຕະພັນທີ່ສວຍສົດງົດງາມທີ່ສຸດ.” ທ່ານກ່າວຕື່ມວ່າ: ຕົນຮູ້ສຶກຊາບຊຶ້ງໃຈທີ່ສີມືເຫຼົ່ານີ້ຍັງມີຢູ່ນະຄອນຕ້າຫຼີ ແລະ ຫວັງວ່າ, ຊາວໜຸ່ມທັງຫຼາຍ ຈະສືບທອດສີມືເຫຼົ່ານີ້ ໄດ້ນັບມື້ນັບຫຼາຍຂຶ້ນ.
“ວັດທະນະທຳຕ້າຫຼີ ມີຫຼາກຫຼາຍສີສັນ ແລະ ມີຄວາມກວມລວມ ເຮັດໃຫ້ນະຄອນຕ້າຫຼີ ເຕັມໄປດ້ວຍຄວາມຕື່ນເຕັ້ນດີໃຈ ແລະ ມີຫຼາຍເລື່ອງທີ່ມ່ວນໆເກີດຂຶ້ນຢູ່ທີ່ນີ້.” ນາງ ຕ້ວນຢີຣານ ມັກພັນລະນາຕົນເປັນຂົວຕໍ່. ນາງ ກ່າວວ່າ:“ພວກເຮົາເປັນພຽງຂົວຕໍ່ເທົ່ານັ້ນ, ແຕ່ສິ່ງທີ່ສຳຄັນກວ່ານັ້ນ ແມ່ນຄົນທີ່ຢູ່ສອງຟາກຝັ່ງຂອງຂົວນັ້ນ.” ໂດຍຜ່ານຈາກສີມືທີ່ເຕັມໄປດ້ວຍຄວາມມີສະເໜ່, ເຮັດໃຫ້ຊາວຕ່າງປະເທດ ສາມາດຮັບຮູ້ເຖິງສີໄມ້ລາຍມື ຫັດຖະກຳທີ່ມີຊີວິດຊີວາຂອງຈີນ. ໃນຂະນະທີ່ເວົ້າເຖິງວັດທະນະທຳຈີນ, ຫາກບໍ່ແມ່ນມີພຽງແຕ່ຮ້ານອາຫານຈີນ ແລະ ຫໍພິພິທະພັນເທົ່ານັ້ນ ພ້ອມທັງຈະສາມາດເພີ່ມຄວາມເຂົ້າໃຈກັນ ໃນເວລາສຳຜັດກັບສີມືຫັດຖະກຳເຫຼົ່ານີ້.
ປັດຈຸບັນ, ນາງ ຕ້ວນຢີຣານ ໄດ້ຈັດຊຸດຝຶກອົບຮົມແລ້ວ ປະມານ 500 ຄັ້ງ ແລະ ມີນັກສຳມະນາກອນຫຼາຍກວ່າໝື່ນຄົນເຂົ້າຮ່ວມ. ນາງ ກ່າວວ່າ: “ກ່ອນຮຽນສີມືການມັດຜ້າຍ້ອມສີຂອງເຜົ່າປາຍ, ຊາວຕ່າງປະເທດຫຼາຍຄົນຍັງບໍ່ຮູ້ວ່າ ຈີນ ມີຊົນເຜົ່າສ່ວນໜ້ອຍ. ໂຮງງານມັດຜ້າຍ້ອມສີຂອງພວກເຮົາ ອາດຈະສາມາດກາຍເປັນປ່ອງຢ້ຽມໃຫ້ແກ່ຊາວຕ່າງປະເທດໃນການເຂົ້າໃຈວັດທະນະທຳຊົນເຜົ່າຂອງຈີນ.”
ຫ້ອງສະຕູດີໂອທີ່ແລກປ່ຽນກັບທົ່ວໂລກ“ຂ້ອຍຫວັງວ່າ, ຂ້ອຍຈະສາມາດນຳສົ່ງເຄື່ອງຫັດຖະກຳຂອງຊົນເຜົ່າສ່ວນໜ້ອຍອື່ນໆຂອງຈີນ ໄປສູ່ຕ່າງປະເທດ ເພື່ອຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ.” ຢູ່ອັງກິດ, ນາງ ຕ້ວນຢີຣານ ໄດ້ຕິດໂປສເຕີ ໂຄສະນາເຄື່ອງນຸ່ງທີ່ເຮັດດ້ວຍມືຂອງຊາວບ້ານທັງຫຼາຍຢູ່ໃນຫ້ອງສະຕູດີໂອ ຂອງຕົນ ເພື່ອຊຸກຍູ້ການສົ່ງອອກເຄື່ອງນຸ່ງຊົນເຜົ່າເຫຼົ່ານີ້ ໄປຕ່າງປະເທດ.ນາງ ຕ້ວນຢີຣານ ມັກວາງສະແດງຜະລິດຕະພັນແບບອ້ອຍຕ້ອຍຂອງຊາວບ້ານທັງຫຼາຍ ແລະ ສົ່ງເສີມໃຫ້ລູກຄ້າອອກແບບຊຸດເຄື່ອງນຸ່ງຂອງຕົນດ້ວຍຕົນເອງ ເພື່ອເຮັດໃຫ້ເສື້ອໄມໂຍ ແລະ ໂສ້ງຂອງເຜົ່າປາຍແບບດັ້ງເດີມປະສົມເຂົ້າກັນແລ້ວກາຍເປັນເຄື່ອງນຸ່ງແຟຊັນແບບໃໝ່.
ຍີ່ຫໍ້ຊຸດເຄື່ອງນຸ່ງຂອງນາງ ຕ້ວນຢີຣານ ດຽວນີ້ມີຊື່ສຽງໂດ່ງດັງແລ້ວ, ທຸກເດືອນຈະມີໃບສັ່ງຊື້ 200 ຫາ 300 ໃບ.ນາງ ເວົ້າວ່າ: “ມີແມ່ຍິງ ບາງຄົນ ໄດ້ເອົາຊຸດເຈົ້າສາວທີ່ຕົນຕັດຫຍິບມາເປັນເວລາໜຶ່ງປີຫາສອງປີມາໃຫ້ຂ້ອຍຂາຍ ເພື່ອເປັນຄ່າຄອງຊີບ, ຂ້ອຍກໍຍິນດີຂາຍຊ່ວຍເຂົາເຈົ້າ. ຂາຍໄປຕ່າງປະເທດເປັນການສືບສານ ເຄື່ອງນຸ່ງ ແລະ ກໍເປັນຂະບວນການທີ່ສ້າງສາຍພົວພັນລະຫວ່າງວັດທະນະທຳຕ່າງກັນ.”
ນັກສຳມະນາກອນຜູ້ໜຶ່ງ ທີ່ມາຈາກປະເທດຕຣີນີແດດ ແລະ ໂຕບາໂກ ມັກຊຸດທີ່ມີຮູບຖັກແສ່ວດອກໄມ້ຫຼາຍ, ຊື້ໄປບໍ່ດົນ ກໍໄດ້ນຸ່ງຊຸດນີ້ໄປເຂົ້າຮ່ວມງານດອງຂອງເພື່ອນອິນເດຍຜູ້ໜຶ່ງ, ສີມືຖັກແສ່ວປານີດຂອງຊຸດນີ້ ໄດ້ດຶງດູດສາຍຕາຂອງຄົນທັງຫຼາຍ, ການແລກປ່ຽນວັດທະນະທຳຢູ່ໃນງານດອງ ທີ່ເປັນສະຖານທີ່ສຳຄັນແບບນີ້ ເຮັດໃຫ້ ນາງ ຕ້ວນຢີຣານ ຮູ້ສຶກດີໃຈທີ່ສຸດ.
ບໍ່ພຽງແຕ່ສີມືມັດຜ້າຍ້ອມສີເທົ່ານັ້ນ, ນາງ ຕ້ວນຢີຣານ ແລະ ທີມງານ ຍັງໄດ້ຄົ້ນຄວ້າພັດທະນາຫຼັກສູດກ່ຽວກັບສີມືຖັກແສ່ວ, ສີມືຍ້ອມສີແບບເກັບລາຍແຕ້ມດ້ວຍຂີ້ເຜິ້ງ, ວິທີຂຽນງາມ, ໂຄມໄຟ, ການສານໄມ້ໃຜ່ ແລະ ແກະສະຫຼັກຕົວໜັງສືເປັນຕົ້ນ. ປັດຈຸບັນ, ຫ້ອງສະຕູດີໂອ YiCraftsໄດ້ໂຮມສູນສີມືຫັດຖະກຳດັ້ງເດີມຈີນຫຼາຍຢ່າງ. “ພວກເຮົາໄດ້ຕິດຕໍ່ຫານາຍຊ່າງຫັດຖະກຳຫຼາຍຄົນ ແລະ ສະຕູດີໂອ ຫຼາຍແຫ່ງຢູ່ແຂວງຢຸນນານ, ແຂວງກຸ້ຍໂຈ່ວ ແລະ ນະຄອນລຽງຊານແຂວງເສສວນ, ໄດ້ເຮັດວຽກງານຫຼາຍຢ່າງ ເພື່ອສະໜັບສະໜູນການພັດທະນາຂອງສີມືຫັດຖະກຳພາກຕາເວັນຕົກສ່ຽງໃຕ້ຂອງຈີນ.” ໃນອະນາຄົດ, ນາງ ຫວັງວ່າ: “ຂ້ອຍຢາກນຳພານາຍຊ່າງຫັດຖະກຳ ທີ່ສືບທອດສີມືບູຮານຢ່າງແທ້ຈິງນັ້ນໄປແລກປ່ຽນກັບ ນາຍຊ່າງຕ່າງປະເທດຢູ່ນະຄອນຫຼວງລອນດອນຂອງອັງກິດ, ໃຫ້ເຂົາເຈົ້າມີໂອກາດເຜີຍແຜ່ສິລະປະຊົນເຜົ່າທີ່ຕົນສືບທອດມາ ທີ່ໃຊ້ເວລາເກືອບຊາດໜຶ່ງ ສູ່ຊາວຕ່າງປະເທດ.”
ແຫຼ່ງຂ່າວ: ເວັບໄຊຢຸນານ,App ໜັງສືພິມລາຍວັນປະຊາຊົນ ຈີນ