ການ​ເປັນ​ປະ​ທານ​ອາ​ຊຽນ ຂອງ ສ​ປ​ປ​ລາວ ປີ 2024 ພາຍ​ໃຕ້​ຄຳ​ຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ​ຊຶ່ງປະກອບ​ມີ 9 ບຸລິມະສິດ, ໃນ​ນີ້ ບຸ​ລິ​ມະ​ສິດ “ແມ່ຍິງ ແລະ ເດັກນ້ອຍ: ສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການຫັນເປັນວິທີການຢ່າງເປັນລະບົບ” ກໍ​ເປັນ​ອີກ​ບຸ​ລິ​ມະ​ສິດ​ໜຶ່ງທີ່ອາ​ຊຽນ​ໃຫ້​ຄວາມ​ສຳ​ຄັນ.
ບຸ​ລິ​ມະ​ສິດ​ນີ້ ຈະສຸມໃສ່ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການຍົກສູງບົດບາດຂອງ ແມ່ຍິງ ແລະ ເດັກຍິງ ໂດຍຜ່ານການຮັບຮູ້ກ່ຽວກັບການເບິ່ງແຍງດູແລ ແລະ ການເຮັດວຽກທີ່ບໍ່ໄດ້ຮັບຄ່າຈ້າງ/ຄ່າຕອບແທນຊຶ່ງເປັນບັນຫາສໍາຄັນໃນຫຼາຍປະເທດໃນອາຊີ ລວມທັງປະເທດສະມາຊິກອາຊຽນ. ໂດຍທົ່ວໄປແລ້ວ, ການໃຊ້ເວລາໃນການເຮັດວຽກທີ່ບໍ່ໄດ້ຮັບຄ່າຈ້າງ/ຄ່າຕອບແທນ ຂອງແມ່ຍິງ ແລະ ເດັກຍິງ ແມ່ນບໍ່ດຸ່ນດ່ຽງກັນ ຖ້າທຽບໃສ່ຜູ້ຊາຍ ແລະ ເດັກຊາຍຊຶ່ງກໍ່ໃຫ້ເກີດຂໍ້ຈໍາກັດຕໍ່ໂອກາດໃນດ້ານການສຶກສາ, ການເຮັດວຽກ/ການປະກອບອາຊີບ ແລະ ການມີສ່ວນຮ່ວມໃນສັງຄົມ.
ບັນດາກິດຈະກຳ ແລະ ເອກະສານທີ່ຈະສະໜັບສະໜູນບຸລິມະສິດດັ່ງກ່າວມີ: ກອງປະຊຸມສຸດຍອດການນໍາແມ່ຍິງອາຊຽນ ຄັ້ງທີ 3 ພາຍໃຕ້ຫົວຂໍ້: ເສີມຂະຫຍາຍເສດຖະກິດ ແລະ ຄວາມເຂັ້ມແຂງການດູແລແມ່ຍິງ ເພື່ອກ້າວໄປສູ່ປະຊາຄົມອາຊຽນ ຫຼັງປີ 2025, ແລະ ຖະແຫຼງການ ວ່າດ້ວຍ ການເສີມຂະຫຍາຍເສດຖະກິດ ແລະ ຄວາມເຂັ້ມແຂງກ່ຽວກັບການດູແລແມ່ຍິງ ເພື່ອກ້າວໄປສູ່ປະຊາຄົມອາຊຽນ ຫຼັງປີ 2025.