ທ້າຍອາທິດຜ່ານມານີ້, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍພັນລະຍາ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອທີ່ຈໍາເປັນໄປມອບໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງວັນທີ 2 ຕຸລາ 2024 ຜ່ານມາ, ຊຶ່ງປະກອບມີມຸ້ງ 100 ດາງ, ເສື້ອຢືດ 100 ຜືນ, ຜ້າປູບ່ອນ 100 ຜືນ, ຜ້າຫົ່ມ, ໝອນ 40 ຊຸດ ແລະ ເຂົ້າສານ 1,500 ກິໂລ ລວມມູນຄ່າທັງໝົດ 100 ລ້ານກວ່າກີບ, ກ່າວຮັບໂດຍທ່ານ ຈັນພິພັກ ກອງຈໍາປາ ເຈົ້າເມືອງໆສິງ ພ້ອມດ້ວຍຄະນະ, ພ້ອມນັ້ນ ທ່ານ ເຈົ້າເມືອງໄດ້ຕາງໜ້າພໍ່ແມ່ປະຊາຊົນຜູ້ທີ່ຖືກຜົນກະທົບ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ມາຍັງ ທ່ານ ເຈົ້າແຂວງ ແລະ ພັນລະຍາທີ່ຍາມໃດກໍໄດ້ເອົາໃຈໃສ່ ແລະ ເປັນຫ່ວງເປັນໄຍຊີວິດການເປັນຢູ່ຂອງປະຊາຊົນຊາວແຂວງຫຼວງນໍ້າທາ ຢູ່ຕະຫຼອດ.
(ແຫຼ່ງຂ່າວ: ແຂວງຫຼວງນໍ້າທາ)