ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສະແດງໃຫ້ເຫັນເຖິງຄວາມອ່ອນໄຫວຂອງລະບົບສາທາລະນະສຸກ ຊຶ່ງມີຜົນຕໍ່ການສຸຂະພາບ ແລະ ການພັດທະນາເສດຖະກິດ-ສັງຄົມ. ດັ່ງນັ້ນ, ອາຊຽນຈຶ່ງມີຄວາມຈຳເປັນໃນການສົ່ງເສີມລະບົບສາທາລະນະສຸກໃຫ້ເຂັ້ມແຂງກວ່າເກົ່າ ເພື່ອຮັບປະກັນການຕອບໂຕ້ຢ່າງທັນການແລະ ການປະກອບສ່ວນຢ່າງວ່ອງໄວແລະມີປະສິດທິພາບໃນການຟື້ນຟູເສດຖະກິດ-ສັງຄົມຂອງອາຊຽນ.
ການເປັນປະທານອາຊຽນ ຂອງ ສປປລາວ ປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”  ຊຶ່ງປະກອບມີ 9 ບຸລິມະສິດ, ໃນນີ້ບຸລິມະສິດ “ສາທາລະນະສຸກ:ການຫັນໄປສູ່ຄວາມເຂັ້ມແຂງທາງດ້ານການພັດທະນາສຸຂະພາບຂອງອາຊຽນໃນສະພາບການໃໝ່” ກໍມີຄວາມສຳຄັນເປັນຢ່າງຍິ່ງຊຶ່ງບັນດາເອກະສານ ແລະ ກິດຈະກຳ ທີ່ຈະສະໜັບສະໜູນບຸລິມະສິດດັ່ງກ່າວປະກອບມີ: ຖະແຫຼງການຂອງຜູ້ນຳອາຊຽນ ກ່ຽວກັບຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບ; ການສ້າງແຜນງານຈັດຕັ້ງປະຕິບັດຖະແຫຼງການຂອງຜູ້ນຳອາຊຽນ ກ່ຽວກັບການຢຸດຕິຄວາມບໍ່ເທົ່າທຽມກັນ ແລະ ການກ້າວໄປສູ່ການຢຸດຕິການແຜ່ລະບາດພະຍາດເອດສພາຍໃນປີ 2030 ແລະຈັດກິດຈະກໍາສະເຫຼີມສະຫຼອງຄົບຮອບ 10 ປີ ຂອງແຜນການຫຼຸດຜ່ອນໄພຂົ່ມຂູ່ທາງຊີວະພາບອາຊຽນ, ຄວາມຄືບໜ້າເພື່ອຢຸດຕິໂຣກເອດສໃນປີ 2030ແລະ ການມອບລາງວັນເມືອງປອດຄວັນຢາສູບໃນພາກພື້ນອາຊຽນ.
ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຄຳຂວັນ“ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ຈະມີການອອກຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໃນເດືອນຕຸລາ 2024.