ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງບໍ່ແກ້ວ ຮ່ວມກັບ ຫ້ອງການຂະແໜງ ທ່ອງທ່ຽວເຂດເສດຖະກິດພິເສດ 3 ຫຼ່ຽມຄໍາ ໄດ້ຈັດຝຶກອົບຮົມພະນັກງານນຳທ່ຽວລະດັບແຂວງ ຊຸດທີ II ໃນວັນທີ 16-27 ກັນຍານີ້ ໂດຍການເປັນປະທານຂອງທ່ານ ສົມຄິດ ວົງປັນຍາ ຫົວໜ້າພະແນກ ຖວທ ແຂວງ, ມີຫ້ອງການສະພາບໍລິຫານເຂດ ແລະ ຫ້ອງການຂະແໜງທ່ອງທ່ຽວເຂດເສດຖະກິດພິເສດ 3 ຫຼ່ຽມຄຳ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທັງນີ້, ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ໄກ້ນໍາທ່ຽວພາຍໃນເຂດເສດຖະກິດພິເສດ 3 ລ່ຽມຄໍາໃຫ້ມີຄວາມຊໍານານ, ມີປະສົບການ ແລະ ສາມາດນໍາພານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທ່ອງທ່ຽວຢ່າງປອດໄພ.
            ຊຸດອົບຮົມໃນຄັ້ງນີ້, ສໍາມະນາກອນໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານກ່ຽວກັບການທ່ອງທ່ຽວ, ການສົ່ງເສີມການທ່ອງທ່ຽວຢູ່ແຂວງບໍ່ແກ້ວ, ມະນຸດສຳພັນ ແລະ ຈິດຕະວິທະຍາ, ຮຽນຮູ້ປະຫວັດສາດລາວ ແລະ ປະຫວັດສາດແຫຼ່ງທ່ອງທ່ຽວ, ວັດທະນະທຳ ແລະ ຮີດຄອງປະເພນີລາວ, ສິ່ງສໍາຄັນແມ່ນຈັນຍາບັນສຳລັບພະນັກງານນຳທ່ຽວ, ຮັບປະກັນຄວາມປອດໄພຂອງນັກທ່ອງທ່ຽວ, ຮຽນຮູ້ພູມສາດຂອງແຂວງ, ວິທີ, ເຕັກນິກການນຳທ່ຽວເພື່ອເຮັດໃຫ້ນັກທ່ອງທ່ຽວມີຄວາມປະທັບໃຈ, ຮຽນຮູ້ວິທີການປະຖົມພະຍາບານເບື້ອງຕົ້ນ ເມື່ອມີເຫດການສຸກເສີນໃຫ້ຊ່ວຍແກ້ໄຂ, ເຮັດໃຫ້ພະນັກງານນໍາທ່ຽວມີປະສົບການບໍລິການນຳທ່ຽວ ພ້ອມທັງລົງປະຕິບັດຕົວຈິງຢູ່ພາກສະໝາມ.
ຂ່າວ: ຄໍາເພັງ ສີສະຫວ່າງ