ສະຫາຍ ທອງໄຊ ມັງໜໍ່ເມກ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງເຊບັ້ງໄຟ ໄດ້ຕາງໜ້າໃຫ້ແກ່ຄະນະພັກເມືອງ ສໍພາດຕໍ່ຜູ້ສື່ຂ່າວແຂວງຄໍາມ່ວນ ເມື່ອບໍ່ດົນມານີ້ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ, ໜ່ວຍພັກ ແລະ ປັບປຸງຄະນະອົງການປົກຄອງບ້ານໃນທົ່ວເມືອງວ່າ: ປັດຈຸບັນທົ່ວເມືອງມີ 15 ຄະນະພັກຮາກຖານ ແລະ ມີຈຳນວນໜ່ວຍພັກທັງໝົດ 109 ໜ່ວຍພັກ, ມີສະມາຊິກພັກ 1,831 ສະຫາຍ ຍິງ 529 ສະຫາຍ. ໃນທົ່ວເມືອງໄດ້ດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍພັກສຳເລັດແລ້ວຈຳນວນ 106 ໜ່ວຍພັກ  ແລະ 12 ຮາກຖານ ຍັງບໍ່ທັນສຳເລັດ 3 ໜ່ວຍພັກ ແລະ 3 ຮາກຖານ.
ຜ່ານການດຳເນີນກອງປະຊຸມໃຫຍ່ຂອງຄະນະພັກຂັ້ນບ້ານ ທາງດ້ານບຸກຄະລາກອນແມ່ນເຫັນໄດ້ວ່າຄະນະພັກຄວບຕຳແໜ່ງນາຍບ້ານ ຈຳນວນ 45 ບ້ານ, ກວມເອົາ 100%, ເລຂາຄະນະໜ່ວຍພັກຈຳນວນ 80 ໜ່ວຍພັກມີທັງໝົດ 236 ສະຫາຍ ຍິງ 42 ສະຫາຍ, ເລຂາໜ່ວຍພັກມີ 80 ສະຫາຍ ຍິງ 3 ສະຫາຍ, ຮອງເລຂາໜ່ວຍພັກ 78 ສະຫາຍ ຍິງ 13 ສະຫາຍ, ຄະນະໜ່ວຍພັກ 78 ສະຫາຍ, ຍິງ 26 ສະຫາຍ. ໃນນັ້ນ ເລຂາໜ່ວຍພັກຜູ້ເກົ່າ 44 ສະຫາຍ ຍິງ 1 ສະຫາຍ, ກວມ 55%, ຮອງເລຂາໜ່ວຍພັກຜູ້ເກົ່າ 26 ສະຫາຍ ຍິງ 4 ສະຫາຍ, ກວມ 33%, ຄະນະໜ່ວຍພັກຜູ້ເກົ່າ 5 ສະຫາຍ, ກວມ 6%, ເລຂາໜ່ວຍພັກໃໝ່ 36 ສະຫາຍ ຍິງ 2 ສະຫາຍ, ກວມ 45%, ຮອງເລຂາໜ່ວຍພັກໃໝ່ 52 ສະຫາຍ ຍິງ 9 ສະຫາຍ, ກວມ 67%, ຄະນະໜ່ວຍພັກໃໝ່ 73 ສະຫາຍ ຍິງ 26 ສະຫາຍ, ກວມ 94%, ສຳລັບຜົນຂອງກອງປະຊຸມແມ່ນຮັບປະກັນ 3 ຮຸ້ນ, ເພດ, ເຜົ່າ, ຮຸ້ນໜຸ່ມມີ 85 ສະຫາຍ ຍິງ 25 ສະຫາຍ, ກວມ 36%, ຮຸ້ນກາງມີ 109 ສະຫາຍ ຍິງ 6 ສະຫາຍ, ກວມ 46%, ຮຸ້ນອາວຸໂສມີ 42 ສະຫາຍ ຍິງ 11 ສະຫາຍ, ກວມ 18%.
ສະຫາຍ ເລຂາພັກເມືອງເຊບັ້ງໄຟໄດ້ກ່າວຕື່ມວ່າ: ສຳລັບວຽກງານປັບປຸງຄະນະການປົກຄອງຂັ້ນບ້ານ.  ປັດຈຸບັນນີ້ ສໍາເລັດເລັດແລ້ວ 45 ບ້ານເທົ່າກັບ 100%, ມີຄະນະນາຍບ້ານທັງໝົດ 159 ສະຫາຍ. ໃນນີ້ ມີນາຍບ້ານ 45 ສະຫາຍ ແລະ ຮອງນາຍບ້ານ 114 ສະຫາຍ, ນາຍບ້ານເປັນກໍາມະການພັກເມືອງ 1 ສະຫາຍ, ນາຍບ້ານຄວບເລຂາຄະນະພັກຮາກຖານ 8 ສະຫາຍ ແລະ ເລຂາໜ່ວຍພັກ 37 ສະຫາຍ ກວມເອົາ 100%.
    ສໍາລັບອະນຸໂຄງປະກອບຂອງກອງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງທີ VII ຄະນະຮັບຜິດຊອບໄດ້ມີແຜນແບ່ງຕົວເລກຜູ້ແທນສົມບູນ, ສຳຮອງເພື່ອໄປຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຈຳນວນຜູ້ແທນສົມບູນມີ 165 ສະຫາ, ຜູ້ແທນສຳຮອງ125 ສະຫາຍ. ໃນນັ້ນແຜນຄາດຄະເນຄະນະບໍລິຫານງານພັກເມືອງ ເຊບັ້ງໄຟສະໄໝ 7 ມີຈຳນວນ 25 ສະຫາຍ ແລະ ຄະນະປະຈຳພັກເມືອງຈຳນວນ 7 ສະຫາຍ.
    (ຂ່າວ: ແດງສະຫວັດ ແສນພານິດ).