ບໍລິສັດຈະເລີນຊັບ ເວັນເຈີ (CSV) ໄດ້ຈັດງານສະຫຼຸບ ແລະ ພົບປະສະມາຄົມການບິນ CSV AeroNexus Rendezvous 2024 ຂຶ້ນເມື່ອບໍ່ດົນຜ່ານມາທີ່ໂຮງແຮມເສດຖາປາຣາສ ນະຄອນຫຼວງວຽງຈັນ ໂດຍມີທ່ານນາງ ພົງສະຫວ່າງ ກາດອຸດົມ ແລະ ທ່ານ ແອນດີ ແທວ (Andy Teo)ຜູ້ຮ່ວມກໍ່ຕັ້ງບໍລິສັດຈະເລີນຊັບ ເວັນເຈີ, ມີຜູ້ນຳທາງດ້ານການບິນ, ຜູ້ຊ່ຽວຊານ, ຜູ້ປະກອບການດ້ານອຸດສາຫະກຳການບິນ,ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ພາຍໃນງານດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ມີໂອກາດພົບປະ ແລະ ໂອ້ລົມ ກັບເຈົ້າຂອງເຮືອບິນ ໃນຫຼາຍຫົວຂໍ້ເຊັ່ນ: ການຮັກສາຊັບສິນຂອງລູກຄ້າ ຈາກມຸມມອງຂອງຜູູ້ຜະລິດ ແລະ ຜູ້ໃຫ້ບໍລິການດ້ານການບຳລຸງຮັກສາເຮືອບິນ ແລະອີກຫົວຂໍ້ທີ່ສຳຄັນແມ່ນການປົກປ້ອງນ່ານຟ້າ ໂດຍສະເພາະການປະຕິບັດບັນດາມາດຕະຖານຄວາມປອດໄພຕ່າງໆ.
ການພົບປະກັນຄັ້ງນີ້ຊ່ວຍໃຫ້ຄວາມເຂົ້າໃຈໃຫ້ບັນດາຜູ້ເຂົ້າຮ່ວມ ເຖິງສິ່ງທ້າທາຍ ແລະ ໂອກາດຂອງອຸດສາຫະກຳການບິນໃນລາວ.

ພາຍໃນງານ ຜູ້ຊ່ຽວຊານດ້ານອຸດສາຫະກໍາການບິນ ໄດ້ແບ່ງປັນຄວາມຮູ້ ກ່ຽວກັບການປົກປັກຮັກເຮືອບິນ ລວມທັງຄວາມສຳຄັນຂອງການປະຕິບັດມາດຕະຖານຄວາມປອດໄພຢ່າງເຂັ້ມງວດ ແລະ ຂັ້ນຕອນການລົງທະບຽນຕ່າງໆ, ຄວາມສຳຄັນຂອງການຮ່ວມມຶກັນຂອງຜູ້ປະກອບການໃນແຕ່ລະຂະ
ແໜງໃນຂົງເຂດການບິນ.
ທ່ານ Andy Teo ຜູ້ຮ່ວມກໍ່ຕັ້ງຂອງ CSVກ່າວວ່າ: "CSV AeroNexus Rendezvous 2024 ໄດ້ພິສູດໃຫ້ເຫັນອີກຄັ້ງວ່າເປັນເວທີທີ່ສຳຄັນນີ້ໄດ້ຊຸກຍູ້ການຮ່ວມມື ແລະ ນະວັດຕະກໍາໃນການບິນ. ພວກເຮົາພູມໃຈທີ່ໄດ້ນໍາເອົາບັນດາພາກສ່ວນກ່ຽວຂ້ອງມາພົບປະ ແລະ ຮ່ວມກັນເພື່ອປຶກສາຫາລືກ່ຽວກັບການແກ້ໄຂສິ່ງທ້າທາຍທີ່ພວກເຮົາກຳລັງພົບພໍ້.ງານພົບປະກັນໃນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈຂອງພວກເຮົາທີ່ຈະຮ່ວມພັດທະນາອຸດສະຫະກຳການບິນຂອງລາວ ແລະ ໃນຂົງເຂດພາກພື້ນໃຫ້ດີຂຶ້ນ.
ທ່ານນາງ ພົງສະຫວ່າງ ກາດອຸດົມ ກ່າວວ່າ: ງານCSV AeroNexus Rendezvous 2024 ຄັ້ງນີ້ ຈະເກີດຂຶ້ນບໍ່ໄດ້ຖ້າບໍ່ມີຄູ່ຮ່ວມທຸລະກິດທີ່ໃຫ້ການສະໜັບສະໜູນເຊັ່ນ: Aegle Aviation Limited, Associated Energy Group (AEG Fuels), Aviation Concepts Technical Services Inc. (ACTSI), Dassault Aviation Asia Pacific, JMoreແລະ Rolls-Royce ແລະ ຫວັງວ່າຈະສ້າງຄວາມສໍາເລັດດັ່ງກ່າວໃນຊຸມປີຕໍ່ໜ້າ.
(ຂ່າວ-ພາບ:ຕຸໄລເພັດ)