ວັນທີ 5 ມີນາ ຜ່ານມາ, ໃນເວລາຮ່ວມກັບຄະນະຜູ້ແທນແຂວງຈ່ຽງຊູພິຈາລະນາບົດລາຍງານວຽກງານລັດຖະບານໃນກອງປະຊຸມຄັ້ງທີ3ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ14, ທ່ານສີຈິ້ນຜິງປະທານປະເທດຈີນໄດ້ເນັ້ນໜັກວ່າ: “ເພື່ອບັນລຸຄາດໝາຍແຫ່ງການພັດທະນາຕາມແຜນການ5ປີຄັ້ງທີ14ວາງອອກຢ່າງຈົບງາມ, ແຂວງສຳຄັນດ້ານເສດຖະກິດຕ້ອງແບກຫາບໜ້າທີ່ເປັນຂື່ຫຼັກ.
ເດືອນມັງກອນປີ2023, ທ່ານສີຈິ້ນຜິງໄດ້ຮັບເລືອກຕັ້ງເປັນຜູ້ແທນສະພາປະຊາຊົນແຫ່ງຊາດຈີນຊຸດທີ14ຢູ່ແຂວງຈ່ຽງຊູທາງພາກຕາເວັນອອກຂອງຈີນ. ໃນກອງປະຊຸມສອງສະພາຂອງຈີນໃນສອງປີຜ່ານມາ, ໂອກາດທີ່ເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູ, ທ່ານສີຈິ້ນຜິງລ້ວນແຕ່ໄດ້ກ່າວເຖິງຄຳວ່າ “ແບກຫາບວຽກງານສຳຄັນເໝືອນກັບຂື່ຫຼັກ” ຫຼືພາສາຈີນເວົ້າວ່າ“ທ່ຽວຕ້າຫຼຽງ”ສະນັ້ນຄຳວ່າ “ທ່ຽວຕ້າຫຼຽງ” ໝາຍຄວາມວ່າແນວໃດ? ເປັນຫຍັງທ່ານສີຈິ້ນຜິງຈຶ່ງກ່າວເນັ້ນໜັກໃຫ້ແຂວງຈ່ຽງຊູມີບົດບາດສຳຄັນທີ່ວ່າ “ທ່ຽວຕ້າຫຼຽງ” ເຖິງ3ເທື່ອ?
“ທ່ຽວຕ້າຫຼຽງ” ເປັນຄຳສັບທີ່ມີເຄົ້າເດີມມາຈາກຂະແໜງການກໍ່ສ້າງ ຊຶ່ງໝາຍເຖິງຂື່ຫຼັກເຮັດໜ້າທີ່ຄ້ຳຊູແລະຮອງຮັບນ້ຳໜັກໃນອາຄານ. ຄຳນີ້ຖືກນຳໃຊ້ໃນຊີວິດສັງຄົມໃນການປຽບທຽບການແບກຫາບວຽກງານສຳຄັນທີ່ມີບົດບາດເປັນເສົາຄ້ຳ.
ເວລາເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູໃນກອງປະຊຸມສອງສະພາປີ2024ຜ່ານມາ, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: “ໃນກອງປະຊຸມກົມການເມືອງສູນກາງພັກຫຼາຍຄັ້ງຜ່ານມາ, ເມື່ອເວົ້າເຖິງການພັດທະນາເສດຖະກິດ, ຂ້າພະເຈົ້າລ້ວນແຕ່ໄດ້ເວົ້າເຖິງແຂວງສຳຄັນດ້ານເສດຖະກິດເຊັ່ນ:ກວາງຕຸ້ງແລະຈ່ຽງຊູເປັນຕົ້ນ, ຂ້າພະເຈົ້າຄິດວ່າຖ້າຫາກແຂວງເຫຼົ່ານີ້ບໍ່ແບກຫາບໜ້າທີ່ເປັນຂື່ຫຼັກ, ຄວາມທັນສະໄໝຂອງຊາດກໍຈະບໍ່ສາມາດບັນລຸຜົນເປັນຈິງໄດ້. ແຂວງເຫຼົ່ານີ້ມີຄວາມສຳຄັນທີ່ສຸດ ແລະບໍ່ສາມາດທົດແທນໄດ້.”
ຕາມການຄິດໄລ່ແລ້ວ, GDPຂອງແຂວງຈ່ຽງຊູໃນປີ2024ບັນລຸໄດ້ 13,700 ຕື້ຢວນຄອງອັນດັບສອງຂອງທົ່ວປະເທດຈີນ. ເມື່ອຄິດໄລ່ຕາມລາຄາຄົງທີ່ແລ້ວ, GDPຂອງແຂວງຈ່ຽງຊູໃນປີ2024ໄດ້ເພີ່ມຂຶ້ນ 5.8%ເມື່ອທຽບໃສ່ປີ2023, ປະລິມານການເຕີບໂຕຄອງອັນດັບໜຶ່ງຂອງທົ່ວປະເທດ, ສົມເປັນແຂວງສຳຄັນດ້ານເສດຖະກິດຢ່າງແທ້ຈິງ. ດັ່ງນັ້ນ, ແຂວງສຳຄັນດ້ານເສດຖະກິດຄວນແບກຫາບໜ້າທີ່ເປັນຂື່ຫຼັກຄືແນວໃດ? ໃນເວລາເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູໃນກອງປະຊຸມສອງສະພາປີນີ້, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນຢ່າງມີຊີວິດຊີວາເຖິງວຽກງານ4ດ້ານທີ່ຄວນສຸມກຳລັງໃສ່ເພື່ອແບກຫາບໜ້າທີ່ເປັນຂື່ຫຼັກຄື:
ໜຶ່ງ:ເປັນຜູ້ນຳໜ້າກ່ອນໝູ່ໃນການຊຸກຍູ້ການເຊື່ອມໂຍງການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີແລະການປະດິດສ້າງດ້ານອຸດສາຫະກຳ. ການທີ່ແຂວງສຳຄັນດ້ານເສດຖະກິດແບກຫາບໜ້າທີ່ເປັນຂື່ຫຼັກນັ້ນ ແມ່ນປາສະຈາກການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ບໍ່ໄດ້. ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີແລະການປະດິດສ້າງດ້ານອຸດສາຫະກຳເປັນຊ່ອງທາງພື້ນຖານໃນການພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່. ການພັດທະນາການປະດິດສ້າງດ້ານອຸດສາຫະກຳ ຕ້ອງກຳແໜ້ນພື້ນຖານອັນໜຶ່ງຄືເສດຖະກິດຮູບປະທຳ, ຢຶດໝັ້ນການປັບປຸງຍົກລະດັບອຸດສາຫະກຳແບບດັ່ງເດີມໄປຄຽງຄູ່ກັບການບຸກເບີກຊ່ອງທາງການແຂ່ງຂັນອັນໃໝ່ສຳລັບອຸດສາຫະກຳຈະເລີນໃໝ່ທີ່ມີລັກສະນະຍຸດທະສາດແລະອຸດສາຫະກຳໃນອະນາຄົດ.
ສອງ: ກ້າແຂ່ງຂັນຍາດຊີງຂຶ້ນໜ້າ ໃນການຊຸກຍູ້ການປະຕິຮູບຢ່າງເລິກເຊິ່ງແລະການເປີດປະຕູສູ່ພາຍນອກໃນລະດັບສູງ.ເມື່ອມີເສດຖະກິດຂະໜາດໃຫຍ່, ການພັດທະນາກ້າວໄປຂ້າງໜ້າກໍຕ້ອງການແຮງຂັບເຄື່ອນຫຼາຍຂຶ້ນກວ່າເກົ່າ. ທ່ານສີຈິ້ນຜິງໃຫ້ຄວາມເຫັນວ່າແຂວງຈ່ຽງຊູຕ້ອງກ້າວໄປກ່ອນແລະທົດລອງໄປກ່ອນ, ພັດທະນາທັງພາຍໃນແລະຮ່ວມມືກັບຕ່າງປະເທດໄປພ້ອມ, ຜ່ານຈາກການລົງເລິກການປະຕິຮູບແລະເປີດປະຕູສູ່ພາຍນອກເພື່ອກຳຈັດອຸປະສັກກີດຂວາງແລະເພີ່ມແຮງຂັບເຄື່ອນຢ່າງບໍ່ຢຸດຢັ້ງ. ປີ2024, ເສດຖະກິດພາກເອກະຊົນແຂວງຈ່ຽງຊູໄດ້ກວມເກືອບ60% ຂອງGDP ທົ່ວແຂວງ. ໃນເວລາເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູໃນກອງປະຊຸມສອງສະພາປີນີ້,ທ່ານສີຈິ້ນຜິງຍັງໄດ້ເນັ້ນໜັກເປັນພິເສດວ່າຕ້ອງໃຫ້ສິດເທົ່າທຽມກັນຕໍ່ວິສາຫະກິດກຳມະສິດທຸກປະເພດ, ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.
ສາມ: ກ້າວເດີນຢູ່ແຖວໜ້າໃນການຈັດຕັ້ງປະຕິບັດຍຸດທະສາດສຳຄັນດ້ານການພັດທະນາຂອງຊາດ. ແຂວງຈ່ຽງຊູຕັ້ງຢູ່ເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກ້ຽງ, ເຂດຕໍ່ແດນລະຫວ່າງແລວເສດຖະກິດແມ່ນ້ຳຢາງຊີກ້ຽງແລະຢູ່ແຖວໜ້າແຫ່ງການເປີດປະຕູສູ່ພາຍນອກ. ທ່ານສີຈິ້ນຜິງຊີ້ອອກວ່າ: ແຂວງຈ່ຽງຊູຕ້ອງເປັນເຈົ້າການສ້າງຜົນງານແລະປະສານສົມທົບກັບເຂດແຄວ້ນອື່ນໆ ໃນການປະຕິບັດຍຸດທະສາດການພັດທະນາແຫ່ງຊາດເຊັ່ນ: ການພັດທະນາແບບເຊື່ອມໂຍງເຂົ້າກັນຂອງເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກ້ຽງແລະການພັດທະນາແລວເສດຖະກິດແມ່ນ້ຳຢາງຊີກ້ຽງເປັນຕົ້ນ. ຕ້ອງເພີ່ມທະວີການເຊືີ່ອມຕໍ່ກັບຍຸດທະສາດຕ່າງໆເຊັ່ນ: ຊຸກຍູ້ການພັດທະນາຢ່າງກົມກຽວກັບປັກກິ່ງ-ທຽນສິນ- ເຫີເປີຍ ທີ່ພາກເໜືອ, ການສ້າງເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວທີ່ພາກໃຕ້ແລະອື່ນໆ, ເຊື່ອມໂຍງເຂົ້າກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ທີ່ມີຄຸນນະພາບສູງຢ່າງເລິກເຊິ່ງ, ຈັບຄູ່ຊ່ວຍເຫຼືອເຂດດ້ອຍພັດທະນາເຊັ່ນ: ເຂດປົກຄອງຕົນເອງຊີ່ຈ້າງແລະເຂດປົກຄອງຕົນເອງອຸຍເກີ້ຊິນຈ່ຽງເປັນຕົ້ນໃຫ້ເກີດປະສິດທິຜົນເປັນຢ່າງດີ.
ສີ່: ເສີມຂະຫຍາຍບົດບາດເປັນແບບຢ່າງ ໃນການຊຸກຍູ້ໃຫ້ປະຊາຊົນທຸກຖ້ວນໜ້າບັນລຸຄວາມຮັ່ງມີຮ່ວມກັນ.ທ່ານສີຈິ້ນຜິງຊີ້ອອກວ່າ: ແຂວງສຳຄັນດ້ານເສດຖະກິດມີການພັດທະນາໄວກວ່າເຂດແຄວ້ນອື່ນ, ຈຶ່ງສົມຄວນຕັ້ງໜ້າຄົ້ນຄວ້າບົດຮຽນແລະເສີມຂະຫຍາຍບົດບາດເປັນແບບຢ່າງໃນການຊຸກຍູ້ປະຊາຊົນທຸກຖ້ວນໜ້າບັນລຸຄວາມຮັ່ງມີຮ່ວມກັນ. ສຳລັບວຽກງານດ້ານຕ່າງໆເຊັ່ນ:ການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ, ການພັດທະນາຕົວເມືອງແລະຊົນນະບົດໃຫ້ເຊື່ອມໂຍງເຂົ້າກັນ, ເພີ່ມທະວີການຈັດສັນການບໍລິການສາທາລະນະຂັ້ນພື້ນຖານໃນເຂດແຄວ້ນຕ່າງໆໃຫ້ສະໝ່ຳສະເໝີ ແລະ ເຂົ້າເຖິງປະຊາຊົນໃຫ້ຫຼາຍຂຶ້ນກວ່າເກົ່າເປັນຕົ້ນ, ທ່ານສີຈິ້ນຜິງໄດ້ຊີ້ນຳໃຫ້ແຂວງຈ່ຽງຊູຕ້ອງເອົາໃຈໃສ່ເຮັດວຽກດ້ານການປະກອບອາຊີບຊຶ່ງເປັນວຽກງານສຳຄັນຂັ້ນພື້ນຖານທີ່ກ່ຽວຂ້ອງກັບຊີວິດການເປັນຢູ່ຂອງປະຊາຊົນນັ້ນໃຫ້ເກີດປະສິດທິຜົນທີ່ດີ.
ໃນໂອກາດເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູໃນກອງປະຊຸມສອງສະພາ3ຄັ້ງຜ່ານມາ, ທ່ານສີຈິ້ນຜິງໄດ້ເນັ້ນໜັກໃຫ້ແຂວງສຳຄັນດ້ານເສດຖະກິດຕ້ອງແບກຫາບໜ້າທີ່ເປັນຂື່ຫຼັກ, ນີ້ບໍ່ພຽງແຕ່ເປັນການສະເໜີຂໍ້ຮຽກຮ້ອງສະເພາະແຕ່ແຂວງຈ່ຽງຊູເທົ່ານັ້ນຍັງເປັນການຮຽກຮ້ອງທີ່ອີງໃສ່ສະພາບລວມແຫ່ງການພັດທະນາທົ່ວປະເທດຈີນນຳອີກ.
ໂດຍ: ຊີອາໄອ