ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມແຂ່ງຂັນຂຽນປຶ້ມວິທະຍາສາດວຽກງານໄອຍະການປະຊາຊົນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ອົງຄະນະພັກອົງການໄອຍະການປະຊາຊົນສູງສຸດຄັ້ງທີ IV ຢ່າງເປັນຂະບວນຟົດຟື້ນຂຶ້ນໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມໃຫຍ່ ອອປສ ພາຍໃຕ້ການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະນໍາຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ຄະນະພະແນກ, ພະນັກງານໄອຍະການ, ນັກຄົ້ນຄວ້າ, ນັກວິທະຍາສາດເຂົ້າຮ່ວມ.
    ທ່ານ ຄຳເພັດ ສົມວໍລະຈິດ ໄດ້ມີທິດຊີ້ນຳກ່ຽວກັບຄຳແນະນຳ, ບັນດາມາດຕາ ແລະ ລາຍລະອຽດຂັ້ນຕອນຕ່າງໆ ໃນການຂຽນປຶ້ມວິທະຍາສາດວຽກງານໄອຍະການປະຊາຊົນທັງໝົດມີ 14 ມາດຕາ ຊຶ່ງລວມມີ ຈຸດປະສົງ, ປຶ້ມວິທະຍາສາດ, ເນື້ອໃນພື້ນຖານຂອງປຶ້ມ, ຄວາມຍາວຂອງປຶ້ມ ແລະ ບົດວິທະຍາສາດ, ຂັ້ນຕອນການຂຽນປຶ້ມ, ການເກັບກຳຂໍ້ມູນ, ການຮ່າງສາລະບານ ແລະ ການຮັບຮອງສາລະບານ, ການຂຽນ, ການປັບປຸງ ແລະ ການກວດແກ້ປຶ້ມວິທະຍາສາດ, ການຮັບຮອງປຶ້ມວິທະຍາສາດ, ນັກຄົ້ນຄວ້າ, ນັກວິທະຍາສາດ ແລະ ຜູ້ກວດແກ້, ຄະນະຊີ້ນໍາການຂຽນປຶ້ມວິທະຍາສາດ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງ-ບໍາລຸງພະນັກງານອົງການໄອຍະການປະຊາຊົນ ແລະ ເປັນການຜັນຂະຫຍາຍຫຼັກສູດການຝຶກອົບຮົມຂອງອົງການໄອຍະການປະຊາຊົນສູງສຸດເຂົ້າສູ່ວຽກງານຕົວຈິງ, ການຂຽນປຶ້ມວິທະຍາສາດວຽກງານໄອຍະການປະຊາຊົນ ມີຄວາມຈໍາເປັນ ແລະ ເປັນບ່ອນອີງໃນການຄົ້ນຄວ້າ, ສິດສອນ, ໂຄສະນາ, ເຜີຍແຜ່ ແລະ ຝຶກອົບຮົມພະນັກງານອົງການໄອຍະການປະຊາຊົນໃຫ້ມີຄວາມຮູ້, ຄວາມສາມາດ, ຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຂອງອົງການໄອຍະການປະຊາຊົນຢ່າງຖືກຕ້ອງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.
ຂ່າວ: ອອປສ