ພິທີປິດການແຂ່ງຂັນກິລາໂຄກ (Coke) ສາມັກຄີ 4 ໂຮງຮຽນໄດ້ຈັດຂຶ້ນໃນວັນທີ 6 ມີນາຜ່ານມາທີ່ເດີ່ນບານລ້ານຊ້າງສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສອນປະສິດ ສຸວັນນະເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງຫາດຊາຍຟອງ,ທ່ານ ສົມສີ ເທບພະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງຫາດຊາຍຟອງ, ທ່ານ ພະສິນ ປັນດີ ຜູ້ຈັດການທົ່ວໄປບໍລິສັດລາວໂຄຄາ-ໂຄລາ ບັອດຕລີ້ງຈໍາກັດ, ມີນັກກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້ມີ 4 ປະເພດກິລາຄື:ເຕະບານ, ດຶງເຊືອກ, ແລ່ນເປົາ ແລະ ແລ່ນຕໍ່ໄມ້, ໂດຍມີໂຮງຮຽນຮຽນ ມປ ບໍ່ໂອ, ມສ ສາລາຄໍາ, ມສ ເຄເອັນຊີ, ມສ ມະຍຸລີ. ຜົນການແຂ່ງຂັນກິລາບານເຕະທີ 1 ມສ ສາລາຄໍາໄດ້ຮັບເງິນສົດ 10 ລ້ານກີບ, ທີ 2 ມສ ມະຍຸລີໄດ້ຮັບເງິນສົດ 5 ລ້ານກີບ, ທີ 3 ມສ ເຄເອັນຊີໄດ້ຮັບເງິນສົດ 3 ລ້ານກີບ ແລະ ທີ 4 ມປ ບໍ່ໂອ ໄດ້ຮັບເງິນສົດ 2 ລ້ານກີບ; ກິລາດຶງເຊືອກທີ 1 ມສ ມະຍຸລີ ໄດ້ຮັບເງິນສົດ 3 ລ້ານ 5 ແສນກີບ,ທີ 2 ມສ ສາລາຄຳ ໄດ້ຮັບເງິນສົດ 2 ລ້ານ 5 ແສນກີບ,ທີ 3 ມສ ເຄເອັນຊີ ໄດ້ຮັບເງິນສົດ 1 ລ້ານ 5 ແສນກີບແລະ ທີ 4 ມປ ບໍ່ໂອ ໄດ້ຮັບເງິນສົດ 1 ລ້ານກີບ; ກິລາແລ່ນເປົາທີ 1 ມສ ມະຍຸລີ ໄດ້ຮັບເງິນສົດ 3 ລ້ານ 5 ແສນກີບ, ທີ 2 ມສ ເຄເອັນຊີ ໄດ້ຮັບເງິນສົດ 2 ລ້ານກີບ, ທີ 3 ແລະ ທີ 4 ມສ ສາລາຄຳ ໄດ້ຮັບເງິນສົດ 7 ແສນ 5 ສິບພັນກີບ ແລະ ກິລາແລ່ນຕໍ່ໄມ້ ທີ 1 ມສ ມະຍຸລີ ໄດ້ຮັບເງິນສົດ 3 ລ້ານກີບ,ທີ 2 ມສ ເຄເອັນຊີ ໄດ້ຮັບເງິນສົດ 2 ລ້ານກີບ,ທີ 3 ມປ ບໍ່ໂອ ໄດ້ຮັບເງິນສົດ 1 ລ້ານກີບແລະ ທີ 4 ມສ ສາລາຄໍາໄດ້ຮັບເງິນສົດ 7 ແສນ 5 ສິບພັນກີບ.
ຂ່າວ-ພາບ: ບຸນຕອມ+ບຸນອຸ້ມ