ອາທິດຜ່ານມານີ້, ທີມງານຂະແໜງປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ ໄດ້ເຄື່ອນໄຫວເຜີຍແຜ່ແຈ້ງການ ຂອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ໃຫ້ປະຊາຊົນຢູ່ເຂດເທດສະບານເມືອງຈອມເພັດ ໂດຍສະເພາະ ຢູ່ບ້ານຊຽງແມນ, ນາທ່າ, ນາຄຳ, ໂພລາດ, ບວມເລົາ ແລະບ້ານໂຄກສະຫວ່າງ.
ເນື້ອໃນທີ່ເຜີຍແຜ່ຄັ້ງນີ້, ເນັ້ນເຖິງການເພີ້ມທະວີຄວາມຮັບຜິດຊອບ ການສະກັດກັ້ນໄຟໄໝ້ລາມປ່າ, ການຖາງປ່າເຮັດໄຮ່, ການບຸກເບີກເນື້ອທີ່ປ່າໄມ້ ແລະທີ່ດີນປ່າໄມ້ ເພື່ອທຳການຜະລິດ ປະຈຳປີ 2025. ເນື່ອງຈາກລະດູແລ້ງຂອງແຕ່ລະປີ ໂດຍສະເພາະໄລຍະເດືອນມັງກອນ ຫາ ເດືອນກໍລະກົດ ແມ່ນມີຄວາມສ່ຽງ ທີ່ຈະເກີດເຫດການໄຟໄໝ້ປ່າຢູ່ຫຼາຍຂົງເຂດ ພາຍໃນແຂວງຫຼວງພະບາງ ຍ້ອນມີການບຸກເບີກເນື້ອທີ່ ທໍາການຜະລິດຕາມລະດູການ. ຊຶ່ງເນື້ອໃນຂອງແຈ້ງການ ແມ່ນຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ເປັນຜູ້ກະທຳຜິດໂດຍກົງ ຫຼື ຢູ່ເບື້ອງຫຼັງ ຂອງການບຸກລຸກ, ຈັບຈອງ, ຊື້-ຂາຍ ບຸກລຸກຖາກຖາງ, ຈຸດ, ຕັດໄມ້, ຂະຫຍາຍເນື້ອທີ່ດິນທໍາການຜະລິດ ແລະດຳເນີນກິດຈະການຕ່າງໆ ທີ່ບໍ່ຖືກຕ້ອງຕາມກົດໝາຍໃນເຂດປ່າໄມ້ ແລະທີ່ດິນປ່າໄມ້, ເປັນຕົ້ນຢູ່ໃນເຂດ ອຸທິຍານ, ປ່າສະຫງວນ, ປ່າປ້ອງກັນ ແລະປ່າຜະລິດ ຢ່າງເດັດຂາດ. ຜູ້ລະເມີດຈະຖືກດຳເນີນຄະດີ ຕາມກົດໝາຍ ແລະລະບຽບການຢ່າງເຂັ້ມງວດ. ຫ້າມການຈັດຕັ້ງ ທີ່ກ່ຽວຂ້ອງອອກອະນຸຍາດໃຫ້ບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງນຳໃຊ້ທີ່ດີນ ແລະດໍາເນີນກິດຈະການຢູ່ໃນເຂດປ່າໄມ້ ແລະທີ່ດິນປ່າໄມ້ ທີ່ບໍ່ສອດຄ່ອງຕາມກົດໝາຍ ແລະລະບຽບການ. ຫ້າມບຸກຄົນ ນິຕິບຸກຄົນ ຫຼື ການ ຈັດຕັ້ງ ຈຸດປ່າຊະຊາຍ ເພື່ອລ່າສັດປ່າ, ປູກພືດ, ເປັນສະຖານທີ່ລ້ຽງສັດ ຫຼື ເພື່ອເປົ້າໝາຍອື່ນ. ຜູ້ລະເມີດຈະຕ້ອງຮັບຜິດຊອບ ຕໍ່ຜົນເສຍຫາຍທີ່ຕົນໄດ້ສ້າງຂຶ້ນ ແລະຖືກດຳເນີນຄະດີ ຕາມກົດໝາຍ ລະບຽບການຢ່າງເຂັ້ມງວດ. ທຸກການກະທໍາຜິດ ທີ່ໄດ້ລະເມີດຕໍ່ລະບຽບກົດໝາຍປ່າໄມ້ ຈະໄດ້ຈ່າຍຄ່າທົດແທນຄືນ ຕາມແຕ່ກໍລະນີ. ຖ້າເນື້ອທີ່ປ່າໄມ້, ທີ່ດິນປ່າໄມ້ ຫາກຖືກການທຳລາຍສູນເສຍຫຼາຍ ເປັນວົງກ້ວາງຈະໄດ້ຖືກປັບໃໝ, ດຳເນີນຄະດີຕາມກົດໝາຍ ແລະລະບຽບການ. ຮູບການເຜີຍແຜ່ ແມ່ນໄດ້ຕິດຕັ້ງລະບົບໂທລະໂຄ່ງໃສ່ລົດກະບະ ເປີດສຽງບົດລະຄອນ, ບົດສົນທະນາ ເດີນທາງໄປແຕ່ລະບ້ານ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ເຖິງຮ້າຍ ຈາກການຈູດປ່າເພື່ອທຳການຜະລິດຕ່າງໆ ທີ່ມີຜົນກະທົບຕໍ່ຊີວິດຂອງຄົນ, ສັດ ແລະທີ່ຢູ່ອາໄສອື່ນໆ.
(ພາບ-ຂ່າວ: ດາວອນ ມະນີວັນ)