ເສດຖະກິດຂອງເມືອງໂພນໂຮງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 5.7%, ລວມຍອດລາຍຮັບບັນລຸ 2,805.92 ຕື້ກີບເພີ່ມຂຶ້ນ 21.33%, ຂອງແຜນການ, ລາຍຮັບສະເລ່ຍຕໍ່ຫົວຄົນປະຕິບັດໄດ້ 35.13 ລ້ານກີບ, ສະເລ່ຍເຂົ້າກິນໄດ້ 492 ກິໂລຕໍ່ຄົນຕໍ່ປີ ຊຶ່ງຕົວເລກດັ່ງກ່າວໄດ້ຍົກຂຶ້ນຢູ່ໃນບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງໂພນໂຮງ ຄັ້ງທີ VIII ທີ່ຈັດຂຶ້ນໃນວັນທີ 10-11 ມີນາ 2025 ຢູ່ທີ່ສະໂມສອນຂອງເມືອງ.
      ສະຫາຍ ສົມປະສົງ ສຸວົງຄຳຈັນ ກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງໂພນໂຮງ ກ່າວວ່າ: ຕະຫຼອດໄລຍະເວລາ 5 ປີຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳ ຂອງອົງຄະນະພັກເມືອງໂພນໂຮງ ໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນທົ່ວເມືອງມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ, ເສດຖະກິດຂອງເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 5.7% ທຽບໃສ່ 5 ປີຜ່ານມາປະຕິບັດໄດ້ 95%, ລວມຍອດລາຍຮັບບັນລຸ 2,805.92 ຕື້ກີບ, ລາຍຮັບສະເລ່ຍປະຕິບັດໄດ້ 35.13 ລ້ານກີບຕໍ່ຄົນຕໍ່ປີ.ລວມຍອດການຂະຫຍາຍຕົວຕາມໂຄງປະກອບເສດຖະກິດ ຂະແໜງການກະສິກຳ ກວມເອົາ 24.4%, ອັດຕາການຂະຫຍາຍຕົວ 4.38%, ຂະແໜງອຸດສາຫະກຳ ກວມເອົາ 30.24%, ອັດຕາການຂະຫຍາຍຕົວ 9.29%,  ຂະແໜງບໍລິການ ກວມເອົາ 45.35%, ອັດຕາການຂະຫຍາຍຕົວ 9.94%. ປູກເຂົ້າໃນເນື້ອທີ່ 42,702.52 ເຮັກຕາ, ລວມຜົນຜະລິດໄດ້ທັງໝົດ 181,572.62 ໂຕນ, ສະເລ່ຍເຂົ້າກິນ 492 ກິໂລຕໍ່ຄົນຕໍ່ປີ ເຫັນໄດ້ວ່າຫຼາຍຄອບຄົວມີເຂົ້າເຫຼືອກິນ ແລະ ໄດ້ຂາຍເປັນສິນຄ້າຈຳນວນ 71,267 ໂຕນ. ທົ່ວເມືອງມີຟາມລ້ຽງສັດທັງໝົດ 62 ຟາມ, ຊຶ່ງສາມາດຜະລິດຊີ້ນ, ປາ, ໄຂ່ໄດ້ 18,775 ໂຕນ, ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງ ເສັ້ນທາງໃນເທດສະບານຂອງເມືອງ, ທາງເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ, ບ້ານຫາເມືອງ ສາມາດທຽວໄດ້ຕະຫຼອດປີ, ການຊົມໃຊ້ໄຟຟ້າມີ 12,240 ຄົວເຮືອນໃນທົ່ວເມືອງ ກວມເອົາ 100%. ປະຊາຊົນກໍ່ໄດ້ຮັບການສົ່ງເສີມໃນການ ຕ່ຳຫູກ, ຈັກສານ, ຕົ້ມເຫຼົ້າຂາວ ແລະ ຜະລິດຕະພັນກະສິກຳ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ. ມີຄອບຄົວຕົວແບບຜະລິດເປັນສິນຄ້າ ຊຶ່ງໄດ້ຮັບຮອງເປັນສິນຄ້າໂອດັອບ ມີ 5 ຫົວໜ່ວຍ. ປັດຈຸບັນມີໂຮງຮຽນທັງໝົດ 81 ແຫ່ງ, ມີນັກຮຽນທັງໝົດ 15,444 ຄົນ;  ບໍລິການກວດ ແລະ ປິ່ນປົວພະຍາດ ໃຫ້ປະຊາຊົນທັງໝົດ 180,594 ເທື່ອຄົນ, ການຊົມໃຊ້ນ້ຳສະອາດ ປະຕິບັດໄດ້ 98%, ການນຳໃຊ້ວິດຖ່າຍແບບຖາວອນ ປະຕິບັດໄດ້ 100%, ສ້າງບ້ານແບບຢ່າງສາທາລະນະສຸກ ສາມາດປະຕິບັດໄດ້ 100%. ສ້າງກົມກອງວັດທະນະທຳໄດ້ 3 ກົມກອງ, ບ້ານວັດທະນະທຳ 59 ບ້ານ. ສ້າງບ້ານພັດທະນາໄດ້ 37 ບ້ານ; ສ້າງບ້ານແບບຢ່າງປະຕິບັດກົດໝາຍໄດ້ 59 ບ້ານ; ສ້າງບ້ານສາມັກຄີປອງດອງ ໄດ້ 59 ບ້ານ ແລະ ປະກາດຮັບຮອງເປັນເມືອງຈັດຕັ້ງປະຕິບັດ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ.
    (ແຫຼ່ງຂ່າວ: ເມືອງໂພນໂຮງ)