ກົມໃຫຍ່ການເມືອງກອງທັບໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິ ເລກທີ 04/ກມສພ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ຊຸດທີ2 ຂຶ້ນໃນວັນທີ 2 ຕຸລານີ້ໂດຍການເປັນປະທານຂອງສະຫາຍ ພັນເອກ ແພງສີ ເສັງວິໄຊ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ,ມີຄະນະພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
     ສະຫາຍ ພັນເອກ ແພງສີ ເສັງວິໄຊ ໄດ້ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ຊຶ່ງເນື້ອໃນສຳຄັນດັ່ງກ່າວໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດພ້ອມທັງຍົກໃຫ້ເຫັນ 9 ວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2024, ສຳລັບການປະຕິຮູບລັດວິສາຫະກິດໄດ້ຕີລາຄາຢ່າງກົງໄປກົງມາ ຕໍ່ສະພາບການດຳເນີນທຸລະກິດຂອງລັດວິສາຫະກິດໃນໄລຍະຜ່ານມາ ແລະ ໃຫ້ທັດສະນະຕ້ອງສືບຕໍ່ຢຶດໝັ້ນແນວທາງການສ້າງເສດຖະກິດລັດ ກໍຄືສ້າງລັດວິສາຫະກິດໃຫ້ມີຄວາມເຂັ້ມແຂງ ເປັນເຈົ້າພາທາງໃນລະບົບເສດຖະກິດແຫ່ງຊາດ ແລະ ເປັນເອກະພາບກຳນົດ 5 ຈຸດສຸມປະຕິຮູບລັດວິສາຫະກິດໃຫ້ເຂັ້ມແຂງໃນຕໍ່ໜ້າ, ຕີລາຄາກ່ຽວກັບການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນຍຸຕິທໍາ, ຕາມມະຕິເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ຂອງກົມການເມືອງສູນກາງພັກ ຊຶ່ງມະຕິກອງປະຊຸມໄດ້ເປັນເອກະພາບຕີລາຄາສູງຕໍ່ບັນດາຜົນສຳເລັດ ທີ່ອົງການຮັບຜິດຊອບດຳເນີນຄະດີຕາມຂະບວນຍຸຕິທໍາທີ່ສ້າງມາໄດ້, ພ້ອມດຽວກັນ ກໍໃຫ້ທິດຊີ້ນໍາບັນຫາຈໍານວນໜຶ່ງກ່ຽວກັບການປັບປຸງຄຸນນະພາບການສຶກສາ ແລະ ແກ້ໄຂບັນຫາການປະລະການຮຽນ, ການຂາດແຄນຄູສອນ ຊຶ່ງມະຕິກອງປະຊຸມໄດ້ເນັ້ນໜັກໃຫ້ເອົາໃຈໃສ່ 3 ບັນຫາສຳຄັນ ພ້ອມນີ້, ມະຕິກອງປະຊຸມໄດ້ລະບຸເຖິງການກະກຽມເອກະສານຕົ້ນຕໍຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ບັນດາວຽກຈຸດສຸມແຕ່ນີ້ຮອດກອງປະຊຸມຄົບຄະນະຄັ້ງທີ 9 ໃນທ້າຍປີ 2024.
     ຈາກນັ້ນ, ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຜີຍແຜ່ເຊື່ອມຊຶມມະຕິເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ທິດທາງລວມ, ເປົ້າໝາຍສູ້ຊົນ, ແຜນນະໂຍບາຍ ເພື່ອເພີ່ມທະວີການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ, ການບໍລິການ, ລະບົບການເງິນ-ເງິນຕາ ແລະ ການຄຸ້ມຄອງບໍລິຫານລັດ ເພື່ອເປັນພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຢ່າງມີບາດກ້າວເດີນທີ່ໜັກແໜ້ນທັງນີ້ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງທົ່ວກົມໃຫຍ່ການເມືອງກອງທັບມີຄວາມເຂົ້າໃຈເລິກເຊິ່ງພ້ອມກັນຈັດຕັ້ງປະຕິບັດມະຕິໃຫ້ໄດ້ຮັບຜົນດີ.
ຂ່າວ-ພາບ: ນົກ ບຸນມາເລີດ