ກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ຄັ້ງທີ 17 ສະໄໝທີ I ໄດ້ສໍາເລັດລົງໃນວັນທີ 2 ຕຸລາ ນີ້ ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນ ໂດຍການເປັນປະທານຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ ພ້ອມດ້ວຍເລຂາພັກເມືອງ ແລະ ເລຂາໜ່ວຍພັກອ້ອມຂ້າງແຂວງເຂົ້າຮ່ວມ.
     ຕະຫຼອດໄລຍະ 2 ວັນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະຜ່ານມາ ພ້ອມທັງຍົກເອົາບັນຫາຄວາມຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຕ່າງໆ ມາຄົ້ນຄວ້າປຶກສາຫາລື ເປັນຕົ້ນແມ່ນວຽກງານໂຄງຮ່າງລາຍງານການເມືອງ, ການກຳນົດວິໃສທັດຍຸດທະສາດການພັດທະນາ ແລະ ທິດທາງແຜນການນຳພາ-ຊີ້ນຳແຕ່ປີ 2026-2030, ວຽກງານເສດຖະກິດ-ຂະແໜງກະສິກຳ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ I ຂອງອົງຄະນະພັກແຂວງ ຕະຫຼອດໄລຍະ 5 ປີຜ່ານມາ, ວຽກງານສ້າງຄອບຄົວ ແລະ ບ້ານປອດຢາເສບຕິດ ແລະ ບັນຫາອື່ນໆອີກ. ທັງນີ້ ກໍເພື່ອຮັບປະກັນໃຫ້ທິດທາງແຜນການໃນຕໍ່ໜ້າມີຄວາມຮັດກຸມ ແລະ ສາມາດບັນລຸຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. 
ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ ໂດຍສະຫາຍ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນ ຈົ່ງສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເລິກຊຶງ ໂດຍສຸມໃສ່ການນໍາພາຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ມະຫາຊົນມີຄວາມຮັບຮູ້, ເຂົ້າໃຈ ແລະ ສາມາດກໍາໄດ້ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ຂອງແຂວງ ແລະ ຂອງຂະແໜງການຕົນ ໃນແຕ່ລະໄລຍະ, ສຸມໃສ່ສະກັດກັ້ນ-ແກ້ໄຂເປົ້າໝາຍປະກົດການຫຍໍ້ທໍ້ຕ່າງໆ ເພື່ອຮັບປະກັນໃຫ້ແຂວງ ມີຄວາມສະຫງົບປອດໄພ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສືບຕໍ່ກວດກາຄືນ ບັນດາຄາດໝາຍທີ່ໄດ້ວາງໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ຕິດພັນກັບດໍາລັດ 414/ລບ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ຍັງບໍ່ທັນບັນລຸ ແລະ ຮີບຮ້ອນແກ້ໄຂໃຫ້ບັນລຸຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້, ເພີ່ມທະວີການນໍາພາ-ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງໃຫ້ໜັກແໜ້ນ, ສືບຕໍ່ເພີ່ມທະວີນໍາພາ-ຊີ້ນໍາວຽກງານກວດກາໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ສືບຕໍ່ນໍາພາ-ຊີ້ນໍາ ອົງການແນວລາວສ້າງຊາດແຂວງ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນເຄື່ອນໄຫວໃຫ້ເປັນຂະບວນຟົດຟື້ນ ໂດຍສຸມໃສ່ການປະເມີນຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ, ແມ່ຍິງ 3 ດີ ແລະ ກໍາມະບານ 5 ເປັນເຈົ້າ ໃຫ້ສໍາເລັດໂດຍໄວ ເພື່ອເປັນບ່ອນອີງໃຫ້ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. 
(ພາບ-ຂ່າວ: ແກ່ນຈັນ ທໍາມະນີ)