ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXII ຂອງພັກຢູ່ຈຸດ4ແຂວງພາກໃຕ້(ຈຳປາສັກ,ສາລະວັນ,ເຊກອງແລະອັດຕະປື)ໄດ້ຈັດຂຶ້ນໃນວັນທີ 3-4 ຕຸລາ ນີ້ທີ່ແຂວງຈຳປາສັກພາຍໃຕ້ການເປັນປະທານ ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກຮອງຫົວໜ້າອະນຸກໍາມະການເນື້ອໃນ, ໂດຍມີບັນດາສະຫາຍ ຄະນະຕິດຕາມຈາກສູນກາງ,  ສະຫາຍເລຂາພັກແຂວງ, ຮອງເລຂາພັກແຂວງ,ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ ແລະ ຫົວໜ້າພະແນກການຂອງ4ແຂວງເຂົ້າຮ່ວມທັງໝົດ200 ສະຫາຍ.
ກອງປະຊຸມຄັ້ງນີ້ ເພື່ອລະດົມ ແລະ ຍາດແຍ່ງຄວາມຄິດຄວາມເຫັນ ຈາກບັນດາສະຫາຍ ຄະນະພັກແຂວງ ແລະ ພະນັກງານຫຼັກແຫຼ່ງ ຂອງແຕ່ລະອົງຄະນະພັກແຂວງເຂົ້າໃສ່ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງ ທັງສ່ອງແສງໄດ້ໝົດສະຕິປັນຍາລວມໝູ່ ແລະ ການເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ຢ່າງກວ້າງຂວາງ; ສ້າງຄວາມເປັນເອກະພາບທາງດ້ານທັດສະນະ, ຄວາມຮັບຮູ້, ຄວາມເຂົ້າໃຈ ແຕ່ຫົວທີ ຂອງບັນດາສະຫາຍ ຄະນະພັກ, ພະນັກງານຫຼັກແຫຼ່ງ ຂອງທ້ອງຖິ່ນ ຕໍ່ຮ່າງເອກະສານຕົ້ນຕໍ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ຈາກນັ້ນ ຖືເປັນເນື້ອໃນພື້ນຖານ ເພື່ອໃຫ້ບັນດາອົງຄະນະພັກແຂວງ ນໍາໄປປັບປຸງການກະກຽມເນື້ອໃນກອງປະຊຸມໃຫຍ່ ຂອງຕົນ ໃຫ້ສອດຄ່ອງ, ກົມກຽວກັນ ແລະ ສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.
ໂອກາດນີ້, ສະຫາຍ ດາວສະຫວັນ ເຄືອມີໄຊ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຂຶ້ນສະເໜີລາຍງານກ່ຽວກັບ ຮ່າງລາຍງານການເມືອງ ແລະ ສະຫາຍ ເພັດ ພົມພິພັກກຳມະການສູນກາງພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ  ໄດ້ຂຶ້ນສະເໜີຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X. 
ຮ່າງລາຍງານການເມືອງ ປະກອບດ້ວຍ 10 ຫົວຂໍ້ໃຫຍ່ ຊຶ່ງໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກ ໃນ 5 ປີ ຜ່ານມາ, ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງໄດ້ປະເມີນຜົນແບບກວມລວມ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່່ ຮອບດ້ານ ມີຫຼັກການຂອງພັກເຮົາ ແລະ ໄດ້ກໍານົດບັນດາເນື້ອໃນ ທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ເພື່ອສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ໃນແຕ່ລະຂົງເຂດວຽກງານ ໃນຊຸມປີຕໍ່ໜ້າ. ສໍາລັບຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ກໍໄດ້ສະຫຼຸບ ຕີລາຄາໝາກຜົນ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີIX (2021-2025) ແລະ ກໍານົດ 6 ເປົ້າໝາຍ ແລະ ແຜນວຽກຈຸດສຸມ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030)ໂດຍຄົ້ນຄວ້າ, ວາງແຜນ ໃຫ້ສອດຄ່ອງກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ,ຖືກກັບຈຸດພິເສດ, ທ່າແຮງ ແລະ ການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາກໍຄືທ່າອ່ຽງລວມ ຂອງຍຸກສະໄໝ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບການເມືອງ ປະກອບຄໍາຄິດຄໍາເຫັນ ຕໍ່ສອງເອກະສານດັ່ງກ່າວ ຢ່າງກົງໄປກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ເບິ່ງບັນຫາ, ຕີລາຄາບັນຫາຕ່າງໆຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການສະເໜີບັນຫາໃນຫຼາຍແງ່ມູມ, ຍົກເຫດຍົກຜົນ ເພື່ອອະທິບາຍບັນຫາ,... ເພື່ອໃຫ້ອະນຸກໍາມະການເນື້ອໃນ ນໍາເອົາໄປສືບຕໍ່ຄົ້ນຄວ້າ, ປັບປຸງຮ່າງເອກະສານ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ. 
ຂ່າວ-ພາບ: ຫ້ອງວ່າການສູນກາງພັກ