ກອງປະຊຸມທາບທາມເນື້ອໃນເອກະສານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢູ່ຈຸດຊຽງຂວາງ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ, ທີ່ຫ້ອງປະຊຸມພະແນກ ແຜນການ ແລະ ການລົງທຶນ ແຂວງຊຽງຂວາງ, ພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີບັນດາສະຫາຍ ເລຂາ-ຮອງເລຂາຄະນະພັກແຂວງ,  ກຳມະການຄະນະພັກ, ພະນັກງານຫຼັກແຫຼ່ງ ຈາກ 4 ແຂວງຄື: ແຂວງຊຽງຂວາງ, ຫົວພັນ, ໄຊສົມບູນ ແລະ ແຂວງວຽງຈັນເຂົາຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອລະດົມຄວາມຄິດຄວາມເຫັນ ຈາກບັນດາສະຫາຍໃນຄະນະພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າໃສ່ຮ່າງບົດລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 ທີ່ຈະລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ. ຖືກຕ້ອງສອດຄອງ ແລະ ແທດຕົວຈິງ ທັງສອງແສງໄດ້ໝົດສະຕິປັນຍາລວມໝູ່ ແລະ ການເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ຢ່າງກວ້າງຂວາງ; ສ້າງຄວາມເປັນເອກະພາບທາງດ້ານທັດສະນະ, ຄວາມຮັບຮູ້, ຄວາມເຂົ້າໃຈ ແຕ່ຫົວທີຂອງບັນດາຄະນະພັກ, ພະນັກງານຫຼັກແຫຼ່ງ ຂອງທ້ອງຖິ່ນ ຕໍ່ຮ່າງເອກະສານຕົ້ນຕໍຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ເປັນເນື້ອໃນພື້ນຖານເພື່ອໃຫ້ບັນດາອົງຄະນະພັກ ນໍາໄປປັບປຸງການກະກຽມເນື້ອໃນກອງປະຊຸມໃຫຍ່ ຂອງຕົນ ໃຫ້ສອດຄ່ອງ, ກົມກຽວກັນ ແລະ ສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ໃນໂອກາດນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ຮຽກຮ້ອງໃຫ້ຜູ້ແທນເຂົ້າຮ່ວມກອງປະຊຸມ ໃຫ້ຍົກສູງຄວາມຮັບຜິດຊອບການເມືອງ ປະກອບຄໍາຄິດຄໍາເຫັນ ຕໍ່ສອງເອກະສານດັ່ງກ່າວ ຢ່າງກົງໄປກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ຕີລາຄາບັນຫາຕ່າງໆ ຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ.
    (ແຫຼ່ງຂ່າວ: ຈາກແຂວງຊຽງຂວາງ)