ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກຈັດຕັ້ງ-ກວດກາ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງວ່າການແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 3 ຕຸລານີ້ ທີເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ ໂດຍມີ ສະຫາຍ ໄພມະນີ ພົມມະສານ ເລຂາຄະນະພັກຮາກຖານຫ້ອງວ່າການແຂວງ, ສະຫາຍ ເພັດສະໜອນ ພອນສະຫວັດ ເລຂາໜ່ວຍພັກ ຈັດຕັ້ງ-ກວດກາ, ມີແຂກຖືກເຊີນ ຕະຫຼອດເຖິງສະມາຊິກພັກ ພາຍໃນໜ່ວຍພັກເຂົ້າຮ່ວມ.
         ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ, ພ້ອມທັງຜ່ານບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ຊຶ່ງໄດ້ຕີລາຄາຄືນໜາກຜົນຂອງການນຳພາ-ຊີ້ນຳ ໃນການຈັດຕັ້ງປະຕິບັດ ວຽກງານໃນຜ່ານມາ ແລະ ການກຳນົດທິດທາງແຜນການໃນຕໍ່ໜ້າ ເຊິ່ງຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ສະມາຊິກພັກພາຍໃນໜ່ວຍຢ່າງເປັນປົກກະຕິ, ເຮັດໃຫ້ສະມາຊິກ ໄດ້ມີຄວາມຮັບຮູ້ເຂົ້າໃຈ, ມີຄວາມເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາຂອງພັກ, ມີທັດສະນະແນວຄິດຫຼັກໜັ້ນ, ອຸ່ນອ່ຽນທຸ່ນທ່ຽງ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ການຈັດຕັ້ງມີຄວາມສະຫງົບ, ມີຄວາມສາມັກຄີເປັນເອກະພາບ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ສາມາດນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ມາຜັນຂະຫຍາຍເປັນທິດທາງແຜນການ ລະອຽດ ແລະ ນຳໄປຈັດຕັ້ງປະຕິບັດຢ່າງມີຈຸດສຸມ, ສາມາດຍາດໄດ້ຜົນງານຫຼາຍດ້ານ.  ຈາກນັ້ນ ຍັງໄດ້ຮັບຟັງການຜ່ານມາດຖານເງື່ອນໄຂຜູ້ລົງສະໝັກ ແລະ ດຳເນີນການປ່ອນບັດເລືອກເອົາຄະນະພັກຊຸດໃໝ່, ກອງປະຊຸມໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ສຸພັນ ພັນທະລາສີ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ສີປະເສີດ ມະນີຊັບ ເປັນຮອງເລຂາ ທັງເປັນຜູ້ກວດກາໜ່ວຍພັກ ແລະ ສະຫາຍ ນາງ ແປງຈັນ ເພັດອຸດົມ ເປັນກຳມະການ.
       (ຂ່າວ: ມະນີວັນ)