ສານປະຊາຊົນສູງສຸດ(ສປສສ) ໄດ້ຈັດກອງປະຊຸມເຊື່ອມຊຶມ ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະຄັ້ງທີ 8 ຂອງຄະນະບໍລິຫານງານພັກ ສະໄໝທີ XI ຂຶ້ນໃນວັນທີ 3 ຕຸລາ ນີ້ທີ່ ສປສສພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ ໂດຍທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສານປະຊາຊົນສູງສຸດຊຶ່ງມີຮອງເລຂາ ຮອງປະທານສານ ພ້ອມດ້ວຍພະນັກງານນຳພາເຂົ້າຮ່ວມ.
ທ່ານ ນາງ ວຽງທອງ ສີພັນດອນ ໄດ້ເຜີຍແຜ່ເນື້ອໃນເອກະສານບັນຫາສຳຄັນດັ່ງນີ້: ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານ,ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024  ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການປະຕິຮູບລັດວິສາຫະກິດ;ຕີລາຄາກ່ຽວກັບການຍົກສູງຄຸນນະພາບການດຳເນີນຄະດີ ຕາມຂະບວນການຍຸຕິທຳ,ຕາມມະຕິເລກທີ112/ກມສພ,ລົງວັນທີ 2 ມິຖຸນາ 2020 ຂອງກົມການເມືອງສູນກາງພັກ ແລະ  ກ່ຽວກັບການປັບປຸງຄຸນນະພາບການສຶກສາ ແລະ ການແກ້ໄຂບັນຫາການປະລະການຮຽນ ແລະການຄາດແຄນຄູສອນ.
ທ່ານປະທານກອງປະຊຸມໄດ້ຮຽກຮ້ອງມາຍັງຄະນະພັກ ແຕ່ລະຂັ້ນຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີເປັນປຶກແຜນແໜ້ນໜາ,ຍົກສູງຄວາມຮັບຜິດຊອບການເມືອງ ເພື່ອຈັດຕັ້ງການເຊື່ອມຊຶມ ກຳແໜ້ນ ແລະ ຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ເຂົ້າສູ່ຂະບວນການວຽກງານຕົວຈິງ ແລະ ຢ່າງມີປະສິດທິຜົນ.
(ຂ່າວ-ພາບ:ສານປະຊາຊົນສູງສຸດ)