ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກຳລັງເບີກບານມ່ວນຊື່ນ ສະຫຼຸບຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 9 ແລະ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ, ໃນວັນທີ 3 ຕຸລາ ນີ້ ທີ່ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ ສະຫະພັນກໍາມະບານ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ VIIIຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ບົວລີ ເພັດມີໄຊ ກຳມະການຄະນະບໍລິຫານງານພັກ ປະທານຄະນະບໍລິຫານງານສະຫະພັນກໍາມະບານອົງການໄອຍະການປະຊາຊົນສູງສຸດ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ ປະທານສູນກາງສະຫະພັນກໍາມະບານລາວ, ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີແຂກຖືກເຊີນ ແລະ ສະມາຊິກກໍາມະບານ ອົງການໄອຍະການປະຊາຊົນສູງສຸດເຂົ້າຮ່ວມ.
 ສະຫາຍ ບົວລີ ເພັດມີໄຊ ໄດ້ຜ່ານບົດລາຍງານການເມືອງຊຶ່ງສະຫຼຸບຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຕະຫຼອດໄລຍະ 5 ປີຜ່ານມາ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ແຜນພັດທະນາວຽກງານກຳມະບານອົງການໄອຍະການປະຊາຊົນສູງສຸດ, ຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສະຫະພັນກຳມະບານອົງການໄອຍະການປະຊາຊົນສູງສຸດ ສະໄໝທີ VII ແລະ ເປັນເອກະພາບກັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ.
ກອງປະຊຸມໃຫຍ່ຄັ້ງນີ້, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນກຳມະບານອົງການໄອຍະການປະຊາຊົນສູງສຸດ ຊຸດໃໝ່ ເພື່ອຊີ້ນໍາ-ນໍາພາວຽກງານກໍາມະບານ ອົງການໄອຍະການປະຊາຊົນສູງສຸດໃນ 5 ປີຕໍ່ໜ້າຊຶ່ງມີຜູ້ລົງສະໝັກ 13 ສະຫາຍ ເລືອກເອົາ 11 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນກັນເລືອກເອົາສະຫາຍບົວລີ ເພັດມີໄຊ  ເປັນປະທານ, ສະຫາຍ ຄຳນຸທອນ ສູນວິເລີດເປັນຮອງປະທານ, ສະຫາຍ ນາງ ປີຍາ ພົນເສນາ ເປັນຮອງປະທານທັງເປັນປະທານກວດກາ.
ໃນຕອນທ້າຍຂອງກອງປະຊຸມ, ຜູ້ແທນໄດ້ຮັບຟັງການໂອ້ລົມຈາກສະຫາຍ ເລັດ ໄຊຍະພອນ ຊຶ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງຄະນະບໍລິຫານງານ ສະຫະພັນກຳມະບານຊຸດເກົ່າ ແລະ ໄດ້ເນັ້ນໃຫ້ຄະນະຊຸດໃໝ່ ຈົ່ງພ້ອມກັນສືບຕໍ່ປັບປຸງ, ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ, ພ້ອມກັນສຸມທຸກສະຕິປັນຍາເຫື່ອແຮງເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ມີຜົນສຳເລັດໃໝ່ທີ່ກ້າວໜ້າ, ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງ ກໍຄືວຽກງານວິຊາສະເພາະຢາງມີຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ.
(ຂ່າວ-ພາບ: ຕຸໄລເພັດ )