ພິທີປະກາດແຕ່ງຕັ້ງຫົວໜ້າການເມືອງກົມ 213 ໄດ້ຈັດຂຶ້ນໃນວັນທີ 3 ຕຸລານີ້ໂດຍການເປັນປະທານຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກຮອງລັດຖະມົນຕີກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມ ພ້ອມດ້ວຍພະນັກງານຫຼັກແຫຼ່ງກ່ຽວຂ້ອງເຂົ້າຮ່ວມ.
    ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບໄດ້ຜ່ານດໍາລັດວ່າດ້ວຍການແຕ່ງຕັ້ງຫົວໜ້າການເມືອງກົມ 213 ກະຊວງປ້ອງກັນປະເທດ, ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018, ອີງຕາມການຕົກລົງໃນກອງປະຊຸມຄະນະເລຂາທິການສູນກາງພັກ ຄັ້ງວັນທີ 28 ສິງຫາ 2024, ນາຍົກລັດຖະມົນຕີອອກດຳລັດແຕ່ງຕັ້ງສະຫາຍ ພັນເອກ ເຜີຍເພັດ ພົມສີຈັນ ເປັນຫົວໜ້າການເມືອງກົມ 213 ກະຊວງປ້ອງກັນປະເທດ.
    ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເພີ່ມທະວີເອົາໃຈໃສ່ຈັດຕັ້ງຊີ້ນຳ-ນຳພາບັນຊາກົມກອງຢ່າງຕັ້ງໜ້າສຸມທຸກສະຕິປັນຍາເຫື່ອແຮງເຂົ້າໃນໜ້າທີ່ການເມືອງ ປະສານສົມທົບໃນການປະຕິບັດວຽກງານຂອງກົມກອງເປັນເຈົ້າການປຸກລະດົມຂົນຂວາຍພະນັກງານ-ນັກຮົບໃຫ້ມີແນວຄິດໜັກແໜ້ນ ເຂັ້ມແຂງທາງດ້ານການຈັດຕັ້ງ, ເຄື່ອນໄຫວຕາມພາລະບົດບາດຂອງຕົນ ຄຽງຄູ່ກັນນັ້ນຕ້ອງມີແບບແຜນວິທີເຮັດວຽກທີ່ມີວິທະຍາສາດເຕົ້າໂຮມຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານກ້າເຮັດກ້າຕັດສິນໃຈ, ກ້າຮັບຜິດຊອບບົນພື້ນຖານຄວາມຖືກຕ້ອງເຮັດວຽກເປັນໝູ່ຄະນະບຸກຄົນຮັບຜິດຊອບລວມສູນປະຊາທິປະໄຕ ແລະ ກົງໄປກົງມາ, ເອົາໃຈໃສ່ຫັນເອົາກຳລັງກໍ່ສ້າງຮາກຖານການເມືອງຂອບເຂດກົມກອງຮັບຜິດຊອບ ແລະ ກໍ່ສ້າງພັກ-ພະນັກງານໃຫ້ຖືກຕາມທິດນຳຂອງຂັ້ນເທິງຢ່າງຮອບດ້ານເພື່ອພ້ອມກັນນຳພາກົມກອງຂອງຕົນກ້າວຂຶ້ນຕາມແບບແຜນ ແລະ ທັນສະໄໝເທື່ອລະກ້າວ. 
ຂ່າວ-ພາບ: ນົກ ບຸນມາເລີດ