ໃນໂອກາດວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994- 7 ຕຸລາ 2024) ທ່ານ ພຸດ ສິມມາລາວົງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ມີຄໍາເຫັນວ່າ: ມື້ນີ້ເປັນມື້ທີ່ມີຄວາມສໍາຄັນສໍາລັບຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເພາະເປັນວັນຄູແຫ່ງຊາດຄົບຮອບ 30 ປີ, ເນື່ອງໃນໂອກາດວັນສໍາຄັນນີ້, ຂ້າພະເຈົ້າ ຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ ແລະ ໃນນາມສ່ວນຕົວຂໍສົ່ງຄວາມຮັກແພງ ແລະ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດມາຍັງພະນັກງານສຶກສາ, ຄູ-ອາຈານທຸກຖ້ວນໜ້າ.
ຂ້າພະເຈົ້າ ຮັບຮູ້ວ່າ ໃນໄລຍະນີ້ ຢູ່ແຕ່ລະແຂວງ/ນະຄອນຫຼວງ ທົ່ວປະເທດ, ບໍ່ວ່າຢູ່ໃນຕົວເມືອງກໍຄືຢູ່ໃນຊົນນະບົດ, ຢູ່ໃນເຂດທົ່ງພຽງຫຼື ພູດອຍ ຫຼື ວ່າຢູ່ໃນສະຖານການສຶກສາແຫ່ງຕ່າງໆ ກໍລ້ວນແຕ່ພາກັນຈົດຈໍ່ໃສ່ການສະເຫຼີມສະຫຼອງ ວັນຄູແຫ່ງຊາດລາວໃນປີນີ້ດ້ວຍຮູບການຕ່າງໆ; ເພາະວັນນີ້ແມ່ນວັນບຸນຂອງມະຫາຊົນ, ຂອງປະຊາຊົນ, ການຈັດວັນຄູແຫ່ງຊາດຂຶ້ນແມ່ນເພື່ອລະນຶກເຖິງຄຸນງາມຄວາມດີຂອງຄູຜູ້ທີ່ເສຍສະຫຼະ ແລະ ປະຕິບັດໜ້າທີ່ຢ່າງໜັກໜ່ວງເພື່ອໃຫ້ຄວາມຮູ້ ແລະ ແສງສະຫວ່າງອັນສົດໃສໃຫ້ແກ່ລູກຫຼານຂອງປະຊາຊົນລາວບັນດາເຜົ່າ.
ໃນຕະຫຼອດໄລຍະຜ່ານມາ ຄູໄດ້ມີຄວາມຫ້າວຫັນ ອຸທິດຕົນແກ່ການສິດສອນໃຫ້ລູກຫຼານຊາວລາວບັນດາເຜົ່າ ໃຫ້ກາຍເປັນຜູ້ມີຄວາມຮູ້, ເປັນນັກຮຽນຮູ້ປັນຍາຊົນ, ເປັນຜູ້ຊ່ຽວຊານ ແລະ ເປັນການນຳຂັ້ນຕ່າງໆ; ຄູລາວຍັງໄດ້ປະກອບສ່ວນໃຫຍ່ຫຼວງໃນພາລະກິດຕໍ່ສູ້ກູ້ຊາດ; ເຮັດການປະຕິວັດຊາດ ປະຊາທິປະໄຕ ແລະ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; 
ຍ້ອນແນວນັ້ນການນຳພັກ-ລັດ ແລະສັງຄົມ ຈຶ່ງຂະໜານນາມ “ຄູເປັນຄົນຂອງພັກ”, “ຄູເປັນແມ່ພິມຂອງຊາດ”, “ຄູເປັນວິສະວະກອນແຫ່ງດວງວິນຍານ” ເປັນຕົ້ນ. ໃນໄລຍະທີ່ມີຄວາມຫຍຸ້ງຍາກຈາກການລະບາດຂອງພະຍາດໂຄວິດ-19, ຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຄູພວກເຮົາກໍໄດ້ພ້ອມກັນອົດທົນຜ່ານຜ່າ; 
ນະໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນມາຍັງຄູທຸກທ່ານ, ຜູ້ບໍລິຫານການສຶກສາທຸກລະດັບ ທີ່ໄດ້ມີຄວາມຮັບຜິດຊອບ; ເປັນເຈົ້າການ, ອຸທິດຕົນ ແລະ ເສຍສະຫຼະ ທາງກາຍ ແລະ ໃຈ ໃຫ້ແກ່ພາລະກິດຂອງການສຶກສາໃນໄລຍະຜ່ານມາ.
ຂໍຂອບໃຈ ແລະ ຮູ້ບຸນຄຸນນຳການນໍາພັກ-ລັດ ແລະ ທົ່ວສັງຄົມທີ່ໄດ້ໃຫ້ຄວາມເອົາໃຈໃສ່ຕໍ່ຄູໃນໄລຍະຜ່ານມາຊຶ່ງເຮັດໃຫ້ຄູມີເງື່ອນໄຂໃນການດຳລົງຊີວິດ ແລະ ປະຕິບັດໜ້າທີ່ຂອງຕົນໄດ້.
ທ່ານມີຄໍາເຫັນ ຕື່ມວ່າ: ໃນສະພາບການໃໝ່, ຄວາມຮຽກຮ້ອງຕ້ອງການອັນໃໝ່ ມັນຮຽກຮ້ອງໃຫ້ຄູພວກເຮົາ
(1) ຕ້ອງພັດທະນາຕົນເອງໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການອັນໃໝ່; ໃຫ້ເພີ່ມຄວາມຮັບຜິດຊອບ,ຄວາມເປັນເຈົ້າຕົນເອງ, ຄວາມມີຈັນຍາບັນ-ຈັນຍາທຳຂອງຄູໃຫ້ສູງກວ່າເກົ່າ; 
(2) ຂໍໃຫ້ພວກເຮົາໄດ້ຕັ້ງໜ້າເຂົ້າໃນການຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆ; ດຳເນີນການສິດສອນລູກຫຼານ ຂອງພວກເຮົາຢ່າງເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບ; ເຮັດໃຫ້ລູກຫຼານພວກເຮົາຕັ້ງໃຈຮ່ຳຮຽນໃຫ້ດີ ແລະ ມີຄຸນນະພາບ; 
(3) ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ - ບໍ່ປະລະໜ້າທີ່, ໃຫ້ສາມັກຄີຮັກແພງກັນ, ແບ່ງເບົາວຽກງານຊ່ວຍກັນ ແລະ ພ້ອມກັນແກ້ໄຂບັນຫາຕ່າງໆທີ່ເປັນສິ່ງຫຍໍ້ທໍ້ຕໍ່ຄູຂອງພວກເຮົາ. ແນໃສ່ຮັກສາມູນເຊື້ອທີ່ດີຂອງຄູລາວ; 
(4) ຂໍຮຽກຮ້ອງມາຍັງການນໍາພັກ-ລັດ ແລະ ທົ່ວສັງຄົມ ຈົ່ງໄດ້ສືບຕໍ່ໃຫ້ການເອົາໃຈໃສ່ ແລະ ສະໜັບສະໜູນຕໍ່ຄູລາວພວກເຮົາ ໃຫ້ມີເງື່ອນໄຂທີ່ດີ ແລະ ປະຕິບັດໜ້າທີ່ໄດ້.
ພ້ອມນີ້, ທ່ານໄດ້ຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ, ຂ້າພະເຈົ້າຂໍອວຍພອນ ມາຍັງບັນດາທ່ານ ແລະ ເພື່ອນຄູ ໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ສູ້ຊົນປະຕິບັດພາລະກິດຂອງພັກ ໃຫ້ສຳເລັດຢ່າງຈົບງາມ.
ແຫຼ່ງຂ່າວ:ວິທະຍຸກະຈາຍສຽງແຫ່ງຊາດລາວ