ໂອກາດວັນຄູແຫ່ງຊາດຄົບຮອບ 30 ປີ, ວັນທີ 7 ຕຸລາ 1994-7 ຕຸລາ 2024)
ໃນຊຸມປີ 1905 ຄົນລາວທີ່ໄດ້ເຂົ້າໂຮງຮຽນແມ່ນມີໜ້ອຍທີ່ສຸດ,ໃນນັ້ນໄດ້ມີຜູ້ໜຶ່ງຊື່ທ້າວຄໍາ ໄດ້ຮຽນຮອດຫ້ອງທີ 1 (ຈົບ ປ6) ແລະ ໄດ້ເຂົ້າຮ່ວມຝຶກອົບຮົມຄູ ເປັນຜູ້ທໍາອິດຂອງຄົນລາວ. ພາຍຫຼັງສໍາເລັດການຝຶກອົບຮົມຄູແລ້ວ, ທ້າວຄຳ ໄດ້ຮັບເຂົ້າລາຊະການເປັນຄູສອນເລີ່ມແຕ່ວັນທີ 7 ຕຸລາ 1907. ຕະຫຼອດຊີວິດຂອງນາຍຄູຄຳ ນອກຈາກເຮັດໜ້າທີ່ການສິດສອນແລ້ວ ຍັງໄດ້ເຂົ້າຮ່ວມຂະບວນການນໍາພາປະຊາຊົນລາວລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ. (ຄັດຈາກປື້ມຄູ່ມືປາຖະກະຖາ ຄອສພ ປີ 2018).
ປະຫວັດສາດຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຕ້ານການຮຸກຮານຂອງພວກຈັກກະ ພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ໄດ້ຜ່ານໄລຍະເວລາອັນລະອີດລະອ້ຽວ, ຍືດເຍື້ອຍາວນານ ແລະ ໄດ້ຮັບໄຊຊະນະເປັນແຕ່ລະໄລຍະ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ຊຶ່ງໄດ້ເປັນເງື່ອນໄຂອຳນວຍຄວາມສະດວກໃນການພັດທະນາການສຶກສາຂອງລາວ ເວົ້າລວມ, ເວົ້າສະເພາະ ແມ່ນການພັດທະນາຖັນແຖວຄູ-ອາຈານສອນ. ຈໍານວນຄູ-ອາຈານ ໄດ້ເພີ່ມຂຶ້ນ ແລະ ຄູ-ອາຈານເຫຼົ່ານັ້ນ ລ້ວນແຕ່ມີນໍ້າໃຈຮັກຊາດ, ມີຄວາມຮູ້ຄວາມສາມາດ ປະກອບສ່ວນສ້າງສາພັດທະນາປະເທດຊາດ ເພື່ອນໍາເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ, ຊື່ສຽງຂອງຄູ ໄດ້ຕິດພັນກັບຂະບວນວິວັດ ແຫ່ງການພັດທະນາປະເທດຊາດແຕ່ລະສະໄໝ.
ປັດຈຸບັນ, ປະເທດຊາດຂອງພວກເຮົາໄດ້ມີນັກວິຊາການ, ນາຍທະຫານ, ນາຍຕໍາຫຼວດ, ນັກການເມືອງ, ນັກປະດິດຄິດແຕ່ງ ແລະ ນັກທຸລະກິດທີ່ດີເດັ່ນຈໍານວນບໍ່ໜ້ອຍ. ພວກເພິ່ນເຫຼົ່ານັ້ນ ລ້ວນແຕ່ ໄດ້ມີຄວາມຮູ້ຈາກຄູສອນ, ປະເທດຊາດມີການພັດທະນາເທົ່າໃດ ກໍຍິ່ງເຮັດໃຫ້ສັງຄົມມີຄວາມສຳນຶກເຖິງບຸນຄຸນອັນເລີດລໍ້າຂອງຄູ-ອາຈານ ຫຼາຍຂຶ້ນເທົ່ານັ້ນ. ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄູ-ອາຈານ ໃນທົ່ວສັງຄົມໃຫ້ກາຍມາເປັນພຶດຕິກຳຕົວຈິງ, ລັດຖະບານ ຈິ່ງໄດ້ກໍານົດເອົາວັນທີ 7 ຕຸລາຂອງທຸກປີເປັນວັນຄູແຫ່ງຊາດລາວ ຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 89/ນຍ, ລົງວັນທີ 24/4/1994 ວ່າດ້ວຍວັນຄູແຫ່ງຊາດ ແລະ ປີນີ້ເປັນປີຄົບຮອບ 30 ປີ (7/10/1994-7/10/2024).
ໃນຂະບວນວິວັດການຫັນປ່ຽນນັ້ນ, ຄູ ໄດ້ມີບົດບາດສໍາຄັນ ຊຶ່ງບໍ່ມີໃຜ ແລະ ສັງຄົມໃດປະຕິເສດໄດ້. ຄູ ແມ່ນຜູ້ທີ່ມີຄວາມຮູ້ ມີປະສົບການ ຊຶ່ງສາມາດນໍາໄປຖ່າຍທອດຄວາມຮູ້ ແລະ ປະສົບການ ໄປໃຫ້ຄົນອື່ນ ເອີ້ນວ່າ; “ການສອນ-ການຮຽນ”. ດັ່ງນັ້ນ, ການສອນ-ການຮຽນ ກາຍເປັນປັດໃຈສໍາຄັນໜຶ່ງໃນການຕັດສິນຄຸນນະພາບຂອງການສຶກສາ ກໍຄືການພັດທະນາຄົນ, ທຸກຄົນມີຄວາມຮູ້ໂດຍຜ່ານຂະບວນການສອນຂອງຄູ ແລະ ທຸກຄົນລ້ວນແຕ່ມີຄູສອນຕົນເອງ.
ການຈັດຕັ້ງໃຫ້ມີວັນຄູແຫ່ງຊາດລາວ ເພື່ອໃຫ້ພົນລະເມືອງລາວທຸກຄົນ, ທຸກເຜົ່າ, ທຸກຊັ້ນຄົນໃນສັງຄົມລາວ ໄດ້ທົບທວນຄືນຂະບວນວິວັດພັດທະນາການແຫ່ງຊີວິດ ໂດຍເລີ່ມຈາກຊີວິດໃນຍາມເປັນເດັກຢູ່ໃນການລ້ຽງດູຂອງພໍ່ແມ່, ຊີວິດຂອງຕົນທີ່ເຄື່ອນໄຫວສຶກສາຮໍ່າຮຽນຈົນມາເຖິງປັດຈຸບັນ ແມ່ນໄດ້ຮັບການຖ່າຍທອດຄວາມຮູ້ຫຍັງແດ່ຈາກພໍ່ແມ່, ຄູ-ອາຈານ ທັງນີ້ກໍເພື່ອໃຫ້ທຸກຄົນໄດ້ສະແດງຄວາມກະຕັນຍູຮູ້ບຸນ ຄຸນຕໍ່ຄູ-ອາຈານ. ການຈັດຕັ້ງໃຫ້ມີວັນຄູແຫ່ງຊາດ ຍັງເປັນການເຊີດຊູກຽດສັກສີ, ຖານະບົດບາດຂອງຄູ ຕໍ່ສັງຄົມ, ຄຸນປະໂຫຍດ ແລະ ຄຸນງາມຄວາມດີຂອງຄູ ທີ່ມີຕໍ່ປະເທດຊາດ.
ວັນຄູແຫ່ງຊາດເປັນວັນໜຶ່ງທີ່ສໍາຄັນໃນປະຫວັດສາດ ຂອງຊາດລາວເຮົາ ເພາະວ່າຄູ ບໍ່ພຽງແຕ່ໄດ້ປະກອບສ່ວນເຂົ້າໃນວຽກງານການສຶກສາເທົ່ານັ້ນ, ແຕ່ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນຂອງປະເທດຊາດ. ວັນຄູແຫ່ງຊາດ ເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ກຽດສັກສີ, ຕໍ່ອາຊີບຄູ ແລະ ເປັນວັນແຫ່ງການເສີມຂະ ຫຍາຍມູນເຊື້ອຂອງນາຍຄູຄຳ ຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ ແລະ ໄດ້ອຸທິດໝົດສະຕິປັນຍາ, ເລືອດເນື້ອເຫື່ອແຮງຂອງຕົນ ເພື່ອພາລະກິດການສຶກສາແຫ່ງຊາດລາວຂອງພວກເຮົາ.
ໄລຍະຜ່ານມາ, ຈໍານວນຄູ ໄດ້ຮັບການບໍາລຸງຍົກລະດັບທາງດ້ານຄວາມຮູ້ ຄວາມສາມາດ ດ້ານວິຊາສະເພາະ, ໄດ້ຮັບນະໂຍບາຍຈາກພັກ-ລັດຖະບານ ນັບມື້ຫຼາຍຂຶ້ນ. ຄູ-ອາຈານຫຼາຍທ່ານ ໄດ້ກາຍເປັນສາສະດາຈານ, ຮອງສາສະດາຈານ, ບັນດາທ່ານເຫຼົ່ານັ້ນ ໄດ້ຄົ້ນຄ້ວາວິໄຈທາງດ້ານວິທະຍາສາດ ເພື່ອຮັບໃຊ້ສັງຄົມ ຫຼາຍບົດ-ຫຼາຍຫົວຂໍ້. ຄູ-ອາຈານ ທີ່ສິດສອນຢູ່ສາຍສາມັນສຶກສາຫຼາຍທ່ານ ໄດ້ຖືກຄັດເລືອກ ແລະ ຮັບຮອງໃຫ້ຮັບຕໍາແໜ່ງວິຊາການເຊັ່ນ: ຄູຊ່ຽວຊານ, ຄູຊໍານານງານ, ຄູປະສົບການ. ຄູ-ອາຈານຫຼາຍໆທ່ານ ໄດ້ກາຍເປັນພະນັກງານການນໍາຂັ້ນສູງຂອງພັກ, ຂອງລັດ ໃນລະດັບຕ່າງໆ ໃນທຸກຂະແໜງການ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ
ນອກຈາກນັ້ນ, ຄູ-ອາຈານ ຍັງແມ່ນເປັນຜູ້ພັດທະນາຊັບພະຍາກອນມະນຸດ, ໄດ້ເປັນຜູ້ນໍາໜ້າພາທາງໃນຂະບວນການແກ້ໄຂຄວາມທຸກຍາກ ດ້ວຍການນໍາເອົາການສຶກສາ ເຂົ້າສູ່ເຂດຊົນນະບົດຫ່າງໄກສອກຫຼີກ ທຸລະກັນດານ ເພື່ອນໍາເອົາຄວາມຮູ້ຄວາມສາມາດມາໃຫ້ລູກຫຼານປະຊາຊົນລາວບັນດາເຜົ່າ, ເຮັດໃຫ້ເດັກໃນເກນອາຍຸໄດ້ເຂົ້າໂຮງຮຽນ ຢ່າງກວ້າງຊວາງ ແລະ ທົ່ວເຖິງຫຼາຍຂຶ້ນ. ໃນຂະນະດຽວກັນ, ຄູ-ອາຈານ ກໍຍັງໄດ້ເຮັດໜ້າທີ່ເປັນພະນັກງານກໍ່ສ້າງຮາກຖານການເມືອງຢູ່ບ້ານ ແລະ ກຸ່ມບ້ານ ດ້ວຍການປະກອບສ່ວນສຶກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນ ນໍາເອົາແນວທາງນະໂຍບາຍຂອງພັກ, ລັດ ໄປໂຄສະນາອະທິບາຍ ໃຫ້ພໍ່ແມ່ປະຊາຊົນ ມີຄວາມຕື່ນຕົວເປັນເຈົ້າການປົກປັກຮັກສາ ແລະ ພັດທະນາບ້ານຊ່ອງຂອງຕົນ.
ຕະຫຼອດໄລຍະຜ່ານມາ, ເຖິງວ່າພວກເຮົາ ຍັງມີຄວາມຫຍຸ້ງຍາກ ແລະ ມີຂໍ້ຈໍາກັດຫຼາຍດ້ານໃນການພັດທະນາເສດຖະກິດ - ສັງຄົມ ເວົ້າລວມ, ກໍຄືການພັດທະນາການສຶກສາ ເວົ້າສະເພາະ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ການສຶກສາໄດ້ຮັບການພັດທະນາໃຫ້ກ້າວໜ້າຂະຫຍາຍຕົວເປັນລໍາດັບມາ. ລະ ບົບການສຶກສາແຫ່ງຊາດ ໄດ້ຮັບການປະຕິຮູບ ຕາມແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ 2006-2015. ລະບົບການສຶກສາ ສາມັນສຶກສາ ໄດ້ເພີ່ມປີຮຽນຈາກ 11 ປີມາເປັນ 12 ປີ. ສົກຮຽນ 2010-2011 ເປັນສົກຮຽນທໍາອິດ ທີ່ມີນັກຮຽນສາມັນຈົບຊັ້ນມັດທະຍົມຕອນປາຍ ລະບົບ 12 ປີ (ຈົບ ມ7). ລະບົບອາຊີວະສຶກສາ ນັບທັງສາຍສ້າງຄູ ແລະ ການສຶກສາຊັ້ນສູງ ກໍໄດ້ປັບປຸງ ແລະ ປ່ຽນແປງ ໄປຄຽງຄູ່ກັບການປັບປຸງລະບົບສາຍສາມັນສຶກສາ. ຫຼັກສູດ ແລະ ເນື້ອໃນການຮຽນ-ການສອນ ທຸກຊັ້ນ, ທຸກສາຍ ນັບທັງໃນໂຮງຮຽນ, ນອກໂຮງຮຽນ, ນັບແຕ່ຊັ້ນອະນຸບານຈົນຮອດມະຫາວິທະຍາໄລ ກໍໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນ. ທັງສອດຄ່ອງກັບຍຸກສະໄໝ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງຊາດໃນໄລຍະໃໝ່.
ເວົ້າລວມແລ້ວ ການສຶກສາທັງພາກລັດ ແລະ ພາກເອກະຊົນ ໄດ້ມີການຂະຫຍາຍຕົວຢ່າງໄວວາ ທັງທາງດ້ານປະລິມານ ແລະ ຄຸນນະພາບ ກໍຄ່ອຍໆສູງຂຶ້ນເທື່ອລະກ້າວ. ພື້ນຖານໂຄງລ່າງການສຶກສາ ໄດ້ຮັບການປັບປຸງ ແລະ ສ້າງຂຶ້ນໃໝ່ ເປັນຈໍານວນຫຼວງຫຼາຍ.
ໂດຍ: ຫອມໄຊຍະເດດ