ໃນວັນທີ 7 ຕູລາ ນີ້ ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີV ອົງການໄອຍະການປະຊາຊົນສູງສຸດ ສະໄໝທີ V,ພາຍໃຕ້ການເປັນປະທານຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ມີບັນດາສະຫາຍ ຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ ສະໄໝທີ V, ບັນດາສະຫາຍຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ແລະ ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນຂອງ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮວ່ມ.
ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານ ປະຈຳໄຕມາດ III ແລະ ແຜນການວຽກງານຈຸດສຸມ ປະຈຳໄຕມາດ IV ຕໍ່ກອງປະຊຸມເປີດກວ້າງສະໄໝທີ V ຊຶ່ງໄດ້ຍົກໃຫ້ເຫັນຈຸດດີ, ບັນຫາຂໍ້ຄົງຄ້າງ ແລະ ວິທີແກ້ໄຂໃນຕໍ່ໜ້າ ຊຶ່ງມີຜົນງານໃນຫຼາຍດ້ານທີ່ຍາດມາໄດ້ໃນໄລຍະຜ່ານມາ, ຄະນະພັກ, ຄະນະນຳ ອອປສ ໄດ້ເອົາການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດເປັນວຽກງານປຸກລະດົມດ້ານທັດສະນະແນວຄິດຂອງສະມາຊິກພັກ, ພະນັກງານ ແລະ ໄດ້ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ແລະ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ຈັດຕັ້ງຜັນຂະຫຍາຍ, ເຊື່ອມຊຶມວັນສໍາຄັນຂອງຊາດ ແລະ ຂອງສາກົນ ໂດຍພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກ ອອປສ, ບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນອອປສແມ່ນມີອຸດົມການທາງດ້ານການເມືອງໜັກແໜ້ນ,ເຊື່ອໝັ້ນຕໍ່ການນຳພາຂອງພັກຢ່າງຕາຍໃຈ, ເປັນເອກະພາບຕໍ່ກັບການປ່ຽນແປງໃໝ່ຂອງພັກ, ມີຈັນຍາບັນ, ຈັນຍາທໍາ, ຊື່ສັດ, ປອດໃສ ແລະ ມີວິໄນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ມີຜົນສໍາເລັດເປັນຢ່າງດີ, ຮັກສາໄດ້ພາຍໃນ ອົງຄະນະພັກ ອອປສ ມີຄວາມສາມັກຄີ, ເປັນລະບຽບຮຽບຮ້ອຍ ແລະ ຮັກສາໄດ້ຄວາມສະຫງົບ, ປອດໄພ.
ໃນໂອກາດດັ່ງກ່າວ, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ເນັ້ນບັນຫາສຳຄັນ ທີ່ ຄະນະພັກອົງການໄອຍະການປະຊາຊົນ ຈະໄດ້ປັບປຸງ ແລະ ສືບຕໍ່ແກ້ໄຂດັ່ງລຸ່ມນີ້:ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດຖັນແຖວສະມາຊິກພັກ,ພະນັກງານ-ລັດຖະກອນຢ່າງເລິກເຊິ່ງ, ມີຈຸດສຸມຕິດພັນກັບການປັບປຸງການຈັດຕັ້ງຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນ, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ກໍຄືສືບຕໍ່ຜັນຂະຫຍາຍ 6 ແຜນງານ 25 ໂຄງການ ແລະ ບັນດາກິດຈະກໍາເຂົ້າສູ່ວຽກຕົວຈິງ, ປາຖະກະຖາວັນສໍາຄັນຕ່າງໆຂອງຊາດ ແລະ ຂອງສາກົນ, ສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບບັນຫາຢາເສບຕິດທີ່ພົວພັນເຖິງການແກ້ໄຂຄະດີໃຫ້ໄດ້ຮັບໝາກຜົນ; ສືບຕໍ່ປະສານສົມທົບກັບພາກສ່ວນກັບ ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ສະພາແຫ່ງຊາດ, ຄະນະຈັດຕັ້ງສູນກາງພັກ, ກະຊວງພາຍໃນ ແລະ ຄະນະປະຈໍາພັກແຂວງຈໍານວນໜຶ່ງ ເພື່ອປັບປຸງກົງຈັກການຈັດຕັ້ງຢູ່ອອປສ ແລະ ຂັ້ນທ້ອງຖິ່ນ, ບັນຈຸສັບຊ້ອນພະນັກງານຂັ້ນຕ່າງໆ ເຂົ້າໃສ່ກົງຈັກຢູ່ ອອປສ, ອົງການໄອຍະການປະຊາຊົນພາກ, ບັນດາແຂວງ-ນະຄອນຫຼວງວຽງຈັນ, ດໍາເນີນການສອບເສັງເລື່ອນຂັ້ນໃຫ້ພະນັກງານໄອຍະການປະຊາຊົນ ແລະ ຜູ້ຊວ່ຍ ປະຈໍາປີ 2024 ເພື່ອສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດສິດ, ພະລະບົດບາດຂອງໄອຍະການປະຊາຊົນໃຫ້ມີຄວາມໜັກແໜ້ນ;ກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ, ອົງການຈັດຕັ້ງ ສະຫະພັນກໍາມະບານ, ຄະນະບໍລິຫານງານຊາວໜຸ່ມ ໃຫ້ສໍາເລັດຕາມແຜນການ ແລະ ດໍາເນີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຄົ້ນຄວ້າຜົນງານ 35 ປີ ອົງການໄອຍະການປະຊາຊົນໃນຂອບເຂດທົ່ວປະເທດ, ຕິດຕາມກວດກາບັນດາປະກົດການທີ່ເປັນຫາງສຽງຂອງພະນັກງານອົງການໄອຍະການປະຊາຊົນແຕ່ລະຂັ້ນ, ນໍາສົ່ງສະມາຊິກພັກເຂົ້າຝືກອົບຮົມທາງດ້ານທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ (ໄລຍະ 3 ເດືອນ), ຝຶກອົບຮົມວຽກງານໄອຍະການປະຊາຊົນ ແລະ ຜູ້ຊ່ວຍ ໃຫ້ແກ່ສະມາຊິກພັກ-ພະນັກງານ ຂອງອົງການໄອຍະການປະຊາຊົນ ໃນຂອບເຂດທົ່ວປະເທດ ປະຈໍາປີ 2024; ກະກຽມສົ່ງຄະນະຜູ້ແທນຂັ້ນສູງອອປສເຂົ້າຮ່ວມຮັບໃບປະກາດປະລິນຍາເອກກິຕິມະສັກໃຫ້ຫົວໜ້າ
ອອປສ ສາຂາກົດໝາຍ ມະຫາວິທະຍາໄລສ້າງຄູກວາງຊີ ສປ ຈີນ, ນໍາສົ່ງຄະນະຜູ້ແທນໄປແລກປ່ຽນບົດຮຽນ ແລະ ຝຶກອົບຮົມ ທີ່ ສປ ຈີນ, ກະກຽມຮັບຕ້ອນອົງການໄອຍະການປະຊາຊົນ ດຽນບຽນ ສສຫວຽດນາມ ມາຢ້ຽມຢາມອົງການໄອຍະການປະຊາຊົນແຂວງອຸດົມໄຊ, ຈັດສົ່ງພະນັກງານຫຼັກແຫຼ່ງເຂົ້າຮ່ວມຝຶກອົບຮົມດ້ານວິຊາການຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໄອຍະການປະຊາຊົນແຕ່ລະຂັ້ນ. , ຍູ້ແຮງປະສານຄວາມຮ່ວມມືກັບບັນດາອົງການຈັດຕັ້ງສາກົນຕ່າງໆ ເພື່ອຍາດແຍ່ງທຶນເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານດ້ານວິຊາການ; ສືບຕໍ່ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບໃນການສ້າງກົນໄກຄົ້ນຄວ້າແກ້ໄຂຄະດີ ແລະ ຄໍາຮ້ອງໃຫ້ໄດ້ທັງຈໍານວນ ແລະ ຄຸນນະພາບ ໂດຍຮັບປະກັນຄວາມຖືກຕ້ອງຕາມກົດໝາຍ, ຍຸຕິທໍາ, ໂປ່ງໃສ ແລະ ທັນກໍານົດເວລາ, ກະກຽມອອກບັນດານິຕິກໍາຮ່າງບົດແນະນໍາຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ສອດຄ່ອງກັບກົດໝາຍ,ພ້ອມນັ້ນສ້າງກົນໄກປະສານງານກັບພາກສ່ວນທີ່ກ່ຽວຂ້ອງເຂົ້າໃນການຈັດຕັ້ງຜັນຂະຫຍາຍບົດບັນທຶກກອງປະຊຸມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ຄັ້ງທີ VII; ປະສານສົມທົບກັບສໍານັກງານນາຍົກລັດຖະມົນຕີ ແລະ ສໍານັກງານປະທານປະເທດ ກ່ຽວກັບການອະໄພຍະໂທດ ແລະ ເຂົ້າຮ່ວມການຈັດປະເພດຜົນງານຂອງນັກໂທດ ສູນກາງຄຸ້ມຄອງເພື່ອສະເໜີປ່ອຍຕົວກ່ອນກໍານົດໂດຍມີເງື່ອນໄຂ ປະຈໍາປີ 2024, ສືບຕໍ່ຕິດຕາມກວດກາການປະຕິບັດກົດໝາຍຢູ່ຄ້າຍຄຸມຂັງ-ດັດສ້າງ ຢູ່ຂັ້ນສູນກາງ, ຂັ້ນພາກ ແລະ ທ້ອງຖິ່ນໃຫ້ສອດຄ່ອງຕາມກົດໝາຍ; ສືບຕໍ່ການປະສານສົມທົບກັບພາກສ່ວນຕ່າງໆຕາມບົດບັນທຶກຮ່ວມ ເພື່ອເຮັດໃຫ້ກົນໄກປະສານງານໄດ້ຮັບການຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ກົມກຽວ ມີຄວາມເປັນເອກະພາບ ໃນການດໍາເນີນຄະດີຕາມຂະບວນການຍຸຕິທໍາ ມີປະສິດທິພາບ ແລະ ກະກຽມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ດ້ວຍໝາກຜົນເປັນຈິງ; ກະກຽມ ຮ່າງເນື້ອໃນບົດລາຍງານຂອງຫົວໜ້າອອປສ ເພື່ອລາຍງານຕໍ່ກອງປະຊຸມສູນກາງພັກ ແລະ ກອງປະຊຸມສະພາແຫ່ງຊາດ, ກະກຽມຄວາມພ້ອມດ້ານຕ່າງໆໃນການດໍາເນີນກອງປະຊຸມວຽກງານໄອຍະການປະຊາຊົນ ປະຈໍາປີ 2025 ແລະ ການຍ້ອງຍໍ ຜົນງານ 35 ປີໃຫ້ມີເນື້ອໃນເລິກເຊິ່ງ; ເກົ້າ, ສືບຕໍ່ປະສານກັບກະຊວງທີ່ກ່ຽວຂ້ອງ ເພື່ອອະນຸມັດໂຄງການກໍ່ສ້າງຫ້ອງການ ຂອງອົງການໄອຍະການປະຊາຊົນແຂວງ ແລະ ລົງກວດກາ ໂຄງການກໍ່ສ້າງຫ້ອງການ ອົງການໄອຍະການປະຊາຊົນ ເຂດ 2 ເມືອງລ້ອງຊານ ແຂວງໄຊສົມບູນ ເພື່ອພັດທະນາພື້ນຖານໂຄງລ່າງ ໂດຍເນັ້ນການບໍາລຸງຮັກສາ ແລະ ປັບປຸງອາຄານຫ້ອງການເຮັດວຽກທີ່ມີແລ້ວ, ສ້າງແຜນລາຍຮັບ-ລາຍຈ່າຍງົບປະມານປະຈໍາງວດ ໃຫ້ອົງການໄອຍະການປະຊາຊົນທົ່ວປະເທດ, ຕອບສະໜອງການຈັດແບ່ງຮ່ວງງົບປະມານໃຫ້ອົງການໄອຍະການປະຊາຊົນຂັ້ນສູນກາງ, ພາກ ແລະ ແຂວງໃຫ້ມີການເຄື່ອນໄຫວຕາມພາລະບົດບາດຮ່າງສັນຍາຮັບເໝົາໂຄງການກໍ່ສ້າງຫ້ອງການ ອົງການໄອຍະການປະຊາຊົນທ້ອງຖິ່ນ, ສືບຕໍ່ການສະໜອງອຸປະກອນຮັບໃຊ້ ແລະ ພື້ນຖານໂຄງລ່າງທວງທັນເວລາ.
(ຂ່າວ: ສຸກ ອອປສ)