ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ໄດ້ຈັດຂຶ້ນວັນທີ 8 ຕຸລານີ້ ທີ່ ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພາຍໃຕ້ຄໍາຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ໂດຍມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ, ພ້ອມດ້ວຍບັນດາຜູ້ແທນອາຊຽນເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ໄດ້ຮັບຊາບ ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການຈັດຕັ້ງປະຕິບັດ 9 ບູລິມະສິດສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ແນໃສ່ສ້າງປະຊາຄົມອາຊຽນໃຫ້ມີການເຊື່ອມຈອດ ແລະ ເຂັ້ມແຂງຫຼາຍຂຶ້ນ ເພື່ອໃຫ້ອາຊຽນສາມາດຮັບມືໄດ້ກັບສິ່ງທ້າທາຍຕ່າງໆ ແລະ ນຳໃຊ້ກາລະໂອກາດ ເພື່ອນຳຜົນປະໂຫຍດມາສູ່ປະຊາຊົນອາຊຽນ ໃນທ່າມກາງສະພາບພູມສາດ-ການເມືອງ ແລະ ພູມສາດ-ເສດຖະກິດ ທີ່ພວມຜັນແປຢ່າງສະຫຼັບຊັບຊ້ອນ. ກອງປະຊຸມໃນຄັ້ງນີ້, ໄດ້ຍິນດີຕໍ່ຄວາມຄືບໜ້າຂອງການສ້າງບັນດາແຜນຍຸດທະສາດ ເພື່ອຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045 ແລະ ຊຸກຍູ້ໃຫ້ໜ່ວຍງານກ່ຽວຂ້ອງສໍາເລັດການສ້າງບັນດາແຜນຍຸດທະສາດດັ່ງກ່າວໃຫ້ສຳເລັດ ແລະ ສາມາດຮັບຮອງເອົາ ພ້ອມກັບວິໄສທັດປະຊາຄົມອາຊຽນ 2045 ໃນປີໜ້າ ພາຍໃຕ້ການເປັນປະທານຂອງມາເລເຊຍ.
ກອງປະຊຸມໃນຄັ້ງນີ້, ຍັງໄດ້ປຶກສາຫາລື ແລະ ພິຈາລະນາ ກ່ຽວກັບການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ (TAC) ໂດຍບັນດາປະເທດນອກພາກພື້ນ. ໃນນີ້, ກອງປະຊຸມເຫັນດີຕໍ່ການສະໝັກເຂົ້າເປັນພາຄີ TAC ຂອງຮົງກາຣີ ແລະ ໄດ້ມອບໃຫ້ກອງເລຂາອາຊຽນດຳເນີນການປະເມີນການສະໜັກເຂົ້າເປັນພາຄີ TAC ຂອງໂປໂລຍ, ຣູມານີ ແລະ ອູຣູກວາຍ. ກອງປະຊຸມ ໄດ້ສະແດງຄວາມຍິນດີທີ່ລຸກຊໍາບວກ ຈະໄດ້ລົງນາມເຂົ້າເປັນພາຄີສົນທິສັນຍາດັ່ງກ່າວໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້ ແລະ ຫວັງວ່າອານເຊຣີ, ແຟງລັງ, ແອັດສະປາຍ, ແມັກຊິກ ແລະ ຮົງກາຣີ ຈະເຂົ້າເປັນພາຄີ TAC ໃນເວລາອັນໃກ້ນີ້.
ກອງປະຊຸມໃນຄັ້ງນີ້, ຍັງໄດ້ປຶກສາຫາລືກ່ຽວກັບການພົວພັນລະຫວ່າງອາຊຽນ ແລະ ຄູ່ຮ່ວມມືພາຍນອກ. ໃນນີ້, ກອງປະຊຸມ ໄດ້ຢໍ້າຄືນຄວາມສໍາຄັນໃນການຮັດແໜ້ນການຮ່ວມມື ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປໄປ. ພ້ອມນີ້, ສປປ ລາວ ໃນນາມປະເທດປະສານງານການພົວພັນຮ່ວມມືອາຊຽນ-ການາດາ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະ ໜູນການຈັດກອງປະຊຸມສຸດຍອດພິເສດອາຊຽນ-ການາດາ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ.
ກອງປະຊຸມຄັ້ງນີ້, ໄດ້ຮັບຮອງ 3 ເອກະສານ ເພື່ອສຶບຕໍ່ສະເໜີໃຫ້ຜູ້ນໍາອາຊຽນພິຈາລະນາເອົາໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ຄື:

1) ຖະແຫຼງການຜູ້ນຳອາຊຽນ ກ່ຽວກັບການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045;

2) ຖະແຫຼງການຜູ້ນຳອາຊຽນ ວ່າດ້ວຍແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ໃນໂຄງສ້າງພາກພື້ນທີ່ມີອາຊຽນເປັນແກນກາງ ແລະ ມີຄວາມກຽມພ້ອມສຳລັບອະນາຄົດ;

3) ເອກະສານທົບທວນ ແລະ ຄຳຕົກລົງຂອງຜູ້ນຳອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ.
ຂ່າວ: ວັນເພັງ, ພາບ: ສຸກສະຫວັນ